Ministry News

ກະຊວງ ຍທຂ ຈັດຝຶກອົບຮົມວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານຂະຫຍາຍພັກ

2022-07-01 - Administrator


    ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຝຶກອົບຮົມວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ວຽກງານຂະຫຍາຍພັກ ແລະ ວຽກງານປ້ອງກັນພັກ-ພະນັກງານ ໃຫ້ແກ່ຄະນະພັກ ແລະ ຜູ້ຮັບຜິດຊອບວຽກພັກ ຂອງບັນດາຮາກຖານ ອ້ອມຂ້າງກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນວັນທີ 29 ມີຖຸນາ 2022 ທີ່ຫ້ອງປະຊຸມ ກອງສະໜາມບິນລາວ ໂດຍການເປັນປະທານຂອງ ສະຫາຍ ຈັນທະລາ ພີມມະຈັກ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ-ພະນັກງານ; ໂດຍການເຂົ້າຮ່ວມຂອງບັນດາຮາກຖານພັກຂອງ ບັນດາກົມ, ຫ້ອງການ, ສະຖາບັນ, ກອງວິຊາການ ແລະ ບັນດາລັດວິສາຫະກິດ້ອອມຂ້າງກະຊວງ ຍທຂ.

ກອງປະຊຸມຝຶກອົບຮົມວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານຂະຫຍາຍພັກ, ວຽກງານປ້ອງກັນພັກ-ພະນັກງານ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນຄັ້ງນີ້, ກໍເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ສ້າງຄວາມເປັນເອກະພາບ ໃຫ້ແກ່ຄະນະພັກ ແລະ ຜູ້ຮັບຜິດຊອບວຽກພັກ ຂອງບັນດາຮາກຖານ ກ່ຽວກັບແນວທາງ, ລະບຽບ, ຫຼັກການ ຂອງວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານຂະຫຍາຍພັກ ແລະ ວຽກງານປ້ອງກັນພັກ-ພະນັກງານ ຂອງກະຊວງ ຍທຂ ກໍຄືການຍົກສູງຄຸນນະພາບການນໍາພາຮອບດ້ານຂອງການຈັດຕັ້ງພັກຂັ້ນຮາກຖານ, ຍົກສູງຄຸນນະພາບສະມາຊິກພັກ-ວຽກງານຂະຫຍາຍພັກໃນໄລຍະໃໝ່ ໃນທົ່ວອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ. 


ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງບົນພື້ນຖານການຍົກສູງຄຸນນະພາບການນຳພາຂອງການຈັດຕັ້ງຮາກຖານພັກ ແລະ ຍົກສູງຄຸນນະພາບຂອງສະມາຊິກພັກ ເພື່ອເຮັດໃຫ້ພັກມີບົດບາດສຳຄັນຕໍ່ການຄົງຕົວ ແລະ ຂະຫຍາຍຕົວ. ການຈັດຕັ້ງຮາກຖານພັກເ ປັນແກນນຳໃນລະບົບການເມືອງຢູ່ຂັ້ນຮາກຖານ, ເປັນບ່ອນຈັດຕັ້ງປະຕິບັດທຸກແນວທາງແຜນນະໂຍບາຍຂອງພັກ ໃຫ້ປະກົດຜົນເປັນຈິງ ແລະ ເປັນບ່ອນຕິດພັນໂດຍກົງກັບມະຫາຊົນ, ຖ້າຢາກໃຫ້ຮັກສາໄດ້ບົດບາດການນຳພາຂອງພັກ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກ່ອນອື່ນໝົດ ການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກ ໃນການຈັດຕັ້ງນັ້ນ ກໍຕ້ອງມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ປະຕິບັດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຢ່າງເຂັ້ມງວດ. ໄລຍະຜ່ານມາ ຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມີຄວາມເອົາໃຈໃສ່ຕໍ່ກັບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຜັນຂະຫຍາຍບັນດານິຕິກໍາຂອງພັກມາເປັນນິຕິກໍາ ຂອງອົງຄະນະພັກກະຊວງ ແລະ ຊີ້ນໍາຈັດຕັ້ງປະຕິບັດຢ່າງທົ່ວເຖິງ ເປັນຕົ້ນແມ່ນ: 1.) ໄດ້ອອກ ຄໍາແນະນຳ ຂອງຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 060/ຄພກຊ, ລົງວັນທີ 27 ກຸມພາ 2019 ກ່ຽວກັບການກໍ່ສ້າງ     ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ; 2.) ໄດ້ສ້າງໂຄງຮ່າງ ແຜນການ ແລະ ບົດສະຫຼຸບ ໃນການກໍ່ສ້າໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສ້າງຕາຕະລາງຕີລາຄາແບ່ງປະເພດໜ່ວຍພັກ; ຕາຕະລາງຕີລາຄາແບ່ງປະເພດສະມາຊິກພັກ; ຮ່າງບົດສໍາຫຼວດຂອງສະມາຊິກພັກ ເພື່ອສົ່ງໃຫ້ບັນດາຮາກຖານພັກ ນໍາໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນທົ່ວອົງຄະນະພັກກະຊວງ; 3.) ໄດ້ອອກ ແຈ້ງການ ຂອງຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 431/ຄພກຊ, ລົງວັນທີ 15 ທັນວາ 2021 ກ່ຽວກັບການສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. 


ຜ່ານການລົງຕິດຕາມ, ຊຸກຍູ້ ແລະ ປະເມີນຜົນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ບັນດາຮາກຖານພັກ ນັບແຕ່ປີ 2019-2021 ສາມາດຮັບຮອງເປັນໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນໜ່ວຍພັກ ແລະ ເດັ່ນກວ່າໝູ່ແມ່ນໜ່ວຍພັກຮາກຖານ ລັດວິສາຫະກິດວິສະວະກໍາຄົມມະນາຄົມ ໄດ້ຮັບຮອງເປັນໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນແລ້ວ 3 ຄັ້ງ (ໄດ້ເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ 12 ຄັ້ງ) ແລະ ໃນປີ 2021 ໃນຈໍານວນ 21 ຮາກຖານພັກ ມີໜ່ວຍພັກໄດ້ຮັບໃບຢັ້ງຢືນ ເປັນໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ  ຈໍານວນ 14 ໜ່ວຍພັກ ກວມເອົາ 67% ຂອງຮາກຖານພັກທັງໝົດ. ພ້ອມກັນນີ້, ກໍ່ເຫັນວ່າ    ຄະນະພັກບາງຮາກຖານຍັງບໍ່ທັນເຂົາໃຈຢ່າງເລິກເຊີ່ງຕໍ່ກັບວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ການຊີ້ນໍາຍັງຈໍາກັດ ແລະ ບາງຮາກຖານພັກຍັງບໍ່ທັນປະຕິບັດ ໄດ້ຕາມແຜນການທີ່ກຳນົດໄວ້ ແລະ ຍັງບໍ່ທັນຕໍ່ເນື່ອງ.



ສຳຫຼັບວຽກງານຂະຫຍາຍພັກ ອົງຄະນະພັກກະຊວງ ກໍໄດ້ເອົາໃຈໃສ່ຊີ້ນຳເປັນປະຈໍາ ແລະ ຖືເອົາຄຸນນະພາບເປັນຕົ້ນຕໍ, ຊຶ່ງໄດ້ຄົ້ນຄວ້າສ້າງນິຕິກໍາຂອງຄະນະບໍລິຫານງານພັກກະຊວງຂຶ້ນ ເພື່ອກໍານົດວິທີການ ແລະ ຂັ້ນຕອນຂະຫຍາຍພັກ ໃຫ້ລະອຽດຂຶ້ນຕື່ມ ເປັນຕົ້ນແມ່ນ ໄດ້ອອກ ຄໍາແນະນໍາ ຂອງຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ເລກທີ 173/ຄພກຊ, ລົງວັນທີ 14 ກັນຍາ 2017 ກ່ຽວກັບວຽກງານຂະຫຍາຍພັກ ແລະ ແຈ້ງການແນະນໍາ ເລກທີ 214/ຄພກຊ, ລົງວັນທີ 04 ມີຖຸນາ 2020 ກ່ຽວກັບການຈັດຕັ້ງຮຽນສະໜັບສະໜູນ ແລະ ຮຽນກົດລະບຽບພັກ ໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ. ໃນໄລຍະຜ່ານມາ ການໃຫ້ຄົ້ນຄວ້າມະຫາຊົນກ້າວໜ້າເຂົ້າພັກ ແລະ ເລື່ອນສະມາຊິກພັກ    ສໍາຮອງເປັນສົມບູນ ຕາມກົດລະບຽບພັກ ຢ່າງເຂັ້ມງວດ, ຊຶ່ງໄດ້ຜ່ານຂັ້ນຕອນການຄົ້ນຄວ້າຢ່າງເປັນລະບົບ, ໂດຍເລີ່ມຈາກການຄົ້ນຄວ້າຕົກລົງເຫັນດີຂອງຮາກຖານພັກ, ແລ້ວນໍາມາຜ່ານຫ້ອງການຄະນະບໍລິຫານງານພັກກະຊວງ ເພື່ອຄົ້ນຄວ້າໄປຕາມລະບຽບ ແລະ ນໍາສະເໜີ ຄະນະປະຈໍາພັກກະຊວງ ພິຈາລະນາຕົກລົງ, ຊຶ່ງເຮັດໃຫ້ປະລິມານ ແລະ ຄຸນນະພາບຂອງສະມາຊິກພັກ ໄດ້ຮັບການປັບປຸງດີຂຶ້ນ. ໃນປີ 2021 ໄດ້ພິຈາລະນາອະນຸມັດໃຫ້ມະຫາຊົນກ້າວ ໜ້າຮຽນສະໜັບ       ສະໜູນ ຈໍານວນ 41 ສະຫາຍ, ຍິງ 17 ສະຫາຍ; ຮຽນກົດລະບຽບພັກ ຈໍານວນ 46 ສະຫາຍ, ຍິງ 21 ສະຫາຍ, ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງໄດ້ ຈໍານວນ 29 ສະຫາຍ, ຍິງ 12 ສະຫາຍ, ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກສົມບູນໄດ້ ຈຳນວນ 39 ສະຫາຍ, ຍິງ 14 ສະຫາຍ; ປັດຈຸບັນທົ່ວອົງຄະນະພັກກະຊວງ ມີສະມາຊິກພັກທັງໝົດ 741 ສະຫາຍ, ຍິງ 195 ສະຫາຍ, ສໍາຮອງ 64 ສະຫາຍ, ຍິງ 32 ສະຫາຍ, ແຕ່ເຫັນວ່າຄະນະພັກບາງຮາກຖານການຄົ້ນຄວ້າເອກະສານຂະຫຍາຍພັກຍັງບໍ່ທັນເລິກເຊິ່ງ, ບໍ່ທັນເອກະພາບໃນຂັ້ນຕອນການຂະຫຍາຍພັກ ເຮັດໃຫ້ມີລັກສະນະຊັກຊ້າ ເອກະສານກັບໄປກັບມາຫຼາຍເທື່ອ, ການຂະຫຍາຍພັກຍັງມີລັກສະນະຟ້າວຟັ່ງ, ການຕິດຕາມທົດສອບວຽກງານຕົວຈິງຍັງບໍ່ທັນແທດເຖິງ ເຮັດໃຫ້ຄຸນນະພາບຂອງສະມາຊິກພັກຈຳນວນໜຶ່ງບໍ່ທັນຮັບປະກັນ.

ພ້ອມກັນນີ້ການຝຶກອົບຮົມຊຸດນີ້, ຈະໄດ້ຮັບຮູ້ກ່ຽວກັບວຽກງານປ້ອງກັນ ພັກ-ພະນັກງານ ເຊີ່ງເປັນວຽກງານສຳຄັນຕົ້ນຕໍໃນວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃນແຕ່ລະໄລຍະຂອງການປະຕິວັດ, ແນ່ໃສ່ຕອບຕ້ານກັບກົນອຸບາຍຂອງພວກຈັກກະພັດ ແລະ ອິດທິກຳລັງ   ປໍລະປັກ ກໍ່ຄືກຸ່ມຄົນບໍ່ດີ ທີ່ຫວັງທຳລາຍມ້າງພັກ-ລັດ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ    ພາຍໃນພັກ, ໃນຖັນແຖວພະນັກງານ-ສະມາຊິກພັກ ເພື່ອເຮັດໃຫ້ພັກມີຄວາມເຂັ້ມ    ແຂງ, ປອດໃສ ແລະ ໜັກແໜ້ນທາງດ້ານການເມືອງ; ປອດໃສທາງດ້ານແນວຄິດ; ເຂັ້ມແຂງດ້ານການຈັດຕັ້ງ ແລະ ເປັນເອກະພາບໃນດ້ານການກະທຳ, ມີຄວາມສາມາດໃນການນຳພາ-ບັນຊາທີ່ດີ ໃນທຸກຂົງເຂດ   ໜ້າທີ່ການເມືອງພັກ-ລັດໄດ້ມອບໝາຍໃຫ້.

ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້, ເຖິງວ່າຈະມີເວລາຈຳກັດພຽງແຕ່ 3 ວັນ ເທົ່ານັ້ນ, ແຕ່ເນື້ອໃນເອກະສານ ທີ່ນຳສະເໜີມີຄວາມໝາຍຄວາມສຳຄັນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້, ຈົ່ງເຊີດຊູຄວາມຮັບຜິດຊອບ ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດ-ຄໍາເຫັນ ສົນທະນາກັນໃຫ້ເລິກເຊິ່ງ, ເພື່ອຍາດແຍ່ງເອົາບົດຮຽນ ເພື່ອນຳໄປປັບປຸງແກ້ໄຂຮາກຖານພັກຂອງຕົນໃນຕໍ່ໜ້າ, ໃຫ້ມີຄວາມປອດໃສ, ເຂັ້ມແຂງ,           ໜັກແໜ້ນ, ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາ. 


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250