Ministry News

ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ຮ່າງດໍາລັດວ່າດ້ວຍເຈົ້າໜ້າທີ່ລົດໄຟ

2020-08-25 - Administrator

ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ຮ່າງດໍາລັດວ່າດ້ວຍເຈົ້າໜ້າທີ່ລົດໄຟ ໄດ້ຈັດຂື້ນໃນວັນທີ 25 ສິງຫາ 2020 ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົດຕີກະຊວງ ຍທຂ, ທ່ານ ພົຈວ ນີລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຕາງໜ້າຈາກກົມ, ກອງອ້ອມຂ້າງກະຊວງ ຍທຂ, ກະຊວງ ປກສ, ກະຊວງ ຍຸຕິທຳ, ກະຊວງພາຍໃນ, ຫ້ອງວ່າການ ສນຍ, ບັນດາທ່ານຕາງໜ້າຫ້ອງວ່າການປົກຄອງແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນຫຼວງ ແລະບັນດາ ພະແນກ ຍທຂ ແຂວງ, ຈາກ 5ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງວຽຈັນ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະແຂວງຫຼວງພະບາງ ແລະບັນດາທ່ານຄະນະຮັບຜິດຊອບການຮ່າງດໍາລັດວ່າດ້ວຍເຈົ້າໜ້າທີ່ລົດໄຟ ທັງສອງກະຊວງ ຄະນະຄຸ້ມຄອງໂຄງການລົດໄຟ ລາວ-ຈີນ, ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະບໍລິສັດລົດໄຟ ລາວ-ຈີນ ກໍ່ໃຫ້ກຽດເຂົ້າຮ່ວມ.




ຈຸດປະສົງ​ຕົ້ນຕໍ​ຂອງ​​ກອງ​ປະຊຸມ​ເປີດ​ກ້ວາງ​ໃນ​ຄັ້ງນີ້ ​ແມ່ນ​ເພື່ອ​ຄົ້ນຄວ້າ ​ແລະ ປະກອບ​ຄໍາ​ຄິດ​ເຫັນ​ຢ່າງ​ເປີດ​ກ້ວາງ, ສ້າງສັນ ​ແລະ ຫຼາກຫຼາຍ​ເຂົ້​າໃສ່​ເນື້​ອໃນຮ່າງ​ດຳລັດ​ວ່າ​ດ້ວຍ​ເຈົ້າໜ້າທີ່​ລົດ​ໄຟ​ໃຫ້​ມີ​ປະສິດ ທິພາບ ​ແລະປະສິດທິ​ຜົນ. ດໍາລັດ​ສະບັບ​ນີ້​ແມ່ນ​ນິຕິ​ກໍາໜຶ່ງ​ໃນ​ຫົວ​ຂໍ້​ນິຕິ​ກໍາ​ຂອງ​ກະຊວງ ຍທຂ ທີ່​ຈະ​ນໍາ​ສະ​ເໜີຜ່ານ​ກອງ​ປະຊຸມ​ນາຍົກ-​ຮອງ​ນາຍົກລັດຖະມົນຕີ ​ແລະກອງ​ປະຊຸມ​ລັດຖະບານປີ 2020 ຊຶ່ງ​ດໍາລັດ​ສະບັບ​ນີ້ຕາມ​ວາລະທີ່​ຈະ​ນໍາ​ເຂົ້າສະ​ເໜີລັດຖະບານ​ແມ່ນ​ເດືອ​ນ 11 ປີ 2020. ເນື່ອງຈາກ​ວ່າວຽກງານ​ທາງ​ລົດ​ໄຟ​ມີ​ການ​ຂະຫຍາຍຕົວຫຼາຍນັບ​ຕັ້ງ​ແຕ່​ປີ 2005-2008 ກໍ່​ໄດ້​ມີ​ການກໍ່ສ້າງເສັ້ນທາງ​ລົດ​ໄຟ​ທໍາ​ອິດມີ​ຄວາມຍາວ 3.5 ກມ, ຊຶ່ງ​ເປັນ​ເສັ້ນທາງ​ເຊື່ອມ​ຕໍ່ຊາຍ​ແດນລະຫວ່າງ ລາວ-​ໄທ (ທ່າ​ນາ​ແລ້ງ-ໜອງຄາຍ) ຕໍ່ມາ​ປີ 2017 ກໍ່​ໄດ້​ມີ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ ລາວ-​ຈີນ ນັບ​ຕັ້ງ​ແຕ່​ຊາຍ​ແດນ​ລາວ-​ຈີນ (ດ່ານ​ສາກົນ​ບໍ່​ເຕັນ) ຮອດນະຄອນຫຼວງວຽງຈັນ ມີ​ຄວາມ​ຍາວ 409 ກມ, ​ແລະວຽກງານ​ລົດ​ໄຟ​ນີ້ຍັງ​ມີ​ການ​ຂະຫຍາຍ​ຕາໜ່າງ​ເສັ້ນທາງການ​ພັດທະນາ​ດ້ານ​ອື່ນໆ ​ໃນ​ອະນາຄົດ​ອັນ​ໃກ້​ນີ້ ສະນັ້ນ, ​ເພື່ອ​ຮັບປະກັນ​ການ​ຄຸ້ມ​ຄອງ​ບໍລິຫານ​ດ້ວຍ​ກົດໝາຍ​ໃນ​ໂຂງ​ເຂດ​ວຽກງານ​ການຂົນ​ສົ່ງ​ທາງ​ລົດ​ໄຟທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ​ໃຫ້​ມີ​ປະສິດທິພາບ ​ແລະມີປະສິດ​ທິຜົນ​ສູງຈໍາ​ເປັນ​ຕ້ອງ​ໄດ້​ມີ​ນິຕິ​ກໍາ​ທີ່​ຮັດກຸມ, ກໍານົດຫຼັກການ, ລະບຽບການ ​ແລະມາດຕາ​ການກ່ຽວກັບ​ພາລະ​ບົດບາດ, ສິດ, ໜ້າທີ່, ​ໂຄງ​ປະກອບ​ການຈັດຕັ້ງ ​ແລະບຸກຄະລາ​ກອນ, ການ​ຄຸ້ມ​ຄອງ ​ແລະຕິດຕາມ​ກວດກາ​ວຽກງານ​ຂອງ​ເຈົ້າໜ້າທີ່​ລົດ​ໄຟ ​ເພື່ອ​ໃຫ້​ແທດ​ເໝາະ ​ແລະສອດຄ່ອງ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ພ້ອມ​ທັງ​ເປັນ​ເຄື່ອງມື​ໃນ​ການ​ຮອງ​ຮັບ​ການ​ຂະຫຍາຍຕົວດ້ານ​ເສດຖະກິດ​ຂອງ​ປະ​ເທດຮັບປະກັນ​ການ​ເຊື່ອມ​ຈອດ, ​ເຊື່ອມ​ໂຍງ​ໃນ​ພາກພື້ນ ​ແລະສາກົນ ​ໃຫ້​ມີ​ຄວາມ​ສະຫງົບ​ເປັນ​ລະບຽບຮຽບຮ້ອຍ ​ແລະ ປອດ​ໄພ.



ກອງ​ປະຊຸມ​ເປີດ​ກວ້າງທາ​ບທາມ​ຄໍາ​ເຫັນ​ໃນ​ຄັ້ງນີ້ ຈະ​ໄດ້​ດຳ​ເນີນ​ໄປ​ຕາມ​ວາລະ​ຂອງ​ກອງ​ປະຊຸມ ນັບແຕ່ວັນທີ 25-27 ສິງຫາ 2020, ເພື່ອ​ໃຫ້​ບັນດາ​ທ່ານທີ່​ມາ​ຈາກ​ຫຼາຍພາກສ່ວນ, ​ຫຼາຍຂະ​​ແໜງການ​ຕ່າງໆທີ່​ກ່ຽວຂ້ອງ ​ໄດ້​ປະກອບ​ຄໍາ​ຄິ​ດຄໍາ​ເຫັນ​ໃສ່ເນື້ອ​ໃນຮ່າງ​ດຳລັດ ​ວ່າ​ດ້ວຍ​ເຈົ້າໜ້າທີ່​ລົດ​ໄຟ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ຮ່າງ​ດຳລັດ​ດັ່ງ​ກ່າວ​ຮັບປະກັນ​​ໃນ​ການຈັດຕັ້ງປະຕິບັດ​ໃຫ້​ໄດ້​ຮັບໝາກຜົນ​ອັນ​ດີງາມ ​ແລະ ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍທີ່​ວາງ​ໄວ້.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250