Ministry News

ກອງປະຊຸມສຳມະນາດ້ານວິສະວະກຳທໍລະນີສາດ ກ່ຽວກັບໂຄງສ້າງພື້ນຖານແບບໝັ້ນຄົງ ແລະເຕັກໂນໂລຊີ ສີຂຽວ

2012-11-20 - Administrator



​ໃນ​ວັນ​ທີ 19 ພະ​ຈິກ 2012 ນີ້ ​ໄດ້​ຈັດ​ກອງ​ປະຊຸມ​ສຳມະ​ນາດ້ານ​ວິ​ສາວະ​ກຳ​ທໍລະນີ​ສາດ ກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານ​ແບບ​ໝັ້ນຄົງ ​ແລະ​ເຕັກ​ໂນ​ໂລ​ຊີ ສີຂຽວ ສຳລັບ​ໄພພິບັດ​ດ້ານ​ທໍລະນີ​ສາດ ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ ສະພາ​ວິທະ ຍາສາດ ​ແລະ​ເຕັກ​ໂນ​ໂລ​ຊີ ກະຊວງ ຍທຊ ​ແລະ​ບໍລິ​ສັດ ລັດ​ວິ​ສາ​ຫະກິດ ສຳ​ຫລວດ​ອອກ​ແບບ ​ແລະ​ວິ​ໄຈ​ວັດ​ສະ​ດຸ​ກໍ່ສ້າງ (ລສອວ),​ ສະມາຄົມ​ທໍລະນີ​ສາດ​ເອ​ເຊຍ ຕາ​ເວັນ​ອອກສຽງ​ໃຕ້ (SEAGS) ​ແລະ​ກຸ່ມ​ສະມາຄົມ​ທໍລະນີ​ສາດ​ເອ​ເຊຍ ຕາ​ເວັນ​ອອກສຽງ​ໃຕ້ (AGSSEA), ​ເຊີ່ງ​ໄດ້​ຮັບການ​ອຸປະຖຳ​ຈາກ​ສະມາຄົມ​ສາກົນ ທາງ​ດ້ານ​ວິ​ສາວະ​ກຳ​ທໍລະນີ​ສາດ (ISSMGE)​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ຍທຂ ພ້ອມ​ດ້ວຍ​ນັກ​ວິ​ສາວະ​ກອນ,​ວິຊາ​ການ ​ແລະ​ພະນັກງານ​ໃນ​ອົງການ​ຕ່າງໆ ທີ່​ພົວພັນ​ກັບ​ຂະ​ແໜງ​ການ ຍທຂ​ເຂົ້າ​ຮ່ວມ​ຮັບ​ຟັງ, ຮັບ​ຮູ້ ​ແລະ​ຮ່ຳຮຽນ ບັນດາ​ຫຼັກການ​ພື້ນຖານ​ວິ​ສາວະ​ກຳ​ທີ່​ກ່ຽວຂ້ອງວຽກ​ງານ​ຂອງ​ຕົນ. ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ແມ່ນ​ຈະ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ນັກວິຊາການ ​ແລະ​ເປັນ​ພື້ນຖານ​ໂຄງ​ສ້າງ​ຕ່າງໆຂອງ​ປະ​ເທດ​ເຮົາ. ບັນດາ​ພື້ນຖານ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ​ອັນ​ສຳຄັນ, ສະ​ເພາະ​ວຽກ​ທີ່​ກ່ຽວ​ຂ້ອງ​ດ້ານ​ທໍລະນີ​ສາດ ກໍ​ໄດ້​ນຳ​ມາ​ບັນຍາຍ ​ແລະ​ແລກປ່ຽນ​ເປັນ​ຂໍ້​ຄິດ​ເຫັນ​ເພື່ອ​ປຶກສາ​ຫາລື​ກັນ. ​ໃນ​ກອງປະຊຸມ​ເທື່ອ​ນີ້​ກໍ​ໄດ້​ກ່າວ​ເຖີງການ​ນຳ​​ໃຊ້​ວັດຖຸ ​ແລະ​ວັດ​ສະດຸ​ທີ່​ກ່ຽວຂ້ອງ​ຈຳ​ເປັນ ກັບສະພາບທີ່​ດິນ, ສະຖານ​ທີ່ ອານາ​ບໍລິ​ເວນ​ທີ່​ມີ​ການ​ກໍ່ສ້າງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250