Ministry News

ພິທີ ມອບ-ຮັບ ຍານພາຫະນະເພື່ອຮັບໃຊ້ວຽກງານໂຄສະນາ ເຜີຍແຜ່ ປູກຈິດສໍານຶກ ແລະ ການບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ

2021-04-08 - Administrator

ໃນຕອນບ່າຍຂອງວັນທີ 07 ເມສາ 2021 ກົມຂົນສົ່ງ ກະຊວງ ຍທຂ, ພ້ອມດ້ວຍກົມຕໍາຫຼວດຈາລະຈອນ ກະຊວງ ປກສ ໄດ້ມອບ-ຮັບ ຍານພາຫະນະ ເພື່ອຮັບໃຊ້ວຽກງານ ໂຄສະນາ, ເຜີຍແຜ່, ປູກຈິດສໍານຶກ ແລະ ການບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ ໃຫ້ກັບສອງເມືອງຄື: ເມືອງໂພນໂຮງ ແຂວງວຽງຈັນ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.


          ໃຫ້ກຽດມອບເຄື່ອງໃນຄັ້ງນີ້ໂດຍ ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ແລະ ທ່ານ ພັອ ກົງສີ ສຸວັນນະຕູ້ມ ຫົວໜ້ສກົມຕໍາຫຼວດຈາລະຈອນ, ກະຊວງ ປກສ, ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດຈາລະຈອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ເມືອງໂພນໂຮງ ແຂວງວຽງຈັນ, ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ມີ: ລົດບັນທຸກ Truck K/CAB 4x2 ຂັບເຂື່ອນ 2 ລໍ້ (ປະເພດລົດບັນທຸກ ຍີ່ຫໍ້ ຮຸນໄດ H-100), ຈໍານວນສອງຄັນ (ມອບໃຫ້ເມືອງລະຄັນ), ໝວກກັນກະທົບ 40 ໜ່ວຍ (ເມືອງລະ 20 ໜ່ວຍ), ເສື້ອຢືດ 100 ຜືນ (ເມືອງລະ 50 ຜືນ), ແຜ່ນພັບ, ເຈ້ຍໂຄສະນາ, ປື້ມຄູ່ມືການໃຊ້ກົດຈາລະຈອນ, ລວມມູນຄ່າປະມານ ເມືອງລະປະມານ 230 ກວ່າລ້ານກີບ, ລວມທັງໝົດ 460 ກວ່າກີບ.



ເພື່ອນຳໃຊ້ຍານພາຫະນະ ດັ່ງກ່າວ ໃນການຈັດຕັ້ງປະຕິວັດ ວຽກງານການລົງ ໂຄສະນາ ເຜີຍແຜ່, ປູກຈິດສຳນຶກ ແລະ ບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ, ພາຍໃຕ້ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ (ສີເກີດ-ໂພນໂຮງ), ພາຍໃຕ້ໂຄງ​ການ​ປັບ​ປຸງ ແລະ ສ້ອມ​ແປງ​ເສັ້ນ​ທາງ ​ເລກ 13 ເໜືອ (ສີເກີດ-ໂພນໂຮງ), ກົມຂົນສົ່ງ ໄດ້ຮັບງົບປະມານ ຈາກທະນາຄານໂລກ  ຕາມສັນຍາກູ້ຢືມ ເລກທີ 6226-LA, ເລກທີໂຄງການ P163730, ໃນການຈັດຕັ້ງປະຕິບັດ 02 ໜ້າ​ວຽກ​ຫຼັກ ເຊັ່ນ: (1) ວ່າ​ຈ້າງ​ຊ່ຽວ​ຊານ​ທີ່​ປຶກ​ສາ ກວດ​ສອບ​ຄວາມ​ປອດ​ໄພ​ຂອງ​ເສັ້ນ​ທາງ​ເລກ​ທີ 13 ເໜືອ (ສີ​ເກີດ-ໂພນ​ໂຮງ) ແລະ 13ໃຕ້ (ກມ 21-ກມ 346); (2) ໂຄ​ສະ​ນາ ເຜີຍ​ແຜ່, ປູກ​ຈິດ​ສຳ​ນຶກ ​ແລະ ບັງ​ຄັບ​ໃຊ້​ກົດ​ໝາຍ ດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ, ພ້ອມ​ດຽວ​ກັນ​ນັ້ນ ກໍ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ ຊ່ຽວ​ຊານ​ທີ່​ປຶກ​ສາ ຈາກ​ທະ​ນາ​ຄານ​ໂລກ Global Road Safety Facility (GRSF) ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ວຽກ​ສຳ​ຄັນ ເຊັ່ນ: (1) ປະ​ເມີນ​ຜົນ​ດ້ານ​ນະ​ໂຍ​ບາຍ, ຄວາມ​ອາດ​ສາ​ມາດ, ຊ່ອງ​ຫວ່າງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ຝຶກ​ອົບ​ຮົມ ດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ ແລະ ຄົ້ນຄ້ວາບັນດາປັດໄຈທີ່ກໍ່ໃຫ້ເກີດອຸບປະຕິເຫດ ຕາມເສັ້ນທາງໃນຕົວເມືອງ ນະຄອນຫຼວງວຽງຈັນ ເຊັ່ນ: ດື່ມແລ້ວຂັບ ແລະ ຄວາມໄວ; (2) ການ​ນຳ​ໃຊ້​ລະ​ບົບ ຂໍ້​ມູນສຳ​ລັບ​ການ​ປະ​ເມີນຜົນ ເຫດ​ການ​ທີ່​ເກີດ​ຂຶ້ນ ຕາມ​ເສັ້ນທາງ ແລະ ​ການລາຍ​ງານ Data for Road Incident Visualization Evaluation and Reporting (DRIVER).







About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250