Ministry News

ກົມກວດກາ(ຍທຂ) ການລົງຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໜ່ວຍພັກ ກົມທາງລົດໄຟ, ລັດວິສາຫະກິດລົດໄຟແຫ່ງຊາດລາວ, ຄະນະຄຸ້ມຄອງທາງລົດໄຟລາວ-ຈີນ ແລະ ມອບແຜ່ນພາບກ່ຽວກັບການຕ້ານການສໍ້ລາດບັງຫຼວງ.

2022-07-19 - Administrator


    ໃນວັນທີ 7 ກໍລະກົດ 2022 ນີ້  ກົມກວດກາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ລົງເຄື່ອນໄຫວຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໜ່ວຍພັກ ກົມທາງລົດໄຟ, ລັດວິສາຫະກິດລົດໄຟແຫ່ງຊາດລາວ, ຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ຢູ່ທີ່ຫ້ອງປະຊຸມກົມທາງລົດໄຟ ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍການນໍາພາຂອງທ່ານ ສີພັນດອນ ສຸພັນທອນ ຮອງປະທານກວດກາພັກກະຊວງ ຮອງຫົວໜ້າກົມກວດກາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.


    ໃນທ້າຍກອງປະຊຸມ ກໍຍັງໄດ້ມອບແຜ່ນພາບ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ຈຳນວນ 11 ຊຸດ, ປື້ມກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ 12 ຫົວ ແລະ ປື້ມກົດໝາຍ ວ່າດ້ວຍ ກວດກາລັດ 12 ຫົວ ນີ້ເພື່ອໂຄສະນາເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ແລະ ເປັນການປູກຈິດສຳນຶກ​ ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທັງ 3 ໜ່ວຍພັກເພື່ອສ້າງສະຕິເປັນເຈົ້າຕາມທິດທາງ 3 ບໍ່ ຄື: ບໍ່ກ້າ,​ ບໍ່ສາມາດ​ ແລະ ບໍ່ຢາກສໍ້ລາດບັງຫຼວງ. 





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250