Ministry News

ສູນກາງສະຫະພັນກຳມະບານລາວ ເຄື່ອນໄຫວ ຊຸກຍູ້ ວຽກງານກຳມະບານ ກະຊວງ ຍທຂ

2022-06-14 - Administrator



        ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ເຄື່ອນໄຫວ ຊຸກຍູ້, ຕິດຕາມ ວຽກງານຂອງຄະນະບໍລິຫານງານສະຫະພັນກຳມະກະບານກະຊວງ ຍທຂ, ໃນວັນທີ 14 ມີຖຸນາ 2022, ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ ຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ; ໂດຍການເຂົ້າຮ່ວມຂອງສະຫາຍ ວັນສະແຫວງ ອຸດທະຈັກ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ຍທຂ, ມີບັນດາສະຫາຍ ຮອງປະທານ, ບັນດາສະຫາຍ ຄະນະບໍລິຫານງານສະຫະພັນກໍາມະກະບານກະຊວງ, ປະທານກໍາມະບານຮາກຖານ, ປະທານສະຫະພັນກໍາມະບານຮາກຖານອ້ອມຂ້າງກະຊວງ ຍທຂ.


        ກອງປະຊຸມຄັ້ງນີ້, ສະຫາຍ ວັນສະແຫວງ ອຸດທະຈັກ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ຍທຂ ກໍ່ໄດ້ຜ່ານບົດສະຫລຸບຕີລາຄາການເຄື່ອນ ໄຫວນຳພາວຽກງານ ຂອງຄະນະບໍລິຫານງານສະຫະພັນກຳມະກະບານກະຊວງ ຍທຂ ໃນໄລຍະ 6 ເດືອນ ຜ່ານມາ (1-6/2022) ແລະ ທິດທາງແຜນການ 6 ເດືອນ ຕໍ່ໜ້າ (7-12/2022) ໂດຍຫຍໍ້. ຫຼັງຈາກນັ້ນ, ບັນດາສະຫາຍທັງໝົດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ກໍ່ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ບົດສະຫຼຸບ ຢ່າງກົງໄປກົງມາ ຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນຳພາຂອງຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ຍທຂ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງ ຍທຂ ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ.

ໃນຕອນທ້າຍຂອງກອງປະຊຸມຄັ້ງນີ້, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ກໍ່ໄດ້ ໂອ້ລົມ ໃຫ້ທິດຊີ້ນຳ ເບື້ອງຕົ້ນ ສະຫາຍກໍ່ໄດ້ ເຫັນດີເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານທີ່ທາງຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ຍທຂ ສາມາດຍາດມາໄດ້, ພ້ອມກັນນັ້ນ ສະຫາຍປະທານ ຍັງໄດ້ ເນັ້ນໜັກຕື່ມ ເປັນຕົ້ນແມ່ນ ຕ້ອງໄດ້ເພີ່ມທະວີ ສືກສາອົບຮົມແນວຄິດການເມືອງ ໃຫ້ກັບ ບັນດາພະນັກງານ-ລັດຖະກອນ ກໍ່ຄືສະມາຊິກກຳມະບານພາຍໃນກະຊວງ ຍທຂ, ເພີ່ມທະວີ ການຮັກສາມູນເຊື້ອອັນດີງາມຂອງຊາດ ກໍ່ຄືບັນດາເຜົ່າ ແລະ ເພີ່ມທະວີຄວາມສາມະຄີ ເປັນປືກແຜ່ນແໜ້ນໜາ ເພື່ອພ້ອມພາກັນ ສ້າງສາວຽກງານກຳມະບານກະຊວງ ຍທຂ ໃຫ້ບັນລຸຕາມຄຳຂ້ວນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວ ເຮັດໃຫ້ວຽກງານສະຫະພັນກຳມະບານ ກະຊວງ ຍທຂ ໄດ້ຮັບການພັດທະນາທີ່ດີຂື້ນເທື່ອລະກ້າວ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250