Ministry News

ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນຂອງ ພັກປະຊາຊົນປະຕີວັດລາວ

2012-09-20 - Administrator



ໃນ​ວັນ​ທີ 17 ກັນຍາ 2012 ຢູ່​ທີ່​ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ​ໄດ້​ຈັດ​ຕັ້ງ​ເຊື່ອມ​ຊືມມະຕິ​ຕົກລົງຂອງ​ກົມ​ການ​ເມື​ອງສູນ​ກາງ​ພັກ​ສະບັບ​ເລກທີ 33/ກມສພ, ລົງ​ວັນ​ທີ 29/07/2010 ວ່າ​ດ້ວຍ​ການ​ອອກ​ບັດ-ມອບ​ບັດ​ໃຫ້​ສະມາຊິກ​ພັກ​ສົມ​ບູນຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງທ່ານບຸນ​ຈັນສິນ​ທະ​ວົງລັດຖະມົນ ຕີ​ຊ່ວຍ​ວ່າການ​ກະຊວງຍທຂ, ມີ​ບັນດາ​ຄະນະ​ປະຈຳ​ ຄະນະ​ພັກ​ກະຊວງ ​ເລຂາ, ຮອງ​ເລຂາ, ກຳມະການ​ຄະນະ​ພັກ​ຮາກ​ຖານພ້ອມ​ດ້ວຍ​ຫົວໜ້າ​ກົມ, ຮອງ​ກົມ, ອົງການ, ສະ​ຖາ​ບັນ, ກອງ​ວິຊາ​ການ, ຄະນະ​ອຳ​ນວຍ​ການ​ລັດ​ສິສາ​ຫະກິດ ​ແລະ​ແຂກ​ຖື​ກ​ເຊີນ​ເຂົ້າ​ຮ່ວມ​ທັງ​ໝົດ 102 ທ່ານ.


      ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ທ່ານບຸນ​ຈັນສິນ​ທະ​ວົງ ​ໄດ້​ຜ່ານ​ມະ​ຕິ​ຕົກລົງຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ເລກທີ 33/ກມສພ, ລົງ​ວັນ​ທີ 29/07/2010 ວ່າ​ດ້ວຍການ​ອອກ​ບັດ-ມອບ​ບັດ​ໃຫ້​ສະມາຊິກພັກສົມບູນຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ເອກະສານທີ່​ຢັ້ງຢືນ​ເຖີງສະຖານະ​ນາມ​ຂອງ​ສະມາຊິກ​ພັກ​ສົມບູນ​ ຜູ້​ທີ່​ດີ​ເດັ່ນ​ເຮັດ​ຮ້ອນ​ໜ້າ​ທີ່ມີ​ຄຸນງາມຄວາມດີມີ​ຄວາມ​ບໍລິສຸດ​ສັດ​ຊື່​ຕໍ່​ຊາດຕໍ່​ປະຊາຊົນຈົ່ງ​ຮັກ​ພັກດີ​ຕໍ່​ອຸດົມ​ຄະຕິ​ຂອງ​ພັກ ​ເປັນ​​ແບບຢ່າງ​ທີ່​ດີ​ເຄົາລົບ ​ແລະ​ປະຕິບັດ​ກົດ​ລະບຽບຂອງ​ພັກ-ລັດ. ຊື່​ງມະຕິ​ຕົກລົງ​ລວມມີ 9 ມາດຕາ, ຫລັງ​ຈາກ​ນັ້ນ, ທ່ານບຸນ​ກອງໜູ​ຟ​ອງສະໝຸ​ດຫົວໜ້າກົມ​ຈັດ​ຕັ້ງ-ພະນັກງານ​ກະຊວງຍທຂກໍ​ໄດ້​ຜ່ານ​ບົດ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເລກທີ 074/ຄຈສພ,ລົງ​ວັນ​ທີ 27/01/2011 ກ່ຽວ​ກັບ​ການຈັດ​ຕັ້ງ​ຜັນ​ຂະ​ຫຍາ​ຍ, ມະ​ຕີ​ຕົກລົງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ເລກທີ 33/ກມສພ ​ແຜນການ​ຈັດ​ຕັ້ງ​ປະຕິບັດ​ອອກ​ບັດ-ມອບ​ບັດ​ໃຫ້​ສະມາຊິກ​ທີ່​ສັ່ງ​ກັດ​ຢູ່​ບັນດາ​ຮາກ​ຖານ​ອ້ອມ​ຂ້າງ​ອົງຄະ​ນະ​ພັກ​ກະຊວງຍທຂ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250