Ministry News

ກະຊວງ ຍທຂ ຈັດຕັ້ງໂຄສະນາ-ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ລະນຶກວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ.

2019-12-13 - Administrator


ໃນ​ວັນ​ທີ 13 ທັນວາ 2019 ຢູ່​ທີ່​ຫ້ອງ​ປະຊຸມ​​ໃຫຍ່ ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​​ໄດ້ຈັດ​ຕັ້ງ​ໂຄສະນາ-ປາຖະກະຖາ ​ວັນຊາດ​ທີ 2 ທັນວາ ຄົບຮອບ 44 ປີ (02/12/1975–02/12/2019)  ​ແລະ  ລະນຶກ​ວັນ​ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ (13/12/1920–13/12/2019)  . ໂດຍໃຫ້​ກຽດ​ປາຖະກະຖາ​ຂອງ ທ່ານ ພັນ​ເອກ ​ແສງ​ທອງ ດວງ​ບັນດິດ ​​ຄະນະ​ພັກ, ຄະ​ນະ​ບໍລິຫານ​ງານ, ຫົວໜ້າ​ກົມ​ໂຄສະນາ​-ອົບຮົມ, ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ; ​ ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ບຸນ​ຈັນ ສິນຣາຊະ​ວົງ ​ເລຂາຄະນະ​​ພັກຮາກ​ຖານ, ຫົວໜ້າ​ຫ້ອງການ​ກະຊວງ ຍທຂ; ມີ​ບັນດາ​ສະຫາຍ ຄະນະ​ປະ​ຈໍາ​ພັກກະຊວງ​, ກຳມະການ​ພັກ​ກະຊວງ, ບັນດາ​ສະຫາຍ​ ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ​ຮາກ​ຖານ, ຫົວໜ້າ​ກົມ, ຮອງ​ຫົວໜ້າ​ກົມ, ຫົວໜ້າພະ​ແນ​ກ, ຮອງ​ຫົວໜ້າ​ພະ​ແນ​ກ, ຫ້ອງການ, ກົມ, ສະ​ຖາ​ບັນ, ກອງວິຊາ​ການ ​ແລະ ຜູ້ອໍານວຍ​ການ ​ແລະ ຮອງ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະກິດ ອ້ອມ​ຂ້າງ​ກະຊວງ, ຄະນະ​ບໍລິຫານ​ງານ ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ ຂັ້ນ​ກະຊວງ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.





      ​ໃນ​ທ່າມກາງ ທົ່ວ​ພັກ, ທົ່ວ​ລັດ ​ແລະ ທົ່ວ​ປວງ​ຊົນ​ລາວ ທັງ​ຊາດ ພວມ​ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງຄະ​ນະ​ພັກ​ກະຊວງ ຍທຂ ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ, ​ກໍ​ຄືສ້າງ​ຂະ​ບວນການ​ເພື່ອ​ສະ​ເຫຼີມສະຫຼອງ 2 ວັນ​ປະຫວັດສາດ ຄື: ວັນ​ສະຖາ​ປະນາ ສປປ ລາວ ຄົບຮອບ 44 ປີ ​ແລະ ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ​ໄກສອນ ພົມວິຫານ ຄົບຮອບ 99 ປີ  ​ແລະ​ ​ເພື່ອ​ຂໍ່ານັບ​ຮັບຕ້ອນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ທີ່​ຈະ​ໄຂ​ຂື້ນ​ໃນ​ຕໍໍ່ໜ້າ​ນີ້. ນອກຈາກ​ນັ້ນ ​ເພື່ອ​ເຮັດ​ໃຫ້​ພະນັກງານ, ສິມາ​ຊິກ​ພັກ, ພາຍ​ໃນ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ມີ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ເລີກ​ເຊີ່ງ​ກ່ຽວ​ກັບ​ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​​ວັນສະຖາປະນາ ສປປ ລາວ ຄົບຮອບ 44 ປີ ​ເຊີ່ງ​ເປັນ​ເຫດການ​ປະຫວັດສາດ​ສໍາຄັນ​ໃຫຍ່​ຫຼວງ​ຂອງ​ຊາດ​ລາວ​ເຮົາ​, ຕິດ​ພັນ​ກັບ​ການ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ, ຂອງ​ພັກ. ​ເພື່ອເສີມ​ຂະຫຍາຍ​ ມູນ​ເຊື້ອ​ອັນ​ດີງາມ, ຄຸນງາມ​ຄວາມ​ດີ, ຄຸນ​ສີນ​ທໍາ​ປະຕິວັດ​ຂອງ​ປະທານ ​ໄກສອນ ພົມ​ວິຫານ, ຜູ້​ນໍາ​ທີ່​ແສນ​ເຄົາລົບ​ຮັກ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ. ​





ເພື່ອ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ໄດ້​ຮັບ​ຮູ້ ​ໄດ້​ຮໍ່າຮຽນ​ເອົາ​ແບບຢ່າງ​ອັນ​ໃສ່​ແຈ້ງ​ດີ​​ເດັ່ນ​ຂອງ​ເພີ່ນ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ເພື່ອ​ຮັບ​ໃຊ້​ຊາດ, ຮັບ​ໃຊ້​ປະຊາຊົນ​ດ້ວຍ​ຄວາມ​ບໍລິສຸດ​ຜຸດ​ຜ່ອງ, ຕັ້ງໜ້າຈັດ​ຕັ້ງ​ປະຕິບັດ​ແນວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ-ລັດ ​ເຮັດ​ໃຫ້​ປະກົດ​ຜົນ​ເປັນ​ຈີ​ງຍີ່​ງໆ​ຂຶ້ນ. ​ເພື່ອປຸກລະດົມ​ຂະ​ບວນການ​ຂໍ່ານັບຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ​ໃຫ້​ຟົດ​ຟື້ນ ​ເປັນ​ລະບຽບ​ຮຽບຮ້ອຍ, ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ. ການ​ໂຄສະນາ-ປາຖະກະຖາ ​ໃນ​ຄັງ​ນີ້ ​ເພື່ອ​ຍົກ​ໃຫ້​ເຫັນ​ມູນ​ເຊື້ອ ​ແລະ ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ການ​ນໍາພາຕະຫຼອດ​ໄລຍະ 44 ປີ, ​ໃຫ້​ແກ່​ຄະນະ​ພັກ-

ຄະນະ​ນໍາ​ກະຊວງ, ບັນດາ​ຮາກ​ຖານ ​ແລະ ພະນັກງານ ສະ​ມາຊິກ​ພັກ ​ໄດ້​ຮັບ​ຮູ້​ຢ່າງ​ເລີກ​ເຊີງ ​ແລະ ຖອດ​ຖອນ​ບົດຮຽນ ​ເຂົ້າ​ໃນ​ການ​ເຮັດວຽກ​ງານ​ຕົວ​ຈີ​ງ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250