ຂ່າວກິດຈະກຳຕ່າງໆ

ກະຊວງ ຍທຂ ຈັດການແຂ່ງຂັນບານເຕະຊາຍຊິງຂັນ ທ່ານລັດຖະມົນຕີ ປະຈໍາປີ 2023

2023-12-11 - Sayphone



ກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດການແຂ່ງຂັນບານເຕະຊາຍຊິງຂັນ ທ່ານລັດຖະມົນຕີ ກະຊວງ ຍທຂ ປະຈໍາປີ 2023 ຂື້ນຢ່າງເປັນທາງການ ໃນລະຫວ່າງວັນທີ 26 ຕຸລາ - 8 ທັນວາ 2023  ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ໃນພິທີເປີດ-ປິດການແຂ່ງຂັນກິລາບານເຕະຊາຍຊິງຂັນ ທ່ານລັດຖະມົນຕີ ກະຊວງ ຍທຂ ປະຈໍາປີ 2023 ຂອງ ທ່ານ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານພັກກະຊວງ, ລັດຖະມົນຕີກະຊວງ ຍທຂ; ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດ ທີ່ຂຶ້ນກັບ ກະຊວງ ຍທຂ, ພະນັກງານ ແລະ ນັກກິລາ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ;

ຈຸດປະສົງຂອງການຈັດການແຂ່ງຂັນບານເຕະໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ໃຫ້ເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ( 2 ທັນວາ 1975 ຫາ 2 ທັນວາ 2023); ລະນຶກວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ( 13 ທັນວາ 1920 ຫາ 13 ທັນວາ 2023); ເພື່ອເປັນການຮັດແໜ້ນຄວາມສາມັກຄີຂອງ ພະນັກງານ-ລັດຖະກອນ ພາຍໃນກະຊວງ ຍທຂ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ເປັນການອອກກຳລັງກາຍ ເພື່ອເຮັດໃຫ້ພະນັກງານລັດຖະກອນມີສຸຂະພາບແຂງແຮງດີ; ເພື່ອສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນ ກໍ່ຄືສະມາຊິກຂອງສາມອົງການຈັດຕັ້ງມະຫາຊົນ ໄດ້ມີໂອກາດສະແດງຄວາມສາມາດຂອງຕົນ ທາງດ້ານກິລາເຕະບານ.

ການແຂ່ງຂັນຄັ້ງນີ້ ມີນັກກິລາທີ່ມາຈາກບັນດາກົມ, ຫ້ອງການ, ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດ ທີ່ຂຶ້ນກັບກະຊວງ ຍທຂ ເຂົ້າຮ່ວມ; ເຊິງໄດ້ແບ່ງເປັນ 8 ທີມ ດັ່ງລຸ່ມນີ້:

  1. ກົມທາງນໍ້າ ແລະ ກອງສະໜາມບິນລາວ.
  2. ກົມເຄຫາ ແລະ ຜັງເມືອງ ແລະ ລັດວິສາຫະກິດ ກໍ່ສ້າງທາງເລກ 8
  3. ກົມຂົນສົ່ງ, ລັດວິສາຫະກິດ ກໍ່ສ້າງ ຄົມມະນາຄົມ ແລະ ລັດວິສາຫະກິດ ສຳຫຼວດ-ອອກແບບ ແລະ ວິໄຈວັດຖຸກໍ່ສ້າງ
  4. ສະຖາບັນ ຍທຂ ແລະ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ
  5. ຫ້ອງການກະຊວງ, ກົມທາງລົດໄຟ ແລະ ລັດວິສາຫະກິດ ການບິນລາວ
  6. ກົມການບິນພົນລະເຮືອນ ແລະ ກອງຈະລາຈອນທາງອາກາດລາວ
  7. ກົມຂົວທາງ, ກົມນໍ້າປະປາ ແລະ ກົມກວດກາ

8.    ກົມແຜນການ ແລະ ການເງິນ, ກົມຈັດຕັ້ງ ແລະ ພະນັກງານ ແລະ ລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ

ຜ່ານການແຂ່ງຂັນບານເຕະຊາຍຊິງຂັນ ທ່ານລັດຖະມົນຕີ ກະຊວງ ຍທຂ ປະຈໍາປີ 2023 ຊຶ່ງເລີ້ມຕົ້ນແຕ່ວັນທີ

26 ຕຸລາ -24 ພະຈິກ 2023 ເປັນຮອບແບ່ງກຸ່ມ ແລະ ຮອບຮອງຊະນະເລີດ ທີ່ເດີ່ນບານ ສັບພະວິຊາ; ມາຮອດວັນທີ 8 ທັນວາ 2023 ເປັນການແຂ່ງຂັນຮອບຊິງອັນດັບ 3,  ຄູ່ບານເຕະກິດຕິມາສັກ ແລະ ຮອບຊິງຊະນະເລີດ ທີ່ເດີ່ນບານລ້ານຊ້າງ, ຊຶ່ງຜົນການແຂ່ງຂັນບານເຕະຊາຍນັດຊິງຊະນະເລີດລະຫວ່າງ ທີມຫ້ອງການກະຊວງ, ກົມທາງລົດໄຟ ແລະ ລັດວິສາຫະກິດ ການບິນລາວ ພົບກັບ ທີມສະຖາບັນ ຍທຂ ແລະ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ຜົນປະກົດວ່າທີມຫ້ອງການກະຊວງ, ກົມທາງລົດໄຟ ແລະ ລັດວິສາຫະກິດ ການບິນລາວ ເປັນທີມເອົາຊະນະໃນການແຂ່ງຂັນຄັ້ງນີ້ ແລະ ສາມາດຄອງຂັນບານເຕະຊາຍ ຊິງຂັນ ທ່ານລັດຖະມົນຕີ ກະຊວງ ຍທຂ ປະຈໍາປີ 2023; ອັນດັບສອງແມ່ນທີມສະຖາບັນ ຍທຂ ແລະ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ແລະ ອັນດັບສາມແມ່ນທີມ ກົມເຄຫາ ແລະ ຜັງເມືອງ ແລະ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ແລະ ອັນດັບສີ່ທີມ ກົມຂົວທາງ, ກົມນໍ້າປະປາ ແລະ ກົມກວດກາ; ອກຈາກນັ້ນທີມ ກົມຂົວທາງ, ກົມນໍ້າປະປາ ແລະ ກົມກວດກາ ໄດ້ຮັບລາງວັນທີມມາລະຍາດດີເດັ່ນ ແລະ ລາງວັນຜູ້ທີ່ຍິງປະຕູໄດ້ຫຼາຍ ແມ່ນ ທ່ານ ຄໍາແສນ ສີວົງໄຊ ນັກກິລາທີມກົມເຄຫາ ແລະ ຜັງເມືອງ ແລະ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ແລະ ກອງເຊຍດີເດັ່ນແມ່ນທີມສະຖາບັນ ຍທຂ ແລະ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ.











ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250