Ministry News

ພິທີເຊັນສັນຍາ ຮັບເໝົາ ປັບປຸງ ແລະ ສ້ອມແປງທາງ 13 ໃຕ້

2021-03-11 - Administrator

   ໃນຕອນເຊົ້າຂອງວັນທີ 11 ມີນາ 2021 ໄດ້ມີພິທີເຊັນສັນຍາ ຮັບເໝົາ ໂຄງການປັບປຸງ ແລະສ້ອມແປງທາງ 13 ໃຕ້ ຊ່ວງສັນຍາ 1, ກມ 71 ຫາ ກມ 111, ຍາວ 40 ກມ, ແຂວງບໍລິຄຳໄຊ; ລະຫວ່າງ ກົມຂົວທາງ, ກະຊວງ ຍທຂ ກັບຜູ້ຮັບເໝົາ Joint Venture of Thang Long Joint Stock Corporation – ສຸພາພອນ ກໍ່ສ້າງ ສໍາລວດ-ອອກແບບ ແລະ ຂົວທາງຈໍາກັດຜູ້ດຽວ, ພິທີ່ດັ່ງກ່າວຈັດຂື້ນທີ່ຫ້ອງປະຊຸມກົມຂົວທາງ ກະຊວງ ຍທຂ, ໃຫ້ກຽດເຂົ້າຮ່ວມພິທີ່ດັ່ງກ່າວ, ມີທ່ານ ລິຕາ ຂັດທິຍະ ຫົວໜ້າກົມຂົວທາງ, ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຕ່າງໜ້າຈາກບໍລິສັດ ທີ່ຮັບເໝົາການກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.


   ໂຄງການປັບປຸງ ແລະສ້ອມແປງທາງ 13 ໃຕ້ (ຊ່ວງສັນຍາ 1) ກມ 71-ກມ 111 ມີຄວາມຍາວ 40 ກມ, ແມ່ນນອນຢູ່ໃນໂຄງການປັບປຸງ ແລະສ້ອມແປງທາງ 13 ໃຕ້ແຕ່ ກມ 71 (ແຂວງ ບໍລິຄຳໄຊ) ຫາ ກມ 346 (ແຂວງ ຄໍາມ່ວນ) ມີຄວາມທັງໝົດ 275 ກມ, ຊຶ່ງໄດ້ແບ່ງອອກເປັນ 4 ຊ່ວງສັນຍາ, ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕໍ່າຈາກສາມສະຖາບັນຄື: ທະນາຄານໂລກ (WB) , ທະນາຄານລົງທຶນເອີຣົບ (EIB), ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (AIIB) ເເລະ ງົບປະມານຈາກກອງທຶນທາງ ລວມທັງໝົດ 157,5 ລ້ານໂດລາສະຫະລັດ, ໃນນີ້ຄ່າກໍ່ສ້າງ ເເລະ ປັບປຸງເສັ້ນທາງ 275 ກມ ຈຳນວນ 125 ລ້ານໂດລາສະຫະລັດ, ຄ່າຊົດເຊີຍສິ່ງກີດຂວາງ ເເລະ ເວນຄືນທີດີນ 1,7 ລ້ານໂດລາສະຫະລັດ, ຄ່າວ່າຈ້າງທີປຶກສາ 5 ລ້ານໂດລາສະຫະລັດ ເເລະ ຄ່າບູລະນະຮັກສາ 25,8 ລ້ານໂດລາ, ໄລຍະປະຕິບັດໂຄງການເເມ່ນ 10 ປີ ເເຕ່ປີ 2021-2031 ,  ໃນນີ້ ໄລຍະກໍ່ສ້າງ 2-3 ປີ ເເລະ ບູລະນະຮັກສາ 7-8 ປີ.




 ໂຄງການນີ້ມີຈຸດປະສົງ ເພືອປັບປຸງ ເເລະ ຍົກລະດັບຕອນທາງດັ່ງກ່າວໃຫ້ສາມາດຮັບນາໍ້ໝັກບັນທຸກໄດ້ 11 ໂຕນ/ເພົາ, ໂດຍຍົກລະດັບໂຄງສ້າງຂອງທາງຊ່ວງທີ່ຕາໍ່ ທີມີນາໍ້ຖ້ວມໃນໄລຍະຜ່ານມາ,ຂະຫຍາຍໝ້າທາງເກົ່າໃຫ້ກ້ວາງອອກຕື່ມ, ເສີມຄວາມເເຂງເເກ່ນໂດຍການເສີມຊັ້ນພື້ນທາງອີກ 10-20 ຊມ ເເລະ ປູທັບໝ້າທາງດ້ວຍຢາງຂົ້ວ.


         ສໍາລັບຊ່ວງສັນຍາ 1 ເເມ່ນເລີ່ມເເຕ່ ກມ 71 ຫາ ກມ 111 , ລວງຍາວ 40 ກມ, ເເມ່ນນຳໃຊ້ທຶນກູ້ຢືມຈາກທະນາຄານໂລກ ເພືອປັບປຸງຍົກ ລະດັບຈຸດນາໍ້ຖ້ວມ ເເລະ ຂະຫຍາຍໝ້າທາງເກົ່າ ຈາກ 9 ເເມັດເປັນ 12 ເເມັດ, ມີ 2 ຊ່ອງທາງຈາລະຈອນ (2 x 3,5 ມ) ເເລະ ບ່າທາງເບື້ອງລະ 2,5 ມ ພ້ອມທັງກໍ່ສ້າງຂົວໃໝ່ 2 ເເຫ່ງ ເເທນໃສ່ຈຸດເກົ່າ ລວງຍາວເເຫ່ງລະປະມານ 25 ມ, ກ້ວາງ 12 ມ, ໂຄງສ້າງທາງເເມ່ນໄດ້ອອກເເບບເປັນໝ້າທາງເເບບປູຢາງຂົ້ວ (ເບຕົງອັສຟານ)


         ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ໄດ້ຄັດເລືອກເອົາບໍລິສັດຮັບເໝົາໂດຍການປະມູນສາກົນໃນຮູບເເບບສັນຍາເເບບມອບເໝົາ (Output and Performances Base Road Contract-OPBRC) ຄື ຜູ້ຮັບເໝົາເປັນຜູ້ດຳເນີນການກໍ່ສ້າງສຳເລັດພາຍໃນ 2 ປີ ເເລະ ສືບຕໍ່ບູລະນະຮັກສາໄປຕື່ມອີກ 8 ປີ, ຈີ່ງມອບໃຫ້ເຈົ້າຂອງໂຄງການ.


         ມູນຄ່າຂອງສັນຍາຜ່ານການປະມູນ ສໍາລັບສັນຍານີ້ເເມ່ນ 17,5 ລ້ານໂດລາ, ສ່ວນຮູບການຊາໍລະໃຫ້ເເກ່ໂຄງການເເບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1: ເເມ່ນໄລຍະດຳເນິນການກໍ່ສ້າງ 2 ປີ, ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ, ໂດຍເເມ່ນ ທະນາຄານໂລກເປັນຜູ້ສຳລະ ແລະ ໄລຍະທີ 2: ເເມ່ນໄລຍະການນຳໃຊ້ ເເລະ ບູລະນະຮັກສາເສັ້ນທາງ 8 ປີ, ເເບ່ງຈ່າຍເປັນງວດໆໂດຍນຳໃຊ້ເງິນຈາກກອງທຶນທາງ (ຂອງລັດຖະບານ) ຈຳນວນ 3,5 ລ້ານໂດລາສະຫະລັດ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250