Ministry News

ພິທິເປີດຝຶກອົບຮົມພາສາອັງກິດການບິນ

2021-03-26 - Administrator

ພິທີເປີດຝຶກອົບຮົມພາສາອັງກິດການບິນ, ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2021 ໄດ້ສະເຫຼີມສະຫຼອງການເລີ່ມຕົ້ນຂອງຫຼັກສູດພາສາອັງກິດການບິນໃໝ່ ແລະ ການເລີ່ມຕົ້ນຂອງການຮ່ວມມືໃໝ່ ລະຫວ່າງສູນອົບຮົມການບິນພົນລະເຮືອນ (CATC) ແລະ ສູນພາສາ ARDA ນະ​ຄອນ​ຫຼວງວຽງ​ຈັນ. ທ່ານເອກອັກຄະລັດຖະທູດ​ອັງ​ກິດ ໄດ້ຮັບ​ຮູ້ ແລະ ໄດ້ມອບປື້ມແບບຮຽນ ໃຫຄູ່ຮ່ວມງານໃນດ້ານການບິນ ແລະ ເຕັກໂນໂລຢີການສື່ສານ (PACTEC). ປື້ມ 75 ຫົວມີມູນຄ່າ ສາມ​ພັນ​ສາມ​ສິບ​ຫົກ​ປອນ (3036 £).


           PACTEC, ອົງການບໍ່ຫວັງຜົນກຳໄລສາກົນ ກຳລັງດຳເນີນງານພາຍໃຕ້ MOU ໄລຍະ 3 ກັບ ກະຊວງ ໂຍທາທິການ ແລະ ຂົນສົ່ງ (PTTI), ເຊິ່ງ ທ່ານ ສີ​ລິ​ພອນ ອິນ​ທິ​ລາດ ຫົວ​ໜ້າ​ສະ​ຖາ​ບັນ​ຝຶກ​ອົບ​ຮົມ ຍ​ທ​ຂ ເປັນປະທານເປີດໃນພິທີດັ່ງກ່າວ. PACTEC, ໃນຂະນະທີ່ເຮັດວຽກຢ່າງໃກ້ຊິດກັບ ສູນຝຶກການບິນພົນລະເຮືອນ ພາຍໃຕ້ການເປັນຜູ້ອຳນວຍການ ທ່ານ ທັດ​ສະ​ພອນ ໄຊ​ຍະ​ສານ ຫົວ​ໜ້າ​ສູນ​ຝຶກ​ການ​ບິນ​ພົນ​ລະ​ເຮືອນ, ໄດ້ໃຫ້ການຝຶກອົບຮົມພາສາອັງກິດດ້ານການບິນໃຫ້ແກ່ນັກຮຽນປະມານ 800 ຄົນນັບແຕ່ປີ 2004, ໃນນັ້ນມີນັກບິນ ແລະ ນັກ​ບັນ​ຊາ​ຈະ​ລາ​ຈອນ​ທາງ​ອາ​ກາດ.




ນັກ​ບັນ​ຊາ​ຈະ​ລາ​ຈອນ​ທາງ​ອາ​ກາດ 7 ຄົນໄດ້ລົງທະບຽນເຂົ້າໃນຫລັກສູດພາສາອັງກິດການບິນໃໝ່ ນີ້. ພວກເຂົາມີແຜນທີ່ຈະໃຊ້ເວລາ 64 ຊົ່ວໂມງກັບຄູອາຈານຂອງພວກເຂົາ, ທ່ານນາງ Julia Phonkeo ຈາກ ສູນ ARDA, ເພື່ອ​ເຮັດ​ໃຫ້​ນັກ​ຮຽນ​ດັ່ງ​ກ່າວ​ທີ່ເວົ້າພາສາອັງກິດ​ຂັ້ນ​ພຶ້ນ​ຖານໂດຍປັບປຸງພາສາອັງກິດຂອງພວກເຂົາ ແລະ ເພື່ອພະຍາຍາມໃຫ້​ນັກ​ຮຽນ​ດັ່ງ​ກ່າວ​ສາ​ມາດ​ຜ່ານການທົດສອບຄວາມສາມາດດ້ານພາສາອັງກິດຂອງອົງການການບິນພົນລະເຮືອນສາກົນໃນລະດັບ 4 ຫຼືສູງກວ່າ​ເພື່ອອະນຸຍາດໃຫ້ພວກເຂົາ​ໄດ້ປະຕິບັດງານ ຢູ່ສະໜາມສາກົນ.


           ໃນພິທີມື້ນີ້, ທ່ານ Tubbesing, ຫົວໜ້າ ຝ່າຍຝຶກອົບຮົມຂອງໂຄງ​ການ​ຝຶກ​ແອບ​ນັກ​ບິນ ອົງການ PACTEC ໄດ້ໃຫ້ ຄຳເຫັນວ່າ: ພະນັກງານຂອງພວກເຮົາ, ຜູ້ທີ່ມີຄວາມກະຕືລືລົ້ນໃນການບິນ, ໄດ້ຮັບໂອກາດເຮັດວຽກຢູ່ທີ່ນີ້ ແລະ ໄດ້​ຮັບການຝຶກອົບຮົມທີ່ມີຄຸນນະພາບ ແລະ ການສື່ສານພາສາອັງກິດທີ່ດີ, ຊຶ່ງ​ເຫັນ​ວ່າການສື່ສານພາສາອັງກິດ ແມ່ນມີສຳຄັນໃນດ້ານການບິນ. ໃນຂະນະທີ່ກໍ​າ​ລັງບິນ ແມ່ນສະພາບແວດລ້ອມທີ່ໜ້າຕື່ນເຕັ້ນທີ່ສຸດ, ມິ​ຄວາມ​ສ່ຽງ​ຫຼາຍ​ສຸດ, ຊຶ່ງມັນກຳລັງຈະກໍ່ໃຫ້ຄວາມຜິດພາດ ແລະ ການສື່ສານພາ​ສາ​ອັງ​ກິດທີ່ບໍ່ຖືກຕ້ອງເຊິ່ງສາມາດ ນຳໄປສູ່ການສູນເສຍຊີວິດ ແລະ ການທຳລາຍອຸປະກອນທີ່ແພງ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຈາກສະຖານທູດອັງກິດ, ແລະ ເຊື່ອໝັ້ນວ່າການຊ່ວຍເຫຼືອຂອງພວກທ່ານ ຈະເປັນໄປໄດ້ຍາວນານ ແລະ ​ຈະ​ໄດ້​ຮັບ​ການປັບປຸງການສື່ສານພາສາອັງກິດໃນຂະແໜງການບິນ. ພວກເຮົາຍັງຄອງຄອຍການຮ່ວມມື ແລະ ຊ່ວຍ​ເຫຼືອຂອງພວກ​ທ່ານກັບ ສູນ ARDA ແລະ ຫວັງວ່າຈະສາມາດໃຫ້ການຝຶກອົບຮົມພາສາອັງກິດທີ່ມີຄຸນນະພາບ ບໍ່ພຽງແຕ່ຢູ່ໃນນະຄອນຫຼວງວຽງຈັນ ເທົ່ານັ້ນ ແຕ່ຍັງຢູ່ໃນຫລາຍໆແຂວງຂອງ​ປະ​ເທດ​ລາວ ໃນອະນາຄົດອັນໃກ້ນີ້.


           ນອກຈາກ, ການໃຫ້ການຝຶກອົບຮົມພາສາອັງກິດ, PACTEC ຍັງເປັນອົງການຈັດຕັ້ງທີ່ໄດ້ຮັບການອະນຸມັດ ດ້ານ(ATO) ແລະ ຕັ້ງແຕ່ປີ 2013 ໄດ້ຝຶກອົບຮົມໃຫ້ນັກບິນສາຍການບິນມືອາຊີບ ຈຳນວນ 11 ຄົນໃຫ້ແກ່ ບໍ​ລິ​ສັດ Lao Skyway ໂດຍມີນັກຮຽນເພີ່ມຕື່ມອີກ 3 ຄົນທີ່ກຳລັງຝຶກອົບຮົມໃນ​ປັດ​ຈຸ​ບັນ​ນີ້. ນັກ​ບິນ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ການ​ຝຶກ​ອົບ​ຮົມ ຈາກ PACTEC ໄດ້ຮັບການຝຶກອົບຮົມຢ່າງເຂັ້ມງວດ ແລະ ໄດ້ມາດຕະຖານສູງ.


           ເຖິງແມ່ນວ່າ ທ່ານ Renicker ບໍ່ສາມາດເຂົ້າຮ່ວມພິທີໃນມື້ນີ້ກໍ່​ຕາມ, ແຕ່ທ່ານ Renicker ຜູ້ອຳນວຍການປະຈຳຕ່າງປະເທດຂອງ PACTEC ກ່າວໃນຄຳຖະແຫຼງທີ່ເປັນລາຍລັກອັກສອນວ່າ ທ່ານມີ​ຄວາມ​ຮູ້​ສຶກ​ເປັນ​ກຽດ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການສະໜັບສະໜູນ ແລະ ການຮ່ວມມືທີ່ PACTEC ໄດ້ມີຄວາມສຸກໃນການເຮັດວຽກກັບຄູ່ຮ່ວມງານຂອງ ສ​ປ​ປ ລາວ. ນອກຈາກນັ້ນ, ທ່ານຍັງໄດ້ກ່າວວ່າ PACTEC ຫວັງວ່າຈະສືບຕໍ່ການຮ່ວມມືກັບທັງສອງລັດຖະບານ ແລະ ຄູ່ຮ່ວມ​ງານສາກົນ ເພື່ອຄາດຄະເນໃນການພັດທະນາໂຮງຮຽນບຳລຸງຮັກສາເຮືອບິນ ໃນອະນາຄົດ, ພ້ອມທັງໂຄງການຝຶກອົບຮົມການຄວບຄຸມການຈະລາຈອນທາງອາກາດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250