ຂ່າວພາຍໃນກະຊວງ

ພິທີເຊັນສັນຍາໂຄງການກໍ່ສ້າງ-ປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ ເມືອງສາມັກຄີໄຊ ແຂວງອັດຕະປື

2020-12-29 - Administrator

ໃນວັນທີ 13 ທັນວາ 2019 ທີ່ຜ່ານມານີ້, ກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເຊັນສັນຍາ ໂຄງການກໍ່ສ້າງ-ປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ ເມືອງສາມັກຄີໄຊ ແຂວງອັດຕະປື ກັບ ບໍລິສັດສ່ວນບຸກຄົນ ເພັດຖາວອນ ກໍ່ສ້າງເຄຫາ ຂົວທາງ-ຊົນລະປະທານ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ຍທຂ; ທ່ານພອນສະໄໝ ມຽງລາວັນ ຮອງເຈົ້າແຂວງ ແຂວງອັດຕະປື; ທີ່ປືກສາລັດຖະມົນຕີ, ພ້ອມດ້ວຍບັນດາທ່ານຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທ່ານຮອງເຈົ້າເມືອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ອຳນວຍການວັດວິສາຫະກິດນ້ຳປະປາ ແຂວງອັດຕະປື ແລະ ບັນດາແຂກ ທີ່ນອນໃນໂຄງການດັ່ງກ່າວເຂົ້າຮ່ວມ.




ທ່ານຫົວໜ້າໂຄງການນ້ຳປະປາ ແລະ ສຸຂາພິບານ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບໂຄງການກໍ່ສ້າງ-ປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ ເມືອງສາມັກຄີໄຊ ແຂວງອັດຕະປື ເຊິ່ງໄດ້ແບ່ງອອກເປັນໂຄງການຍ່ອຍ ຄື: ໂຄງການກໍ່ສ້າງ-ປັບປຸງ ແລະ ຂະຫຍາຍລະບົບນ້ຳປະປາ ເມືອງສາມັກຄີໄຊ ແຂວງອັດຕະປື, ພາຍໃຕ້ການຊີ້ນໍາຂອງ ກົມນໍ້າປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ທຶນກູ້ຢືມຈາກທະນະຄານພັດທະນາອາຊີ  ທີ່ໄດ້ເຊັນກັນ ລະຫວ່າງລັດຖະ ບານ ແຫ່ງ  ສປປ ລາວ  ແລະ ທະນາຄານພັດທະນາອາຊີ  ຄັ້ງວັນທີ 16 ຕຸລາ 2018 ໃນມູນຄ່າການກໍ່ສ້າງທັງຫມົດ 5.050.030,66 ໂດລາສະຫະລັດ. ສໍາລັບລາຍລະອຽດຂໍ້ມູນ  ແລະ ໜ້າວຽກຕົ້ນຕໍ  ໃນການກໍ່ສ້າງປັບປຸງ-ແລະຂະຫຍາຍລະບົບນ້ຳປະປາ  ແລະ ສຸຂະພິບານ. ຊຶ່ງ​ໜ້າວຽກຕົ້ນຕໍຂອງໂຄງການ ປະກອບດ້ວຍ 8 ໜ້າວຽກຄື:


ກໍ່ສ້າງສະຖານີດູດນໍ້າພ້ອມດ້ວຍປ້ຳສູບສົ່ງ ແລະ ສາຍທໍ່ສົ່ງຂື້ນໂຮງງານ; ກໍ່ສ້າງໂຮງງານຜິດນ້ຳປະປາໃຫມ່ທີມີກຳລັງການຜະລິດ 10,300 ມ3/ມື້. ປະກອບມີ: ອ່າງຕົກຕະກອນເບື້ອງຕົ້ນ, ເຄື່ອງສີດສານເຄມີ, ອ່າງກວນນ້ຳ, ອ່າງນ້ຳນອນ, ອ່າງຕອງຊາຍແບບໄວ, ອ່າງລ້າງກັບໃຊ້ອ່າງນ້ຳສູງເກົ່າ, ອ່າງນ້ຳສະອາດຊູດິນເກົ່າ (100 ມ3), ເຮືອນປະສົມສານເຄມີ, ຫ້ອງທົດລອງ, ປັບປຸງ ແລະ ສ້ອມແປງຫ້ອງການບໍລິການນ້ຳປະປາ 1 ຫລັງ, ສາງມ້ຽນເຄື່ອງ ແລະ ອ່າງຖີ້ມຕົມ ແລະ ກໍ່ສ້າງສະຖານີສູບສົ່ງ 2 ຈຸດ; ຄວາມຍາວສາຍສົ່ງທັງໝົດ 113,431 ແມັດ ແລະ ສາຍທໍ່ແຈກ 124,000 ແມັດ; ກໍ່ສ້າງວິດຖ່າຍສາທາລະນະ 24 ຫຼັງ (2 ຫ້ອງ 13 ຫຼັງ ແລະ 4 ຫ້ອງ 11 ຫຼັງ); ຕິດຕັ້ງໝໍ້ແທກນ້ຳເຂົ້າເຮືອນປະຊາຊົນ 2,250 ໜ່ວຍ; ຕິດຕັ້ງກ໋ອກດັບເພິງຈໍານວນ 18 ໜ່ວຍ; ຕິດຕັ້ງປະຕູລົມ 212 ຈຸດ ແລະ ຕິດຕັ້ງປະຕູລະບາຍນ້ຳ 187 ຈຸດ. ນອກຈາກນັ້ນຍັງມີວຽກປັບປຸງສະພາບແວດລ້ອມບ້ານມີຄື: ກໍ່ສ້າງຮ່ອງລະບາຍນ້ຳແຄມທາງ 732 ແມັດ; ສ້ອມແປງຫ້ອງການບ້ານ5 ຫລັງ; ປັບປຸງເສັ້ນທາງ 23 ເສັ້ນ, ຍາວທັງຫມົດ 4,055 ແມັດ ແລະ ຍັງຈັດຊື້ວັດສະດຸໃຫ້ຄອບຄົວທຸກຍາກ 119 ຄອບຄົວເພື່ອສ້າງຫ້ອງນ້ຳ. ຊຶ່ງຈະໃຊ້ເວລາໃນການກໍ່ສ້າງທັງຫມົດ 36 ເດືອນ.







ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250