ຂ່າວພາຍໃນກະຊວງ

ຮອງນາຍົກລັດຖະມົນຕີ ເນັ້ນ ຂະແໜງ ຍທຂ ເອົາໃນໃສ່ 4 ບັນຫາໃນວຽກງານ 3 ສ້າງ

2025-09-01 - Sayphone

ໃນວັນທີ 1 ກັນຍາ 2025 ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (3 ສ້າງ) ຂອງຂະ  ແໜງ ຍທຂ ທົ່ວປະເທດ ປະຈຳປີ 2025 ຂຶ້ນ, ທີ່ສູນປະຊຸມສາກົນ ICTC(ຫຼັກ 5), ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທັງເປັນຫົວໜ້າຄະນະຮັບຜິດຊອບວຽກງານ ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີບັນດາ ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຕາງໜ້າຈາກບັນດາພະແນກ ຍທຂ ແຂວງ-ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາຍຫຼັງຮັບຟັງການລາຍງານການຈັດຕັ້ງວຽກງານຕ່າງໆທີ່ຕິດພັນກັບວຽກງານ 3 ສ້າງ ຂອງຂະແໜງ ຍທຂ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ໄດ້ກ່າວບາງຕອນວ່າ: ກອງປະຊຸມ ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ, ຊຶ່ງຂະແໜງການ ໂຍທາທິການ ແລະ ຂົນສົ່ງ ຂັ້ນຕ່າງໆ (ສູນກາງ, ແຂວງ ແລະ ເມືອງ) ກໍ່ໄດ້ຕັ້ງໜ້າປະຕິບັດວຽກງານດັ່ງກ່າວ ມີຜົນສໍາເລັດໂດຍພື້ນຖານ. ຂ້າພະເຈົ້າເຫັນວ່າ ບັນດາຫົວຂໍ້ທີ່ບັນດາສະຫາຍຍົກຂຶ້ນມາ ປຶກສາຫາລືກັນ ລ້ວນແຕ່ແມ່ນຫົວຂໍ້ທີ່ພົ້ນເດັ່ນ ຂອງ ຂະ     ແໜງໂຍທາທິການ ແລະ ຂົນສົ່ງ ທີ່ຕິດພັນກັບວຽກງານ 3 ສ້າງ ແລະ ຕິດພັນກັບວຽກງານກໍ່ສ້າງ ຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນລາວ ບັນດາເຜົ່າ. ເຖິງແນວໃດກໍ່ດີ ເພື່ອເສີມຂະຫຍາຍບົດບາດໜ້າທີ່ຕົ້ນຕໍ ຂອງວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ຕາມມະຕິ 11 ຂອງພັກ ສ້າງໃຫ້ມີ ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ມະຕິ 04 ຂອງກົມການເມືອງ ສູນກາງພັກ ໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຕິດພັນກັບການດຶງ ດູດການລົງທຶນຂອງຕ່າງປະເທດ ຢ່າງມີສະຕິ, ຕິດພັນກັບ ວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ຂ້າພະເຈົ້າ ຂໍມີຄໍາເຫັນໂດຍລວມ ຕໍ່ ການປະຕິບັດ ວຽກງານ 3 ສ້າງຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ຄືດັ່ງນີ້:

1. ຕ້ອງເຂົ້າໃຈແຈ້ງ ແລະ ສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມ ຮັບຮູ້ ກ່ຽວກັບວຽກງານ 3 ສ້າງ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເລິກເຊິ່ງທົ່ວ ເຖິງ ແລະ ແທດເໝາະກັບທຸກເປົ້າໝາຍ ຕໍ່ຄວາມຮັບຜິດຊອບ ຂອງຂະແໜງການ ໂຍທາທິການ ແລະ ຂົນສົ່ງ, ແລະ ວຽກງານ 3 ສ້າງ ຊຶ່ງໃນນັ້ນ, ວຽກງານ ໂຍທາທິການ ແລະ ຂົນສົ່ງ ປຽບເໝື ອນສາຍເລືອດຂອງຊາດ, ຂອງການພັດທະນາ. ພວກເຮົາຕ້ອງຮູ້ວ່າ: ຄວາມຈະເລີນ, ສີວິໄລຂອງ ຊາດ, ຂອງປະເທດ, ຂອງຕົວເມືອງໜຶ່ງ, ບ້ານໜຶ່ງໆ ແມ່ນຄວາມສະອາດງາມຕາ ຂອງບັນດາ ເສັ້ນທາງ, ຂອງລະບຽບການຂົນສົ່ງ-ຈໍລະຈອນທຸກປະເພດ.

2. ສືບຕໍ່ປັບປຸງນິຕິກຳຕ່າງໆກ່ຽວກັບການແບ່ງຂັ້ນຄຸ້ມຄອງ ທີ່ບໍ່ທັນຈະແຈ້ງ ເພື່ອເຮັດ ໃຫ້ກົນໄກປະສານງານລະຫວ່າງຂະແໜງການ, ສູນກາງ ແລະ ທ້ອງຖິ່ນ ມີຄວາມໂລ່ງລ່ຽນ ມີປະ ສິດທິຜົນ, ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນຕິດພັນກັບການສ້າງພະນັກງານວິຊາ ການ ໃຫ້ສາມາດເປັນຊ່ຽວຊານ, ເປັນມືອາຊີບໄດ້;

3. ເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາ ແລະ ຕີລາຄາປະເມີນຜົນ ວຽກງານສາມສ້າງ ເປັນແຕ່ລະໄລຍະ, ພ້ອມທັງ ມີລະບອບສ່ອງແສງລາຍງານ ຢ່າງເປັນປົກກະຕິ ແລະ ເຂັ້ມງວດກວ່າເກົ່າ ໂດຍໃຫ້ມີຄະນະຮັບຜິດຊອບສະເພາະທັງຢູ່ ຂັ້ນກະຊວງ ແລະ ທ້ອງຖິ່ນ ເພື່ອເປັນເຈົ້າ ການ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ;

4. ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດວຽກງານສາມສ້າງຂອງຂະແໜງການຕົນ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ປະກົດຜົນເປັນຈິງ; ໂດຍສະເພາະ ແມ່ນ ວຽກພັດທະນາບຸກຄະລະກອນຢູ່ຂັ້ນເມືອງ ໃຫ້ມີຄວາມເຂັ້ມແຂງແທ້ໆ. 

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250