ຂ່າວພາຍໃນກະຊວງ
ກອງປະຊຸມທາບທາມບຸກຄະລະກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ VI ຮອບທີ 3
ວັນທີ 11 ກັນຍາ 2025 ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI (ຮອບທີ 3), ຈັດຂຶ້ນໃນວັນທີ 11 ກັນຍາ 2025 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ, ມີສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍ ຄະນະປະຈໍາພັກກະຊວງ, ກໍາມະການພັກກະຊວງ ຍທຂ, ບັນດາສະຫາຍ ອະນຸກໍາມະການກົດລະບຽບ ແລະ ບຸກຄະລະກອນກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຫົວໜ້າຄະນະຮັບຜິດຊອບຊຸກຍູ້ກອງປະຊຸມໃຫຍ່ຂອງ ອົງຄະນະພັກຂັ້ນສູນກາງ ຫ້ອງວ່າການສູນກາງພັກ, ຄະນະໜ່ວຍພັກຮາກຖານ ແລະ ບັນດາຜູ້ແທນສົມບູນ ອ້ອມຂ້າງກະຊວງເຂົ້າຮ່ວມ.
ໃນກອງປະຊຸມຜູ້ແທນໄດ້ຮັບຟັງບົດລາຍງານຜົນສຳເລັດການດຳເນີນຊີວິດການເມືອງຂອງ ຄະນະບໍລິຫານງານພັກກະຊວງ ສະໄໝທີ V ທ້າຍສະໄໝ; ຮ່າງບົດລາຍງານການເມືອງ; ຮ່າງແຜນພັດທະນາຂະແໜງ ຍທຂ; ຮ່າງບົດສຳຫຼວດການນຳພາລວມ; ຜ່ານມາດຕະຖານ, ເງື່ອນໄຂຜູ້ອອກສະໝັກເຂົ້າໂຄງປະກອບຄະນະບໍລິຫານງານພັກຊຸດໃໝ່. ຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI (ຮອບທີ 3).
ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ ກ່າວບາງຕອນວ່າ: ໂດຍອີງຕາມ ກົດລະບຽບພັກປະຊາຊົນປະຕິວັດລາວ, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ ລົງວັນທີ 8 ສິງຫາ 2023 ແລະ ແຜນດໍາເນີນງານກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງໂຍທາ ທິການ ແລະ ຂົນສົ່ງ ຄັ້ງທີ VI ສະບັບເລກທີ 375/ຄພກຊ ລົງວັນທີ 2 ກັນຍາ 2025 ເຊິ່ງໃນວັນທີ 9-10 ກັນຍາ 2025 ທີ່ຜ່ານມານີ້, ຄະນະບໍລິຫານງານພັກກະຊວງ ສະໄໝທີ V ກໍ່ໄດ້ດໍາເນີນບັ້ນດໍາເນີນຊີວິການເມືອງ ທ້າຍສະໄໝຂອງຕົນຂຶ້ນ ເພື່ອສະຫຼຸບຕີລາຄາຄືນ ແລະ ຖອດຖອນບົດຮຽນລວມໃນ ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ ຍທຂ ໃນຕະຫຼອດໄລຍະ 1 ສະໄໝຜ່ານມາ ແລະ ດໍາເນີນການສໍາຫຼວດບຸກຄົນຄະນະພັກ, ເຊິ່ງແຕ່ລະສະຫາຍກຳມະການພັກກະຊວງ ກໍ່ໄດ້ຜ່ານບົດສໍາຫຼວດຂອງຕົນເອງ ແລະ ໃຫ້ບັນດາກຳມະການພັກກະຊວງທ່ານອື່ນໆ ປະກອບຄໍາເຫັນຕຳນິສົ່ງຂ່າວ ເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ ຕາມກົດລະບຽບຂອງພັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມ ຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ຈຸດປະສົງຂອງກອງປະຊຸມໃນມື້ນີ້ ພວກເຮົາຈະໄດ້ພ້ອມກັນຮັບຟັງ (1) ຜົນສໍາເລັດ ການດໍາເນີນຊີວິດການເມືອງຂອງ ຄະນະບໍລິຫານງານພັກກະຊວງ ສະໄໝທີ V ທ້າຍສະໄໝ, (2)ຜ່ານ ຮ່າງບົດລາຍງານການເມືອງ ແລະ (3) ຜ່ານບົດສຳຫຼວດການນໍາພາລວມ ອີກເທື່ອໜຶ່ງ ເພື່ອໃຫ້ບັນດາ ສະຫາຍຜູ້ແທນສົມບູນກອງປະຊຸມ ໄດ້ປະກອບຄຳເຫັນອີກເທື່ອໜຶ່ງ ກ່ອນປັບປຸງ ແລະ ນໍາໄປຮັບຮອງ ໃນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ທ້າຍສະໄໝ ໃນວັນທີ 12 ກັນຍາ 2025.