Ministry News

ເຊັນສັນຍາ ທາງລົດໄຟ ວຽງຈັນ-ຄຳມ່ວນ

2022-07-02 - Administrator

ເຊັນ (MOU) ເພື່ອສຶກສາ, ສຳຫຼວດ ໂຄງການກໍ່ສ້າງທາງລົດໄຟ ແຕ່ ນວ ຫາ ທ່າແຂກ ແຂວງຄຳມ່ວນ.

ສຳຮອງ: ລັດອະນຸຍາດໃຫ້ ປີໂຕລ້ຽມ ເທຣດດິ້ງ ລາວ ມະຫາຊົນ ສຶກສາ, ສຳຫຼວດ ໂຄງການກໍ່ສ້າງທາງລົດໄຟ ແຕ່ ນວ ຫາ ແຂວງຄຳມ່ວນ.

 

 

ລັດຖະບານ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ໄດ້ອະນຸຍາດໃຫ້ ບໍລິສັດ ປີໂຕລ້ຽມ ເທຣດດິ້ງ ລາວ ມະຫາຊົນ ສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ ກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ, ໂດຍພິທີເຊັນ ບັນທຶກຄວາມເຂົ້າໃຈ (MOU) ສຶກສາໂຄງການດັ່ງກ່າວ ແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ, ໃນວັນທີ 29 ມິຖຸນາ 2022.

 

ຕາງໜ້າລົງນາມຄັ້ງນີ້ໂດຍທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ປີໂຕລ້ຽມ ເທຣດດິ້ງ ລາວ ມະຫາຊົນ ທັງເປັນ ຮອງປະທານ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ໃຫ້ ຮ່ວມລົງນາມເປັນສັກຂີພະຍານໂດຍທ່ານ ຄຳຜອງ ສົມວິຈິດ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ, ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ; ທ່ານ ນາງ ມະໂນລາ ປະເສີດ ຮອງປະທານຄະນະກຳມະການບໍລິຫານພົວພັນລັດຖະບານ, ທ່ານ ສີລາ ວຽງແກ້ວ ຮອງປະທານຄະນະກຳມະການບໍລິຫານການຄ້າ ແລະ ນິຕະກຳ, ທ່ານ ຈຳປາ ຄຳສຸກໃສ ຮອງປະທານອະສັງຫາລິມະຊັບ ແລະ ການລົງທຶນ, ທ່ານ ປະລິຍາ ນວນທະສິງ ຜູ້ອຳນວຍການຝ່າຍພັດທະນາໂຄງການ, ພ້ອມດ້ວຍຕາງໜ້າການນຳຈາກນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

 

ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ (LVRP) ເປັນໂຄງການກໍ່ສ້າງທາງລົດໄຟຫົວຈັກໄຟຟ້າຄວາມໄວທີ່ມີມູນຄ່າປະມານ 5 ຕື້ໂດລາສະຫະລັດ.ໂຄງການດັ່ງກ່າວ ມີໄລຍະທາງທັງໝົດປະມານ 452 ກິໂລແມັດ ແລະ ໄດ້ແບ່ງອອກເປັນ 2 ເສັ້ນທາງລົດໄຟ ກໍຄື ໂຄງການພັດທະນາເສັ້ນທາງລົດໄຟຈາກ ທ່າແຂກ, ແຂວງຄຳມ່ວນ ຫາ ທ່າເຮືອຫວຸ້ງອາງ ຄວາມຍາວ 139.19 ກິໂລແມັດ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ ຄວາມຍາວ 312.81 ກິໂລແມັດ. ການມີທ່າເຮືອນໍ້າເລິກອອກສູ່ທະເລນັ້ນ, ນອກຈາກຈະຊ່ວຍສະໜັບສະໜູນໃຫ້ ສປປ ລາວ ສາມາດນຳເຂົ້າສົ່ງອອກສິນຄ້າສູ່ຕະຫຼາດສາກົນໃນລາຄາທີ່ສົມເຫດສົມຜົນແລ້ວ, ເມື່ອໄດ້ມີການພັດທະນາພື້ນຖານໂຄງລ່າງການຂົນສົ່ງຄວາມໄວສູງ ກໍຄືເສັ້ນທາງລົດໄຟດັ່ງກ່າວ ຈາກທ່າເຮືອ ໄປເຊື່ອມຈອດເຂົ້າກັບ ທາງລົດໄຟລາວ-ຈີນ ທີ່ທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ ແລ້ວ, ຈະເປັນຈຸດປ່ຽນຄັ້ງຍິ່ງໃຫຍ່ຂອງເສດຖະກິດລາວ ໂດຍການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked) ແນ່ໃສ່ການສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ-ສັງຄົມ.

ທ່ານ ວຽງຄອນ ສິດທິໄຊ ຮອງປະທານ  ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ກ່າວວ່າ: ໂຄງການທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ທ່າແຂກ ແຂວງ ຄຳມ່ວນ, ສປປ ລາວ ດັ່ງກ່າວນີ້, ເປັນສ່ວນໜຶ່ງ ຂອງໂຄງການ ສາມແອວ (LLL) ຫຼື ລາວ ໂລຈິດສ໌ຕິກລິ້ງ  (Laos Logistics Link) ເຊິ່ງປະກອບມີບັນດາໂຄງການດັ່ງນີ້ຄື: ໂຄງການ ທ່າເຮືອ ຫວຸ້ງອ່າງ (ທ່າເຮືອ ສາກົນ ລາວ-ຫວຽດນາມ), ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ, ໂຄງການ ໂຮງໄຟຟ້າພະລັງງານຄວາມຮ້ອນ ບົວລະພາ ແລະ ໂຄງການ ທ່າບົກ  ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງກຸ່ມທຸລະກິດ ຂອງບໍລິສັດພວກຂ້າພະເຈົ້າ ເປັນກຽດໄດ້ຮັບ                        ຄວາມໄວ້ວາງໃຈ ຈາກລັດຖະບານລາວ ໃນການລົງທຶນພັດທະນາ, ຈຸດປະສົງກໍ່ເພື່ອ ເພື່ອປະກອບສ່ວນໃນການ                   ບັນລຸວິໄສທັດຂອງລັດຖະບານ ສປປ ລາວ ແລະ ຍຸດທະສາດການພັດທະນາປະເທດ ວ່າດ້ວຍ ການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked).

ໃນການສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ, ບໍລິສັດ ພວກຂ້າພະເຈົ້າ ຈະໄດ້ວ່າຈ້າງບໍລິສັດທີ່ປຶກສາເອກະລາດ ຈາກພາຍໃນ ແລະ ສາກົນ ສົມທົບກັບ ພາກສ່ວນທີ່ກ່ຽວຂອງລັດຖະບານ ໃນການດໍາເນີນວຽກງານ ເຊິ່ງຄາດວ່າຈະໃຫ້ສຳເລັດ ແລະ ໄດ້ຮັບການຮັບຮອງພາຍໃນ 24 ເດືອນ.

ຂ້າພະເຈົ້າຂໍຕີລາຄາສູງໃນການ ລົງນາມບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຈາກລັດຖະບານ ສປ ລາວ ແລະ ການຮ່ວມມືກັບພາກເອະຊົນ             ທີ່ເຂັ້ມແຂງ ຈະຊ່ວຍໃຫ້ການພັດທະນາໂຄງການດັ່ງກ່າວນີ້ ໄດ້ຮັບປະຮັບປະສິດທິພາບ ແລະ ໝາກຜົນອັດີ ເພື່ອຮອງຮັບການພັດທະນາ ລະບົບພື້ນຖານໂຄງລ່າງການຄົມມະນາຄົມ-ຂົນສົ່ງ ແລະ ເສດຖະກິດ-ສັງຄົມ ຂອງຊາດ ແລະ ຮັບປະກັນໃນການເພີ່ມທະວີ ໃນການປະກອບພັນທະເຂົ້າງົບປະມານຂອງລັດຖະບານ ສາມາດເຊື່ອມໂຍງ ສປປ ລາວ ກັບອາຊຽນ ແລະ ພູມມີພາກ ແນໃສ່ສ້າງຜົນປະໂຫຍດສູງສຸດ ເພື່ອປະຊາຊົນລາວ ແລະ ປະເທດຊາດ.

 


 

 

 

 

 

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250