ຂ່າວພາຍໃນກະຊວງ
ກອງປະຊຸມຄະນະຊີ້ນຳໂຄງການ SEARECC (PSC) ຄັ້ງທີ່ 4 ປີ 2025
[Vientiane 1, Oct 2025] ໃນຕອນເຊົ້າຂອງວັນທີ 1 ຕຸລາ 2025, ກອງປະຊຸມ ຄະນະຊີ້ນໍາ ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ເພື່ອການເຊື່ອມຈອດ-ເຊື່ອມໂຍງ ຄັ້ງທີ 04 (4th Project Steering Committee (PSC) Meeting - Southeast
Asia Regional Economic Corridor & Connectivity Project, “SEARECC”) ໄດ້ຈັດຂື້ນທີ່ ໂຮງແຮມ ລາວພຣາຊ່າ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ
ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ
ແລະ ທ່ານ ຄວີມາ ເອັນທາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ
ລາວ. ມີບັນດາກະຊວງ ແລະ ແຂວງທີ່ຕິດພັນກັບໂຄງການ, ກະຊວງການເງິນ, ກະຊວງສາທາລະນະສຸກ,
ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ແລະ ຕາງໜ້າຈາກ 5
ແຂວງພາກເໜືອທີ່ມີສ່ວນຮ່ວມໃນໂຄງການເຂົ້າຮ່ວມທີ່ຫ້ອງປະຊຸມ ແລະ ຜ່ານວິດີໂອທາງໄກ. ກອງປະຊຸມມີ
3 ຈຸດປະສົງຫຼັກຄື
(1) ລາຍງານ ແລະ
ຕິດຕາມຄວາມຄວາມຄືບໜ້າໂດຍລວມຂອງໂຄງການ ເປັນແຕ່ລະໄລຍະ, ພ້ອມທັງກໍານົດບັນດາໜ້າວຽກອັນສຳຄັນ ແລະ ຈໍາເປັນ ເພື່ອແລກປ່ຽນຄຳຄິດເຫັນ
ແລະ ສະເໜີຕໍ່ຜູ້ໃຫ້ທຶນພິຈາລະນາໃນການສະໜັບສະໜຸນເພີ່ມຕື່ມ
ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍການພັດທະນາໂຄງການ.
(2) ປຶກສາຫາລືຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ, ບັນຫາທີ່ຕ້ອງການຂໍທິດຊີ້ນໍາ ແລະ ເສີມຂະຫຍາຍຄວາມເປັນເຈົ້າການຮ່ວມກັນ ໃນການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບ ແລະ ປະສິດທິຜົນໂດຍສຸມໃສ່ ແຜນເວລາ, ແຜນງົບປະມານ ແລະ ຄຸນນະພາບຂອງການຈັດຕັ້ງປະຕິບັດວຽກ.
(3) ເປັນເອກະພາບໃນການນໍາເອົາບົດຮຽນທີ່ຖອດຖອນໄດ້ຈາກໂຄງການ
ເຊື່ອມສານເຂົ້າໃນການຈັດຕັ້ງປະຕິບັດໂຄງການອື່ນໆທີ່ມີລັກສະນະຄ້າຍຄືກັນ ແລະ
ປັບປຸງແບບແຜນວິທີການເຮັດວຽກປະຈໍາ ຮັບປະກັນຄວາມຍືນຍົງພາຍຫລັງປິດໂຄງການ.
ທ່ານ ລັດຖະມົນຕີໄດ້ກ່າວຕອນໜຶ່ງໃນພິທີເປີດກອງປະຊຸມວ່າ
ໂຄງການ SEARECC ແມ່ນຂໍ້ລິເລີ່ມອັນສໍາຄັນ, ເປັນໂຄງການຕົວ ແບບ ແລະ ບູລິມະສິດຂອງລັດຖະບານ, ເປັນໂຄງການທີ່ຈັດຕັ້ງປະຕິບັດແບບມີສ່ວນຮ່ວມຂອງຫຼາຍຂະແໜງການ ແລະ ສຸມໃສ່ການພັດທະນາແລວທາງເສດຖະກິດທີ່ລວມເອົາທັງ ການພັດທະນາທັງພື້ນຖານໂຄງລ່າງ, ການສຶສາດ້ານນິຕິກຳ ແລະ ການສ້າງຄວາມເຂັ້ມແຂງພາຍໃນຂະແໜງການ. ໂຄງການດັ່ງກ່າວຖືວ່າແມ່ນໂຄງການຂະໜາດໃຫ່ຍ ມີມູນຄ່າລວມປະມານ 200 ລ້ານໂດລາສະຫະລັດ ແລະ ໄດ້ຮັບການສະໜັບສະນູນ ຈາກ 4 ຜູ້ໃຫ້ທຶນກໍ່ຄື: ທະນາຄານໂລກ, ທະນາຄານການລົງທຶນເອີຣົບ, ສະຫະພາບເອີຣົບ ແລະ ລັດຖະບານອົດສະຕຣາລີ
ທ່ານ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ.ໄດ້ກ່າວຕອນໜຶ່ງວ່າ
ເພື່ອຍົກລະດັບທີ່ຕັ້ງຍຸດທະສາດຂອງ ສປປ ລາວ,
ພື້ນຖານໂຄງລ່າງຄົມມະນາຄົມຕ້ອງໄດ້ຮັບການປັບປຸງ. ການຍົກລະດັບເສັ້ນທາງ,
ສິ່ງອໍານວຍຄວາມສະດວກຊາຍແດນ, ເຄືອຂ່າຍຂົນສົ່ງສິນຄ້າ,
ແລະຂະບວນການພາສີ; ການສ້າງນິຕິກໍາ; ແລະ ພັດທະນາການຂົນສົ່ງຫຼາຍຮູບແບບ ແລະ ການຄ້າກະສິກຳຢ່າງມີປະສິດທິຜົນແມ່ນບຸລິມະສິດອັນສໍາຄັນທີ່ສຸດ.
ສ້າງແຜນແມ່ບົດການຂົນສົ່ງ ແລະ ທິດທາງການລົງທຶນ, ພ້ອມກັບການຂະຫຍາຍການເຊື່ອມຕໍ່ກັບຊົນນະບົດ
ຈະຊ່ວຍຮັບປະກັນຜົນປະໂຫຍດດ້ານເສດຖະກິດຢ່າງກວ້າງຂວາງແລະ ເຊື່ອມຈອດກັບການຂົນສົ່ງຂອງພາກພື້ນ.
ໂຄງການນີ້ຈະສະໜັບສະໜູນການເຕີບໂຕດ້ານເສດຖະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກ. ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງ
ແລະ logistics, ການປັບປຸງໃຫ້ຜູ້ປະກອບການ, ປະຊາຊົນເຂົ້າເຖິງພື້ນທີ່ການຜະລິດກະສິກໍາ,
ຕະຫຼາດ, ການດູແລສຸຂະພາບ, ການສຶກສາ, ແລະສ້າງໂອກາດໃຫ້ແກ່ການຈ້າງງານ ເຊິ່ງເຫັນວ່າຈະເປັນປະໂຫຍດຢ່າງຫຼວງຫຼາຍຕໍ່ຊຸມຊົນໃນຊົນນະບົດ
ແລະ ໃນຂົງເຂດຂອງໂຄງການ..
ໃນກອງປະຊຸມໄດ້ພາກສ່ວນກ່ຽວຂ້ອງໄດ້ລາຍງານຄວາມຄືບໜ້າບັນດາໜ້າວຽກຍ່ອຍຂອງໂຄງການສະພາບລວມ
ການຈັດຕັ້ງປະຕິບັດໂຄງການ ແລະ ຄວາມຄືບໜ້າດ້ານການເງິນ, ຄວາມຄືບໜ້າຂອງການກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນແມ່ນສັນຍາ
1, ສັນຍາ 2 ແລະ ສັນຍາ 3 ຂອງໂຄງການ, ພັດທະນາ ແລະ ຍົກລະດັບ ຂະແໜງບໍລິການໂລຊິດສະຕິກ
ແລະ ສັນຍາຂົນສົ່ງ, ສ້າງຂີດຄວາມສາມາດການອໍານວຍຄວາມສະດວກການຄ້າ ແລະ ການຂົນສົ່ງຂ້າມແດນ, ການສົ່ງເສີມການຄ້າກະສິກໍາ ແລະ ປັບປຸງຂະບວນການຢັ້ງຢືນສຸຂະອະນາໄມພືດ
ແລະ ສັດ, ການຍົກລະດັບຂີດຄວາມສາມາດດ້ານຄວາມປອດໄພທາງຫຼວງ, ການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ
ອື່ນໆ. ຜ່ານການທົບທວນກາງສະໄໝໂຄງການສາມາດຕີລາຄາຜົນສໍາເລັດຂອງບັນດາໜ້າວຽກ ແລະ ຕົວຊີ້ວັດເປົ້າໝາຍພັດທະນາໂຄງການ
ສະເລ່ຍແລ້ວມີຄວາມຄືບໜ້າ 50%, ໂດຍລວມແມ່ນໂຄງການຈັດຕັ້ງປະຕິດບັດໄປຕາມແຜນເວລາ
ແລະ ງົບປະມານທີ່ວາງໄວ້.