Ministry News

ຜົນສຳເລັດຂອງການຕ້ອນຮັບ ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊູມ ອາຊີ-ຢູໂຣບ ຄັ້ງທີ 9 ທີ່ ສປປ ລາວ

2012-12-11 - Administrator











 ກອງ​ປະຊຸມ​ສຸດ​ຍອດອາຊີ-​ເອີຣົບຫຼື (ASEM) ຄັ້ງ​ທີ IX ​ໂດຍ​ແມ່ນສປປລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ນັ້ນ​ ​ໄດ້​ເປັນ​ຈຸດໝາຍອັນ​ສຳຄັນ​ຄັ້ງ​ປະຫວັດສາດ​ຂອງຊາດ​ລາວ​ເຮົາ​ ​ໃນ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ​ສາກົນ, ທັງ​ເປັນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າຂອງສປປລາວ ​ໃນ​ພາລະກິດ​ແຫ່ງ​ສັນຕິ ພາບ, ມິດຕະພາບ ​ແລະ​ການ​ຮ່ວມ​ມື​ກັບ​ສາກົນ.


      ດັ່ງ​ນັ້ນ​ເພື່ອ​ເຮັດ​ໃຫ້​​ກອງ​ປະຊຸມ​ສຸດ​ຍອດອາຊີ-​ເອີຣົບ​ໃນ​ຄັ້ງທີ IX ທີ່​ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ລາບລື້ນໄປດ້ວຍດີ. ທຸກຂະ​ແໜງການ​ທີ່​ກ່ຽວຂ້ອງ​ໄດ້​ດຳ​​ເນີນການ​ຫ້າງ​ຫາ​ກະກຽມຢ່າງ​ຕັ້ງໜ້າ. ​ໃນ​ນັ້ນ​ກົມ​ການບິນ​ພົນ​ລະ​​ເຮືອນທີ່​ຂື້ນ​ກັບ​ ຂະ​ແໜງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງກໍ​ເປັນ​ອີກ​ຂະ​ແໜງ ການໜຶ່ງທີ່​ມີ​ພາລະ​ບົດບາດ​ອັນ​ສຳຄັນ ​ໃນ​ຄວາມ​ຮັບຜິດ​ຊອບ ​ ​ໃນການ​ຮອງ​ຮັບ​ບັນດາ​ເຮືອບິ​ນຂະໜາດກາງ, ຂະໜາດ​ໃຫຍ່ຂອງ​ບັນດາ​ປະມຸກ​ລັດ ​ແລະ​ຫົວໜ້າລັດຖະບານຈາກ​ປະ​ເທດ​ຕ່າງໆທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້. ສະໜາມບິນ​ສາກົນ​ວັດ​ໄຕ​ເປັນ​ດ່ານ​ປະ​ຕູ​ທາງ​ອາກາດ​ທີ່​ເຂົ້າ​ສູ່ສປປລາວທັງ​ເປັນ​ດ່ານ​ທີ່​ມີຄວາ​ມສຳຄັນ​ໃນ​ການ​ຕ້ອນຮັບ​ແຂກ​ບ້ານ, ​ແຂກ​ເມືອງ​ທີ່​ມາ​ຢ້ຽມຢາມ, ​ເຮັດ​ວຽກ ຫຼື ລົງ​ທືນດ້ານ​ທຸລະ​ກິດ ​ແລະ​ທ່ອງ​ທ່ຽວໃນ​ ສປປລາວ. ຍ້ອນ​ເຫັນ​ໄດ້​ເຖິງ​ຄວາມໝາຍຄວາມ​ສຳຄັນ​ໃນ​ການ​ຂົນ​ສົ່ງ​ທາງ​ອາກາດທີ່​ມີ​ຄວາມ​ສະດວກ​ສະບາຍ, ວອງ​ໄວ​ທັນ​ກັບ​ສະພາບ​ການ ​ແລະ​ເວລາ. ດ້ວຍ​ເຫດ​ນີ້ພັກ ​ແລະ​ລັດຖະບານ​ເຮົາ​ຍາມ​ໃດ​ກໍ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ພັດທະນາ​ຂົງ​ເຂດ​ການບິນ​ ໃຫ້​ທຽບ​ເທົ່າ​ກັບ​ພາກພືນ ​ແລະ​ສາກົນ ​ເພື່ອ​ຮອງ​ຮັບ​ໃຫ້​ແກ່​ບັນດາ​ສາຍ​ການບິນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ຮອງ​ຮັບ​ເຮືອບິນ​ບັນດາ​ປະມຸກ​ລັດ ​ແລະ​ຫົວໜ້າລັດຖະບານປະ​ເທດ​ຕ່າງໆທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາຊີ-​ເອີຣົບຫຼື (ASEM) ຄັ້ງ​ທີ IX ໃນວັນທີ 5-6 ພະຈິກ 2012 ຜ່ານມານີ້.


ສະໜາມບິນ​ສາກົນ​ວັດ​​ໄຕ​ເປັນ​ສະໜາມບິນ​ທີ່​ສາມາດ​ຮອງ​ຮັບ​ບັນດາ​ສາຍ​ການບິນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ. ​ມີ​ບົດບາດ​ອັນ​ສຳຄັນ​ໃນ​ການ​ລໍາ ລຽງຂົນ​ສົ່ງ​ທາງ​ອາກາດ​ທີ່​ມີ​ຄວາມ​ສະດວກ, ວ່ອງ​ໄວ ​ແລະ​ທັນ​ສະ​ໄໝ ນີ້​ເປັນ​ອີກ​ສິ່ງໜຶ່ງທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ສ້າງສາ​ພັດທະນາ​ເສດຖະກິດ-ສັງຄົມ ​ເຮັດ​ໃຫ້ ສປປ ລາວ ​ໄດ້​ກ້າວ​ສູ່​ເວທີ​ສາກົນ ​ໂດຍ​ໄດ້​ຮັບ​ຄວາມ​ໄວ້ວາ​ງ​ໃຈຈາກ​ບັນດາ​ປະ​ເທດ​​ເພື່ອນ​ມິດສາ​ກົນ ​ໃຫ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີຣົບ ຄັ້ງ​ທີ IX ນີ້ ສະ  ໜາມບິນ​ສາກົນ​ວັດ​ໄຕ ກໍ​ໄດ້​ກຽມພ້ອມ​ທຸກ​ຢ່າງ​ ​ເພື່ອ​ເອື້ອ​ອຳນວຍ​ຄວາມ​ສະດວກ ສະບາຍ​ໃຫ້​ແກ່​ບັນດາ​ເຮືອບິນ​ຕ່າງໆ ທີ່​ຈະ​ຂື້ນໆ ລົງໆ ນຳ​ເອົາ​ຜູ້​ແທນ​ຈາກ​ປະ​ເທດ​ຕ່າງໆ ມາ​ຮ່ວມ​ກອງ​ປະຊຸມ​ດ້ວຍ​ຄວາມ​ຍິນ​ດີ ​ແລະ​ມີຄວາມພ້ອມໃນການ​​​ຕ້ອນຮັບ​ແຂກ​ບ້ານ​ແຂກ​ເມືອງ ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ອັນ​ດູດ​ດື່ມ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250