ໂຄງການທີ່ສຳເລັດແລ້ວ

ໂຄງການ VLP

 ກອງປະຊຸມການປຶກສາຫາລືຄັ້ງທີ 2 ກ່ຽວກັບ ການປະເມີນສິ່ງແວດລ້ອມເບື້ອງຕົ້ນ ຂອງໂຄງການ ​ເຂດໂລຈິດຕິກ ນະຄອນຫຼວງວຽງ​ຈັນ (VLP) ໄດ້ຈັດຂື້ນທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງ ນະຄອນ ຫຼວງວຽງຈັນ ໃນວັນທີ 07 ພະຈິກ 2014, ໂດຍມີຜູ້ເຂົ້າຮ່ວມຈາກບັນດາ ພາກສ່ວນລັດທີ່ມີສ່ວນກ່ຽວຂ້ອງ, ພາກສ່ວນເອກະຊົນ, ອົງການຈັດຕັ້ງ NGOs, ຊຸມຊົນ, ຜູ້ພັດທະນາ ແລະທີ່ປຶກສາ; ຜູ້ເຂົ້າຮ່ວມທັງໝົດ ມີຈຳນວນ 52 ທ່ານ. ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວ ແມ່ນ 1) ການທົບທວນຄືນ ຜົນຈາກກອງ ປະຊຸມໃນການປຶກສາຫາລື ໃນຄັ້ງທີ 1 ກ່ຽວກັບໂຄງການ​ VLP, 2) ຄວາມຄືບໜ້າຂອງກອງປະຊຸມດັ່ງກ່າວ; ແລະ 3) ຜົນການປະເມີນສິ່ງແວດລ້ອມໃນເບື້ອງຕົ້ນ (ຜົນກະທົບ ທີ່ມີຄວາມເປັນໄປໄດ້, ການປະເມີນທາງ ດ້ານຜົນກະທົບ ແລະ ມາດຕະການໃນການຫຼຸດຜ່ອນຜົນກະທົບ).


 ບົດບັນທຶກຂອງກອງປະຊຸມດັ່ງກ່າວ ໄດ້ຖືກກະກຽມ ເປັນພາສາລາວ ແລະອັງກິດ, ພ້ອມທັງບັນດາບົດ ສະເໜີ ໃນ ແລະເອກະສານທີ່ກ່ຽວຂ້ອງ ສຳຫຼັບຜູ້ເຂົ້າຮ່ວມກອງປະຊຸມ, ແມ່ນໄດ້ມີການເຜີຍແຜ່ ເພື່ອໃຫ້ມີການທົບທວນ ຕາມໄລຍະເວລາຄື ໂດຍມີກຳນົດເວລາ 1 ເດືອນ ເລີ່ມຈາກ ວັນທີ 11 ພະຈິກ 2014 ເປັນຕົ້ນໄປ.


ທີ່ຢູ່:      ຫ້ອງການ​ໂຄງການ ​ເຂດ​ໂລ​ຈິ​ສຕິກ ນະຄອນຫຼວງວຽງ​ຈັນ, ກົມ​ຂົນ​ສົ່ງ, ກະຊວງ ພາລະ​ທິການ​ແລະ​ຂົນ​ສົ່ງ ຖະໜົນ ລ້ານ​ຊ້າງ, ນະຄອນຫຼວງວຽງ​ຈັນ


​ໂທ:     021-412264


​ແຟັກ :   021-453187


ພະນັກງານ​ຕິດ​ຕໍ່: ນາງ ຂວັນ ວໍລະ​ສິງ (ເລຂາ ຫ້ອງການ​ໂຄງການ ​ເຂດ​​ໂລ​ຈິ​ສຕິກ ນະຄອນຫຼວງວຽງ​ຈັນ)


​ອີເມລ: operator@nareenci.com ທ່ານ​ ວັນ​ທະ​ກອນ ​ເດດ​ວົງ​ສາ, ທີ່ປຶກສາ ດ້ານສິ່ງແວດລ້ອມ, ໂທ: 020 2345 6365  ອີເມລ: vanthakoned@gmail.com


 ທຸກໆອົງການຈັດຕັ້ງ ແລະ/ຫຼື ສ່ວນບຸກຄົນ ທີ່ມີຄວາມສົນໃຈໃນໂຄງການດັ່ງກ່າວ, ສາມາດທົບທວນ ຂໍ້ມູນດັ່ງກ່າວ ທີ່ຫ້ອງການໂຄງການ VLP, ທີ່ໄດ້ກ່າວໄວ້ຂ້າງເທິງ. ບັນດາຂໍ້ມູນດັ່ງກ່າວ ກໍ່ຍັງສາມາດດາວໂຫຼດໄດ້ທີ່ ເວັບໄຊຂອງ ກະຊວງໂຍທາທິການແລະຂົນສົ່ງ (http://www.mpwt.gov.la) ໄລຍະເວລາ 1 ເດືອນ ຈາກວັນທີ 11 ພະຈິກ 2014


 ທຸກໆ ຄຳຖາມ/ຂໍ້ສະເໜີ ແລະ/ຫຼື ແນວຄິດຕ່າງໆ ກ່ຽວກັບໂຄງການ VLP ແມ່ນມີຄວາມຍິນດີຮັບເອົາ ທີ່ຫ້ອງການໂຄງການ VLP ໂດຍຜ່ານທາງ ອີເມລ, ໂທລະສັບ, ໂທລະສານ ແລະ/ຫຼື ຊ່ອງທາງທີ່ເໝາະສົມ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250