Ministry News

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ ແລະ ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020

2021-04-01 - Administrator

ໃນຕອນເຊົ້າຂອງວັນທີ 31 ມີນາ 2021 ໄດ້ຈັດພິທີ ປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ ແລະ ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020, ໃຫ້ກຽດປາຖະກະຖາໂດຍ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ, ມີບັນດາພະນັກງານຫຼັກແຫຼ່ງຈາກ ຫ້ອງການ, ກົມ, ກອງ ແລະ ລັດວິສາຫະກິດທີ່ຂື້ນກັບກະຊວງ ຍທຂ ເຂົ້າຮ່ວມ.




ໃນພິທີດັ່ງກ່າວ, ໄດ້ຮັບຟັງການເລົ່າຄືນມູນເຊື້ອອັນພິລະອາດຫານ ຂອງພັກປະຊາຊົນປະຕິວັດລາວແຕ່ວັນທີ 22 ມີນາ 1955-22 ມີນາ 2021 ເພື່ອເປັນການສຶກສາອົບຮົມໃຫ້ພະນັກງານສະມາຊິກພັກໃຫ້ຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອແຫ່ງການຕໍ່ສູ້ອັນພິລາອາດຫານ ແລະ ໄຊຊະນະປະວັດສາດໃນພາລະກິດແຫ່ງການຕໍ່ສູ້ປົກປ່ອຍຊາດໃນເມື່ອກ່ອນ ແລະ ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສພັດທະນາປະເທດຊາດຕະຫຼອດໄລຍະ 66 ປີທີ່ຜ່ານມາ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານນັກຮົບປະຕິວັດ ທີ່ໄດ້ອຸທິດເລືອດເນື້ອເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ແລະ ຖືໂອກາດນີ້ມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ, ປອດໃສ ແລະ ໜັກແໜ້ນປະຈໍາປີ 2020 ໃຫ້ກັບ 12 ໜ່ວຍພັກມີຄື: ຄະນະພັກຫ້ອງການກະຊວງ (ມີ 2 ໜ່ວຍພັກ), ຄະນະພັກຮາກຖານລັດວິສາຫະກິດຄົມມະນາຄົມ ( ມີ 3 ໜ່ວຍພັກຄື: ໜ່ວຍພັກພາກສ່ວນບໍລິຫານ, ໜ່ວຍພັກພາກສ່ວນເຕັກນິກ ແລະ ຄຸ້ມຄອງກໍ່ສ້າງ ແລະ ໜ່ວຍພັກພາກສ່ວນສໍາຫຼວດອອກແບບ-ທໍລະນີ), ໜ່ວຍພັກຮາກຖານມີ 7 ຮາກຖານຄື: ໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ໜ່ວຍພັກຮາກຖານກົມນິຕິກໍາ, ໜ່ວຍພັກຮາກຖານກົມທາງລົດໄຟ, ໜ່ວຍພັກຮາກຖານກົມນໍ້າປະປາ, ໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າໂຍທາທິການ ແລະ ຂົນສົ່ງ, ໜ່ວຍພັກຮາກຖານສະຖາບັນຝຶກອົບຮົມໂຍທາທິການ ແລະ ຂົນສົ່ງ ແລະ ໜ່ວຍພັກຮາກຖານກອງຄຸ້ມຄອງທາງລົດໄຟ.




ໃນພິທີ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນ ຕີກະຊວງ ຍທຂ ໄດ້ໂອລົມຕໍ່ພະນັກງານ, ບັນດາສະມາຊິກພັກກະຊວງວ່າ “ພັກເຮົາຍາມໃດກໍ່ຖືສໍາຄັນ ການປັບປຸງກໍ່ສ້າງພັກ ແລະ ການສ້າງສະມາຊິກພັກ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຮັບໃຊ້ໜ້າທີ່ການເມືອງຂອງພັກ ໃຫ້ມີຜົນສໍາເລັດ ແລະ ຄຸນະພາບສູງຂື້ນໃນແຕ່ລະໄລຍະໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກໍ່ໄດ້ກໍານົດໄວ້ວ່າ: “ຕ້ອງສືບຕໍ່ປັບປຸງການຈັດຕັ້ງພັກແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ເດັດດ່ຽວແກ້ໄຂບັນຫາທີຄົງຄ້າງຢູ່ພາຍໃນພັກ ແລະ ເຮັດໃຫ້ການຈັດຕັ້ງພາຍໃນພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເປັນແກນນໍາໃນລະບົບການເມືອງ” ໃນໄລຍະຜ່ານມາບັນດາຮາກຖານພັກ ແມ່ນໄດ້ເອົາໃຈໃສ່ໃນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ແມ່ນແຕ່ລະຮາກຖານໄດ້ສ້າງແຜນການ ແລະ ສະຫຼຸບຕີລາຄາປະເມີນຜົນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນເຊິ່ງໃນປີ 2020 ມີທັງໝົດ 16 ໜ່ວຍພັກ ທີ່ໄດ້ສະຫຼຸບຕີລາຄາປະເມີນຜົນ ແລະ ສະ      ເໜີເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສະນັ້ນ ກົມຈັດຕັ້ງ ແລະ ພະນັກງານ ແລະ ກົມກວດກາ ໄດ້ຄົ້ນຄວ້າ ແລະ ສະເໜີຕໍ່ຄະນະພັກປະຈໍາກະຊວງ ສາມາດຮັບຮອງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ 12 ໜ່ວຍພັກ, ໂດຍອີງໃສ່ຜົນງານການຊີ້ນໍານໍາພາ ແລະ 5 ເນື້ອໃນຂອງຄໍາສັ່ງເລກທີ 01/ກມສພ ແລະ ມີ 4 ໜ່ວຍພັກໄດ້ສືບຕໍ່ກໍ່ສ້າງໃນປີຕໍ່ໄປ ເນື່ອງຈາກວ່າຍັງມີບັນຫາຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂ ແລະ ປັບປຸງຕື່ມອີກ".





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250