ຂ່າວພາຍໃນກະຊວງ

ຄະນະນຳກະຊວງໂຍທາທິການ ແລະ ຂົນສົ່ງເຂົ້າອວຍພອນທູດຫວຽດນາມ ປະຈຳ ສປປ ລາວ

2020-09-03 - Administrator


    ໃນ​ຕອນ​ແລງ​ຂອງ​ວັນ​ທີ 2 ກັນຍາ​ 2020 ທີ່ ສະຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສສ ຫວຽດນາມ ປະ​ຈໍາ ສປປ ລາວ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ໄດ້​ນໍາ​ພາຄະ​ນະ ເຂົ້າອວຍພອນ ​ທ່ານ ຫ​ງວຽນ ບ໋າ ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ  ສສ ຫວຽດນາມ ປະ​ຈໍາ ສປປ ລາວ, ເນື່ອງ​ໃນ​ໂອກາດວັນ​ສະຖາປະນາ ສສ ຫວຽດນາມ ຄົບ ຮອບ 75 ປີ (2/9/1945-2/9/2020)  ແລະ ວັນ​ການ​ທູດ ສສ ຫວຽດນາມ ຄົບຮອບ 75 ປີ(28/8/1945-28/8/2020).




    ໃນ​ໂອກາດ​ດັ່ງກ່າວ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ, ຄະ​ນະ​ນໍາ ແລະ ພະນັກງານ​ກະຊວງ​ ຍທຂ ສະແດງ​ຄວາມ​ຊົມເຊີຍວັນ​ສະຖາປະນາ ສສ ຫວຽດນາມ ແລະ ວັນ​ການ​ທູດ ສສ ຫວຽດນາມ ຄົບຮອບ 75 ປີ ຢ່າງ​ສຸດ​ໃຈ. ພ້ອມ​ນັ້ນ, ທ່ານ ລັດຖະມົນຕີ ໄດ້​ສະແດງ​ຄວາມ​ຊົມເຊີຍ ຕໍ່​ຜົນ​ສໍາ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ຫຼາຍ​ດ້ານ​ຂອງ ສສ ຫວຽດນາມ ທີ່​ສາມາດ​ຍາດ​ມາ​ໄດ້​ໃນ​ຕະຫຼອດ 75 ປີ ຜ່ານ​ມາ ເຊັ່ນ: ເສດຖະກິດ​ຂະຫຍາຍຕົວ​ໄວ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ພັດທະນາ ແລະ ປັບປຸງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. ນອກຈາກ​ນັ້ນ, ທ່ານ ລັດຖະມົນຕີ ຍັງ​ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຜົນ​ສໍາ​ເລັດ​ທີ່​ຂະແໜງການ ຄົມມະນາຄົມ, ການຂະຫຍາຍຕົວທາງດ້ານເສດຖະກິດ, ເສັ້ນທາງຄົມມະນາຄົມ ທີ່ມີການລົງທືນຮ່ວມກັນ, ການຂົນສົ່ງສິນຄ້າລະຫວ່າງປະເທດ ແລະ ວຽກງານຮ່ວມມື ລະຫວ່າງສອງກະຊວງ ກະຊວງ ໂຍທາທິການ ແລະຈົນສົ່ງ ສປປ ລາວ ແລະ ກະຊວງ ຄົມມະນາຄົມ ສສ ຫວຽດນາມ ແລະ ການລົງທຶນຮ່ວມກັນ ລະຫວ່າງ 2 ປະເທດ ໃຫ້ນັບມື້ນັບສູງເດັ່ນຂື້ນໃນເວທີພາກພື້ນສາກົນ.



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250