Ministry News

ກົມກວດກາ(ຍທຂ) ມອບແຜ່ນພາບກ່ຽວກັບການຕ້ານການສໍ້ລາດບັງຫຼວງ ໃຫ້ຫ້ອງການ ຍທຂ ເມືອງໄຊເສດຖາ, ສີສັດຕະນາກ, ສີໂຄດຕະບອງ ແລະ ຈັນທະບູລີ.

2022-07-19 - Administrator


ໃນວັນທີ 14 ກໍລະກົດ 2022 ນີ້  ກົມກວດກາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມອບແຜ່ນພາບ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ປຶ້ມກົດໝາຍ ວ່າດ້ວຍຕ້ານການສໍ້ລາດບັງຫຼວງ ແລະ ປຶ້ມກົດໝາຍ ວ່າດ້ວຍ ກວດກາລັດ ໃຫ້ຫ້ອງການ ຍທຂ ເມືອງໄຊເສດຖາ, ເມືອງສີສັດຕະນາກເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ຢູ່ທີ່ຫ້ອງການ ຍທຂ ບັນດາເມືອງດັ່ງກ່າວ ໂດຍການນໍາພາຂອງທ່ານ ສີພັນດອນ ສຸພັນທອນ ຮອງປະທານກວດກາພັກກະຊວງ ຮອງຫົວໜ້າກົມກວດກາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.        

       ພິທີດັ່ງກ່າວທ່ານ ສີພັນດອນ ສຸພັນທອນ ໄດ້ກ່າວຈຸດປະສົງໃນການມອບແຜ່ນພາບ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ປຶ້ມກົດໝາຍ ວ່າດ້ວຍຕ້ານການສໍ້ລາດບັງຫຼວງ ແລະ ປຶ້ມກົດໝາຍ ວ່າດ້ວຍ ກວດກາລັດ ໃນຄັ້ງນີ້ ເພື່ອໂຄສະນາເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ແລະ ປູກຈິດສຳນຶກ​ ໃຫ້ສາມະຊິກພັກ ແລະ ພະນັກງານ-ລັດຖະກອນ ຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ເພື່ອສ້າງສະຕິເປັນເຈົ້າຕາມທິດທາງ 3 ບໍ່ ຄື: ບໍ່ກ້າ,​ ບໍ່ສາມາດ​ ແລະ ບໍ່ຢາກສໍ້ລາດບັງຫຼວງ. ເຊິ່ງລາຍການທີ່ນໍາໄປມອບມີຄື: ແຜ່ນຮູບພາບ 4 ຫົວຂໍ້ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ຈໍານວນ 20 ຊຸດ; ປຶ້ມກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ຈໍານວນ 20 ຫົວ ແລະ ປຶ້ມກົດໝາຍ ກວດກາລັດ ຈໍານວນ 20 ຫົວ.


ໂດຍໃຫ້ການຕ້ອນຮັບຈາກບັນດາຄະນະພັກຄະນະນຳຫ້ອງການ ຍທຂ ແຕ່ລະເມືອງ ພ້ອມນີ້ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະຈາກ ກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ນໍາເອົາແຜ່ນພາບ ແລະ ປຶ້ມກົດໝາຍ ມາມອບໃນຄັ້ງນີ້ ແລະ ທາງຫ້ອງການ ຍທຂ ເມືອງຈະໂຄສະນາເຜີຍແຜ່ໃຫ້ສະມາຊິກ ແລະ ພັກພະນັກງານ-ລັດຖະກອນ ຂອງຕົນໃຫ້ເຂົ້າໃຈເຖິງຜົນຮ້າຍຄວາມອັນຕະລາຍຂອງການສໍ້ລາດບັງຫຼວງ. 


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250