Ministry News

ເຜີຍແຜ່ລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະວັດຖຸມີຄ່າ

2012-06-27 - Administrator

ໃນ​ວັນ​ທີ 19 ມີ​ຖຸນາ 2012 ຢູ່​ທີ່​ກະຊວງ​ໂຍທາ ທິການ ​ແລະ​ຂົນ​ສົ່ງກັບ​ທະນາຄານ​ແຫ່ງສປປລາວ ​ໄດ້ຈັດ​ຕັ້ງ​ເຜີຍ​ແຜ່​ລະບຽບ​ການ​ນຳ​ໃຊ້​ເງິນ​ກີບ​ຂື້ນ​ທີ່​ຫ້ອງ​ປະຊຸມ​ເບີ 1. ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານດຣ. ສັນຕິ​ສຸກສິມ​ມາລາ​ວົງຫົວໜ້າຫ້ອງການ​ກະຊວງຍທຂ. ພ້ອມດ້ວຍ​ພະນັກງານ, ລັດຖະກ​ອນທີ່​ສັງກັດ​ຂອງ​ບັນດາ​ກົມ, ຫ້ອງການ, ອົງການ, ສະ​ຖາ​ບັນ, ສູນ​ຝຶກ, ສະພາ​ວິ​ທະ​ຍາສາ​ດ-​ເຕັກ​​ໂນ​ໂລ​ຊີ,​ກອງ​ວີ​ຊາ​ການ, ຫ້ອງການ​ດັດສົມ​ນ້ຳ​ປະປາ ​ແລະ​ລັດ​ວີ​ສາ​ຫະກິດອ້ອມ​ຂ້າງ​ກະຊວງກໍ​ໄດ້​ເຂົ້າຮ່ວມຢ່າງ​ພ້ອມພຽງ. ເປັນ​ກຽດ​ເຜີຍ ​​ແຜ່​ໃນ​ຄັ້ງ​ນີ້ ​​ໂດຍທ່ານນາງວີນຄຳລຸນ​ທອນຫົວໜ໊າພະ​ແນ​ກຄຸ້ມ​ຄອງ​​ເງິນຕາ​ຕ່າງປະ​ເທດຂອງ​ທະນາຄານ ​ແຫ່ງສປປລາ​ວ ​​ເຊີ່ງ​ທ່ານໄດ້​ຍົກ​ໃຫ້​ເຫັນ​​ແຈ້ງການນິຕິ​ກຳ​ຕ່າງໆທີ່​ພົວພັນ​ກັບ​ວຽກ​ງານ​ທະນາຄານ ​ເປັນ​ຕົ້ນ​ແມ່ນລັດຖະບັນຍັດ​ຂອງ​ປະທານ​ປະ​ເທດ​ສະບັບ​ເລກທີ 01/ປປທ, ລົງ​ວັນ​ທີ 17 ມີນາ 2008 ​ແລະ​ບົດ​ແນະນຳ​ການຈັດ​ຕັ້ງ​ປະຕິບັດ​ເລກທີ 01/ທຫລ, ລົງ​ວັນ​ທີ 02 ​ເມສາ 2010 ​ແລະ​ດຳລັດ​ສະບັບ​ເລກທີ 150/ນຍ, ລົງ​ວັນ​ທີ 18 ພຶດສະພາ 2007 ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ ​ແລະ​ສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ກີບ​ລາວ. ພ້ອມ​ນັ້ນ​ກໍ​ເປີດ​ໂອກາດ​ໃຫ້​ພະນັກງານ, ລັດ​ຖະກອນພາຍ​ໃນ​ກະຊວງຍທຂ. ຕັ້ງ​ຄຳ​ຖາມ-ຕອບ ​​ເພື່ອ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ເຜີຍ​ແຜ່​ໃນ​ຄັ້ງ​ນີ້

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250