ຂ່າວກິດຈະກຳຕ່າງໆ

ການແຂ່ງຂັນກິລາເປຕັງ ທົ່ວປະເທດ ຊີງຂັນທ່ານປະທານສະພາແຫ່ງຊາດ ຄັ້ງທີ 7 ປະຈຳປີ 2016

2016-10-31 - Administrator











ວັນ​ທີ 29 ຕຸລາ ຜ່ານ​ມາ ທີ່​ສະໜາມ​ກິລາ​ເປ​ຕັງ​ແຫ່ງຊາດ (ວິທະຍາ​​ເຂດ​ດົງ​ໂດກ) ​ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ​​ໄດ້​ມີ​ພິທີ​ປິດ​ການ​ແຂ່ງຂັນ​ກິລາ​ເປ​ຕັງ ລາຍການ​ດັ່ງ​ບກ່າວ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ ​ແລະ ມອບ​ລາງວັນ ​ຂອງ ທ່ານ ຄຳ​ສິງ ​ໄຊ​ສົມ​ແພງ ຮອງ​ຫົວໜ້າ​ຄະນະ​ຮັບຜິດຊອບ​ ວຽກ​ງານ​ເຂດ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ, ທ່ານ ສົມ​ພູ ພົງສາ ຜູ້​ຊ່ວຍ​ລັດຖະມົນຕີ ກະຊວງ​ສຶກສາ​ທິການ ​ແລະ ກິລາ ທັງ​ເປັນ​ຮອງ​ປະທານ ​ແລະ ​ເລຂາທິການ​ ຄະນະ​ກຳມະການ​ໂອ​ແລມປິກ​ແຫ່ງ​ຊາດ​ລາວ, ທ່ານ ​ແສງ​ພອນ​ ພົນ​ອາມາດ ຫົວໜ້າ​ກົມ​ກິລາ​ລະດັບ​ສູງ ​ ​ແລະ ທ່ານ ຄຳ​ຫຼ້າ ວິນ​ໄລ​ທອງ ປະທານ​ສະຫະພັນ ​ກິລາ​ເປ​ຕັງ​ແຫ່ງ​ຊາດ ພ້ອມ​ດ້ວຍ​ທ່ານ ຮັກສາການ​ຫົວໜ້າ​ຫ້ອງການ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ (ຍທຂ), ຕາງໜ້າບໍລິສັດ ​ເບຍ​ລາວ ຈຳກັດ ​ແລະ ບັນດາ​ແຂກ​ຖືກ​ເຊີ​ນ, ຄະນະ​ນຳ​​ແຕ່ລະ​ແຂວງ, ອົງການ ​ແຕະຫຼອດ​ຮອດບັນດາ​ສະ​ໂມ​ສອນ​ອ້ອມ​ຂ້າງ​ສູນ​ກາງເຂົ້າ​ຮ່ວມ.


      ​ໃນພິທີ​ດັ່ງກ່າວ ກໍ່​ໄດ້​ມີ​ການ​ແຂ່ງຂັນ​ຄູ່​ຊີງ​ຊະນະ​ເລີດ ປະ​ເພດ​ທີ​ມຄູ່​ຍິງ, ທີ​ມຄູ່ຊາຍ ​ແລະ ທີ​ມ ຄູ່​ວີ​ໄອ​ພີ ຮຸ່ນ​ອາຍຸ 50 ປີ​ຂຶ້ນ​ໄປ ​​ໃນ​ນີ້ ​ກອງ​ເຊຍ​ໃຫ້​ຄວາມ​ສົນ​ໃຈ​ຮ່ວມ​ຊົມ ​ແລະ ​ເຊຍຢ່າງ​ຄືກ​ຄັກ​ຈາກປະ​ເພດ​ທີ​ມຄູ່ຍິງ ​ເປັນ​ການ​ພົບ​ກັນ​ລະຫວ່າງ ທີ​ມສາວ​ນັກ​​ໂຍນ​ລູກ​ເຫຼັກ​ກະຊວງ ປກສ ພົບ​ກັບ ສາວ​ພາກ​ໃຕ້ ​ແຂວງ​ຈຳປາ​ສັກ ຜ່ານ​ການ​ແຂ່ງຂັນ​ປາກົດ​ວ່າ: ສາວ​ນັກ​ໂຍນ​ລູກ​ເຫຼັກ​ຈາກ​ດິນ​ແດນ​ວັດ​ພູ ​ຈຳປາ​ສັກ ອາ​ໃສ​ປະສົບ​ການ ​ແລະ ຄວາມສາມາດສະ​ເພາະ​ຕົວ ​ຊ່ວຍ​ກັນ​ແກ້​ເກ​ມ ພ້ອມ​ເຂັ່ນ​ຟອມ​ເກັ່ງ​ໄລ່​ເອົາ​ຊະນະ​ໄປ​ແບບ​ສຸດ​ມັນ 13-7 ຄະ​ແນນ ຄວ້າ​ແຊ໋ມ ​ແລະ ຫຼຽນ​ຄຳ​ໄປ​ຄອງ ສ່ວນ ປກສ ​ໄດ້​ພຽງ​ຫຼຽນ​ເງິນ ​ແລະ ​ຫຼຽນ​ທອງ​ຕົກ​ເປັນ​ຂອງ​ກະຊວງ​ພາຍ​ໃນ ຂະນະ​ທີ່​ປະ​ເພດທີ​ມຄູ່​ຊາຍ ທີ 1 ສະ​ໂມ​ສອນຈຸດ​ສຸມ​ປ່າ​ໜາມ, ທີ 2 ​ສະ​ໂມ​ສອນ ນໍ້າ​ດື່ມ​ໂອລານ ​ແລະ ທີ 3 ສະ​ໂມ​ສອນ​ດອນ​ຝ້າຍ; ປະ​ເພດ​ດ່ຽວ​ຊາຍ ທີ 1 ກະຊວງ​ຍທຂ, ທີ 2 ​ແຂວງ​ວຽງ​ຈັນ ​ແລະ ທີ 3 ປກສ; ປະ​ເພດດ່ຽວ​ຍິງ ທີ 1 ປກສ, ທີ 2 ​ແຂວງ​ຈຳປາ​ສັກ ​ແລະ ທີ 3 ນະຄອນຫຼວງ​ວຽງ​ຈັນ; ຮຸ່ນ​ອາວຸ​ໂສ ທີ 1 ສະ​ໂມ​ສອນ​ໂຮງງານ​ລືຊາ​ໄຊ, ທີ 2 ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ທີ 3 ສະ​ໂມ​ສອນ​ຕາດ​ຖໍ້າ​ເສືອ.  


      ການ​ແຂ່ງຂັນ​ຄັ້ງ​ນີ້ ​ດຳ​ເນີນ​ເປັນ​ເວລາ 3 ວັນ ລະຫວ່າງ​ວັນ​ທີ 27-29 ຕຸລາ 2016 ​ໂດຍມີ​ 14 ແຂວງ, 6 ອົງການ ​ແລະ ບັນດາສະ​ໂມ​ສອນ​ເຂົ້າ​ຮ່ວມ ​ເຊິ່ງມີ​ການ​ຊີງ​ໄຊ​ກັນ​ທັງ​ໝົດ 5 ລາຍການ ຄື: ປະ​ເພດ​ທີ​ມຄູ່​ຍິງ-ຊາຍ, ດ່ຽວ​ຍິງ-ຊາຍ ​ແລະ ທີ​ມຄູ່ ວີ​ໄອ​ພີ ອາຍຸ 50 ປີ​ຂຶ້ນ​ໄປ ​ໂດຍ​ກຳນົດ​ຫ້າມ​ ບໍ່​ໃຫ້​ນັກ​ກິລາ​ທີ​ມຊາດ ​ເຂົ້າ​ຮ່ວມ​ແຂ່ງຂັນ ​ເນື່ອງ​ຈາກ​ເປັນ​ການ​ເປີດ​ໂອກາດ ​ໃຫ້​ນັກ​ກິລາ​ຮຸ່ນ​ໃໝ່ ສາມາດ​ສະ​ແດງ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພັດທະນາ​ກ້າວ​ສູ່​ລະດັບ​ຊາດ ສຳລັບທີ​ມຄູ່​ຍິງ ປະກອບ​ມີ​ 14 ທີ​ມ, ທີ​ມຄູ່ຊາຍ 30 ທີ​ມ, ສ່ວນດ່ຽວ​ຍິງ ມີ 12 ຄົນ, ດ່ຽວຊາຍ ມີ 30 ຄົນ ​ແລະ  ທີ​ມຄູ່ ວີ​ໄອ​ພີ ອາຍຸ 50 ປີ​ຂຶ້ນ​ໄປ ມີ 16 ທີ​ມ ​ແຕ່ລະ​ຮຸ່ນ​ແຂ່ງຂັນ​ເສຍ 2 ​ເທື່ອ​ຄັດ​ອອກ ​ແລະ ຜູ້​ຊະນະ​ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຕໍ່.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250