Ministry News

ກອງປະຊຸມໂຄງການທາງລົດໄຟເຊື່ອມຕໍ່ຈາກສິງກະໂປ-ຄຸນໝິງ ຄັ້ງທີ 14

2012-10-15 - Administrator



ກອງປະຊຸມປະຕິບັດງານພິເສດ ໂຄງການທາງລົດໄຟເຊື່ອມຕໍ່ ຈາກສິງກະໂປ-ຄຸນໝິງ ໄດ້ຈັດຂື້ນປະຈຳປີ ໂດຍພັດ ປ່ຽນກັນຢູ່ແຕລະປະເທດສະມາຊິກ ທີ່ມີເສັ້ນທາງລົດໄຟດັ່ງກ່າວໄປຜ່ານ ພາຍໃຕ້ການອຸປະຖຳ ຈາກປະເທດ ມາເລເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ ສ້າງທາງລົດໄຟເຊື່ອມ ຕໍ່ຈາກສິງກະໂປ-ຄຸນໝິງ, ຊຶ່ງເປັນໂຄງການບູລິມະສິດ ໃນແຜນການສ້າງສະມາຄົມ ເສດຖະກິດອາຊຽນ.


ກອງປະຊຸມປະຕິບັດງານພິເສດ ໂຄງການທາງລົດໄຟເຊື່ອມຕໍ່ ຈາກສິງກະໂປ-ຄຸນໝິງ ຄັ້ງທີ 14 ໄດ້ເປີດ ຂື້ນທີ່ ໂຮງແຮມ Mercure ນະຄອນຫລວງວຽງຈັນ ໃນວັນທີ 11 ຕຸລາ 2012 ພາຍໃຕ້ການເປັນປະທານ ຂອງທ່ານ ອັບດູນ ຣາຮີມ ບາກາຣີ, ລັດຖະມົນຕີຊ່ວຍວ່າການ ກະຊວງຂົນສົ່ງ ປະເທດມາເລເຊຍ ທັງເປັນປະທານໜ່ວຍ ປະຕິບັດງານພິເສດ ດັ່ງກ່າວ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາຜູ້ແທນຈາກປະເທດ ສະມາຊິກ ເຊັ່ນ: ກຳປູເຈຍ, ສປປ ລາວ, ມາເລເຊຍ, ມຽນມາ, ໄທ, ສສ ຫວຽດນາມ ແລະກອງເລຂາ ອາຊຽນ ນອກນັ້ນ, ຍັງມີແຂກຮັບເຊີນ ຈາກອິນໂດເນເຊຍ, ທະນາຄານພັດທະນາອາຊີ (ADB) ກໍ່ເຂົ້າຮ່ວມ.


ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳປາໃສຕ້ອນຮັບ, ຊຶ່ງທ່ານໄດ້ກ່າວວ່າ: ສປປ ລາວ ຮູ້ສຶກເປັນກຽດທີ່ໄດ້ເປີດກອງປະຊຸມນີ້ຂື້ນເປັນຄັ້ງທຳອິດ ຢູ່ ສປປ ລາວ. ທ່ານຍັງໄດ້ເວົ້າຕື່ມວ່າ: ເສັ້ນທາງເຊື່ອມຕໍ່ສິງກະໂປ-ຄຸນໝິງ ຄວນເປັນລະບົບຕາໜ່າງທາງ ລົດໄຟເຊື່ອມຕໍ່ເຊິ່ງກັນ ແລະກັນ ໃນພາກພື້ນ ເພື່ອກ້າວໄປເຖິງປະຊາຄົມ ເສດຖະກິດອາຊຽນ ໃນປີ 2015 ຢູ່ ສປປ ລາວ ໄດ້ມີແນວຄວາມຄິດລິເລີ່ມ ເພື່ອກໍ່ສ້າງທາງລົດໄຟ ຈາກ ທ່ານາແລ້ງ-ນະຄອນຫລວງວຽງຈັນ-ຫລວງພະບາງ-ບໍ່ເຕັນ ເພື່ອເຊື່ອມຕໍ່ກັບ ສປ ຈີນ ໃຫ້ເປັນເສັ້ນທາງສາຍກາງ ຂອງທາງລົດໄຟເຊື່ອມຕໍ່ສິງກະໂປ-ຄຸນໝິງ.


ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ຈາກບັນດາປະເທດສະມາຊິກ ກ່ຍວກັບຄວາມຄືບໜ້າໃນການ ຈັດຕັ້ງ ປະຕິບັດໂຄງການດັ່ງກ່າວ ໃນປະເທດຂອງຕົນ. ພ້ອມນັ້ນ, ຍັງຈະໄດ້ຄັ້ນຄວ້າກ່ຽວກັບຍຸດທະສາດ ການດຳເນີນງານ ໃນອານາຄົດ ຂອງເສັ້ນທາງລົດໄຟເຊື່ອມຕໍ່ຈາກສິງກະໂປ-ຄຸນໝິງ ທີ່ບໍ່ມີອຸປະສັກ ແລະ ການປຸກລະດົມທຶນ ແລະ ການຊ່ວຍເຫລືອດ້ານເຕັກນິກ ຈາກຄູ່ຮ່ວມພາຍນອກ ເພື່ອສະໜັບສະໜູນການ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ.


ຢູ່ສປປ ລາວ, ພາຍຫລັງໄດ້ກໍ່ສ້າງສຳເລັດ ເສັ້ນທາງລົດໄຟເຊື່ອມຕໍ່ລາວ-ໄທ ທີ່ມີຄວາມຍາວ 3,5 ກມ ຈາກ ທ່ານາແລ້ງ ຫາ ຂົວມິດຕະພາບລາວ-ໄທ 1 ໃນເດືອນພຶດສະພາ 2008 ແລະ ເປີດບໍລິການຂົນສົ່ງ ໂດຍສານ ຢ່າງເປັນທາງການ ໃນເດືອນມີນາ 2009 ເປັນຕົ້ນມາ, ກໍ່ໄດ້ສືບຕໍ່ຍາດແຍ່ງການສະໜັບສະໜູນ ແຫລ່ງທຶນ ຈາກ ພາຍນອກ ເພື່ອພັດທະນາເສັ້ນທາງລົດໄຟເຊື່ອມຕໍ່ກັບພາກພື້ນ. ໃນເດືອນມິຖຸນາ 2012, ລັດຖະບານແຫ່ງ ສປປ ລາວ ແລະ ອົງການຮ່ວມມືເສດຖະກິດ ປະເທດເພື່ອນບ້ານ (NEDA) ຂອງປະ ເທດໄທ ໄດ້ລົງນາມໃນສັນຍາ ຊ່ວຍເຫລືອທາງດ້ານການເງິນ ໃນມູນຄ່າ 1,65 ຕື້ບາດ (ໃນນັ້ນ 30% ແມ່ນຊ່ວຍເຫລືອລ້າ ແລະ ອີກ 70% ແມ່ນເງິນກູ້ຢືມດອກເບັ້ຍຕ່ຳ) ເພື່ອກໍ່ສ້າງລານວາງຕູ້ສິນຄ້າ ແລະ ຍົກລະດັບລະບົບສັນຍານ ຢູ່ສະຖານີທ່ານາແລ້ງ ມາເປັນລະບົບເຄິ່ງອັດຕະໂນມັດ ເພື່ອສາມາດຮອງຮັບການຂົນສົ່ງສິນຄ້າ ດ້ວຍທາງລົດໄຟ ແຕ່ນະຄອນຫລວງ ວຽງຈັນ-ຫລວງພະບາງ-ບໍ່ເຕັນ (417 ກມ) ໃນ ເດືອນມິຖຸນາ 2012 ເພື່ອເຊື່ອມຕໍ່ກັບ ສປ ຈີນ ພາຍໃຕ້ກອບ ການຮ່ວມມືກັບ ສປ ຈີນ.


ກອງປະຊຸມໜ່ວຍປະຕິບັດງານພິເສດ ໂຄງການທາງລົດໄຟເຊື່ອມຕໍ່ ຈາກສິງກະໂປ-ຄຸນໝິງ ຄັ້ງທີ 14 ໄດ້ຕົກລົງ ເຫັນເປັນເອກະພາບໃນການສືບຕໍ່ສະໜັບສະໜູນ ໂຄງການທາງລົດໄຟເຊື່ອມຕໍ່ ຈາກສິງກະໂປ- ຄຸນໝິງ ເພື່ອໃຫ້ ໂຄງການນີ້ສຳເລັດຜົນເປັນຈິງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250