Ministry News

ກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

2021-07-02 - Administrator

ໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2021 ໄດ້ຈັດກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ກອງປະຊຸມດັ່ງກ່າວຈັດທີ ຫ້ອງປະຊຸມໃຫຍ່ຂອງກະຊວງ ຍທຂ, ໃຫ້ກຽດເຜີຍແຜ່ເຊື່ອມຊືມໃນຄັ້ງນີ້ໂດຍ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນກະຊວງ ຍທຂ, ເປົ້າໝາຍເຂົ້າຮ່ວມຮັບຟັງມີ: ຄະນະປະຈໍາພັກ, ກໍາມະການພັກກະຊວງ, ຜູ້ຊ່ວບລັດຖະມົນຕີ, ເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍຮາກຖານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ຜູ້ອໍານວຍການ, ຮອງອໍານວຍການລັດວິສາຫະກິດ, ປະທານ ຫຼື ເລຂາ ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.




ໃນການເຊື່ອມຊືມໃນຄັ້ງນີ້ເພື່ອສືບຕໍ່ສ້າງຫັນປ່ຽນທາງດ້ານແນວຄິດ-ຈິນຕະນາການ ຢ່າງແຂງແຮງ, ປັບປຸງຍົກສູງຫຼັກໝັ້ນການເມືອງ, ຍົກສູງນໍ້າໃຈເສຍສະຫຼະ ແລະ ຢືດໝັ້ນອຸດົມການປະຕິວັດຂອງຄະນະພັກ, ຊະມາຊິກພັກ, ພະນັກງານຢ່າງເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ, ຕ້ານ ແລະ ແກ້ໄຂ ທັດສະນະຄະ ຕິຕ່າງໆ, ຕີຖອຍລັດຄໍາພີກົນຈັກ, ອາດຍາສິດ, ເອກະຊົນ, ເດັດດ່ຽວແກ້ໄຂການເສື່ອມຖອຍດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ ຂອງສະມາຊິກພັກ, ພະນັກງານ, ເພີ່ມທະວີສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ ຂອງສະມາຊິກພັກ, ພະນັກງານ, ເພີ່ມທະວີຄວາມາມັກຄີເປັນເອກະພາບພາຍໃນ ແລະ ພາຍນອກໃນສັງຄົມໃຫ້ໜັກແໜ້ນຍິ່ງໆຂຶ້ນ.


ພາຍຫຼັງການຮັບຟັງການເຜີຍແຜ່ເຊື່ອມຊືມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຜູ້ເຂົ້າຮ່ວມຮັບຟັງ ໄດ້ມີການຄົ້ນຄວ້າປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ການເຜີຍແຜ່ໃນຄັ້ງນີ້.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250