Provincial News

ສຳເລັດການເທຂາງຂົວເຊື່ອມຕໍ່ກັນ ຂົວຂ້າມນ້ຳຂອງ ທ່າເດື່ອ-ປາກຄອນ

2013-07-08 - Administrator



ຂົວຂ້າມນ້ຳຂອງທ່າເດື່ອ-ປາກຄອນແມ່ນນອນຢູ່ໃນໂຄງການກໍ່ສ້າງທາງຊຽງເງິນ-ປາກຄອນຊຶ່ງແມ່ນກະຊວງໂຍທາ ທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ ເລີ່ມລົງມືກໍ່ສ້າງເດືອນ 11/2009 ມາຮອດ ວັນທີ 2/7/2012 ໄດ້ສຳເລັດການເທຂາງຂົວເຊື່ອມຈອດກັນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ລຽນ ທິແກ້ວ ເຈົ້າແຂວງ ແຂວງ ໄຊຍະບູລີ, ທ່ານ ແພງ ດວງເງິນ ຫົວໜ້າພະແນກໂຍທາ ທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ພ້ອມດ້ວຍພະນັກງານ ຈາກເມືອງໄຊຍະບູລີ ແລະ ເມືອງນານ ແຂວງ ຫຼວງພະບາງ ຂົວແຫ່ງດັ່ງກ່າວມີຄວາມຍາວ 620 ມ, ກວ້າງ 10.50 ມ , ມີທາງຍ່າງ  2 ເບື້ອງ, ມີເສົາກາງນ້ຳ 5 ເສົາ. ເປີເຊັນຄວາມຄືບໜ້າໄດ້ 95%, ວຽກຫຼັກໆທີ່ຍັງເຫຼືອຢູ່ ມີກໍ່ສ້າງທາງ ຍ່າງສອງເບື້ອງ, ຕິດຕັ້ງຮາວພະນັກ, ຕິດຕັ້ງໄຟເຍືອງເຂົ້າຂົວ, ປູໜ້າຂົວ ຄາດວ່າຈະສຳເລັດ ແລະ ເປີດນຳໃຊ້ໄດ້ ພາຍໃນທ້າຍເດືອນ 9/2013.


ມູນຄ່າຂອງການກໍ່ສ້າງຂົວທັງໝົດ 9,3 ລ້ານໂດລາສະຫະລັດ ຊຶ່ງໄດ້ຮັບທຶນກູ້ຢືມຈາກທະນາຄານຂາເຂົ້າ-ຂາອອກ ແຫ່ງ ສປ ເກົາຫຼີ.


ຜູ້ຮັບເໝົາບໍລິສັດ ອີຈັງ ແລະ ກາບູນ ຮ່ວມກິດຈະການ ແຫ່ງ ສປ ເກົາຫຼີ ທີ່ປຶກສາ ບໍລິສັດໂດວາ ອິນຈີເນຍລິງ ແຫ່ງ ສປ ເກົາຫຼີ ຮ່ວມກັບລັດວິສາຫະກິດ ວິສະວະກຳຄົມມະນາຄົມ ແຫ່ງ ສປປລ. ຖ້າຫາກຂົວແຫ່ງນີ້ສຳເລັດຈະອຳນວຍຄວາມສະດວກໃນວຽກງານຄົມມະນາຄົມທາງບົກລະຫວ່າງແຂວງ ຫຼວງພະບາງ ແລະແຂວງ ໄຊຍະບູລີ ຊຶ່ງຜ່ານມາ ແມ່ນພົບຄວາມຫຸ້ຍງຍາກ ໃນການສັນຈອນຂ້າມນ້ຳ ຂອງຈຸດດັ່ງກ່າວ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250