ຂ່າວພາຍໃນກະຊວງ

ທ່ານລັດຖະມົນຕີກະຊວງ ຍທຂ ເຂົ້າພົບ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ.

2025-07-11 - Administrator

ໃນຕອນເຊົ້າຂອງ ວັນທີ 10 ກໍລະກົດ 2025, ທີ່ຫອ້ງຮັບແຂກຂອງຫ້ອງວ່າການນະຄອນຫຼວງວຽງຈັນ. ທ່ານ ເຫລັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຂົ້າພົບ ທ່ານ ອາດສະພັນທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ພາຍຫຼັງທີ່ໄດ້ຮັບໜ້າທີ່ເປັນລັດຖະມົນຕີກະຊວງ ຍທຂ ໃນວັນທີ່ 8 ກໍລະກົດ 2025 ທີ່ຜ່ານມາ. ໃນການພົບປະຄັ້ງນີ້ມີທ່ານຮອງເຈົ້າຄອງ,  ແລະ ບັນດາພະແນກການທິ່ກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ, ກົມຂົນສົ່ງ, ກົມຂົວທາງ, ກົມເຄຫາ ແລະ ຜັງເມືອງ, ກົມຂົນສົ່ງ ແລະ ກົມນໍ້າປະປາກໍ່ໄດ້ເຂົ້າຮ່ວມ.


ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈທ່ານເຈົ້າຄອງ ໃນການຕ້ອນຮັບການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ປືກສາຫາລືແລກປ່ຽນຄໍາຄິດຄໍາເຫັນຫຼາຍບັນຫາສໍາຄັນ ແລະ ຮີບດ່ວນທີ່ຕິດພັນທັງກະຊວງ ຍທຂ ແລະ ນະຄອນຫຼວງງວຽງຈັນ ເປັນຕົ້ນແມ່ນ ໂຄງການ BRT, ການສ້ອມແປງຕາໜ່າງເສັ້ນທາງຫຼວງແຫ່ງຊາດ ແລະ ທາງພາຍໃນນະຄອນຫຼວງວຽງຈັນ, ການຍົກລະດັບລະບົບນໍ້າປະປາເພື່ອໃຫ້ພຽງພໍກັບການຊົນໃຊ້ຂອງຊາວນະຄອນຫຼວງວຽງຈັນ, ການແກ້ໄຂການຂົນສົ່ງຂອງລົດບັນທຸກໜັກ ແລະ ລົດບັນທຸກຂະໜາດໃຫຍ່ພາຍໃນຕົວເມືອງນະຄອນຫຼວງວຽງຈັນ ແລະ ປືກສາຫາລືເພື່ອແກ້ໄຂບັນຫາທີ່ຕິດພັນກັບເຄຫາຜັງເມືອງເປັນຕົ້ນແມ່ນຄອງລະບາຍນໍ້າ, ກໍານົດຄວາມສູງຂອງການກໍ່ສ້າງຕຶກອາຄານ ແລະ ອື່ນໆເພື່ອດຶງດູດການລົງທຶນພາຍໃນນະຄອນຫຼວງວຽງຈັນໃຫ້ຫຼາຍຂື້ນ.


ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ສະແດງຄວາມຊົນເຊີຍຕໍ່ ທ່ານເຫລັກໄຫຼ ສີວິໄລ ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງຜູ້ໃໝ່ ແລະ ພ້ອມທີ່ຈະໃຫ້ຄວາມຮ່ວມມືເພື່ອແກ້ໄຂບັນຫາຕ່າງໆທີ່ຕິດພັນລະຫວ່າງນະຄອນຫຼວງວຽງຈັນ ແລະ ກະຊວງ ຍທຂ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250