Department of Inspection


  • ຜ່ານມາ, ບັນຫາໜຶ່ງກ່ຽວກັບເອກະສານ ທີ່ພວກເຮົາມັກພົບກໍ່ຄື ເວລາຫົວໜ້າຖາມເອກະສານໃດໜຶ່ງ ແລ້ວຊອກຫາບໍ່ເຫັນ. ຫຼາຍຄັ້ງ ການຊອກຫາອາດໃຊ້ເວລາຫຼາຍມື້ ຫຼືບາງເທື່ອກໍ່ລືມໄປເລີຍຍ້ອນມີຫຼາຍວຽກ.
  • ການສັງລວມຫຍໍ້ ຫຼືການຮ່າງບົດລາຍງານ ກ່ຽວກັບວຽກງານ ຫຼືບັນຫາໃດໜຶ່ງໃຫ້ຫົວໜ້າ ມີຄວາມຫຍຸ້ງຍາກ ເນື່ອງຈາກບໍ່ມີຂໍ້ມູນສຳນວນເອກະສານທີ່ຄົບຖ້ວນ ແລະ Update ບໍ່ພຽງພໍ (ຕົວຢ່າງ: ການສັງລວມຫຍໍ້ໃຫ້ທ່ານລັດຖະມົນຕີ ເພື່ອລາຍງານຕໍ່ກອງປະຊຸມລັດຖະບານ, ນາຍົກ-ຮອງນາຍົກລັດຖະມົນຕີ ຫຼື ກອງປະຊຸມອື່ນໆ).
  • ການຕິດຕາມຄວາມຄືບໜ້າຂອງເອກະສານ ກໍ່ຄືການຕິດຕາມການຈັດຕັ້ງປະຕິບັດ ທິດຊີ້ນຳຂອງຄຳນະນຳກະຊວງ ນຳບັນດາກົມ/ກອງ ມີຄວາມຫຍຸ້ງຍາກ (ຕົວຢ່າງ: ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ກະຊວງຄົ້ນຄວ້າ ແລ້ວລາຍງານຄືນ ກ່ຽວກັບບັນຫາໃດໜຶ່ງ ແຕ່ບໍ່ຮູ້ວ່າການດຳເນີນການຮອດໃສແລ້ວ).
legislation
projects
statistics

www.lao.cc

020 xxx xxx

Vientiane Capital


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250