Ministry News

ກອງປະຊຸມການຈັດຕັ້ງກົນໄກການປະສານງານ ເພື່ອຄຸ້ມຄອງຕົວເມືອງຄັ້ງທີ 2 ການປຶກສາຫາລືຂ້າມຂະແໜງການ ກ່ຽວກັບການພັດທະນາຕົວເມືອງແບບຍືນຍົງ ແລະ ນະວັດຕະກຳດີຈີຕອລ

2022-07-28 - Viengkhone



ການ​ຈັດ​ຕັ້ງ​ກົນ​ໄກ​ການ​ປະ​ສານ​ງານ ເພື່​ອ​ຄຸ້​ມ​ຄອງ​ຕົວ​ເມືອງ (UMP) ແມ່ນ​ກົນ​ໄກ​ການ​ແລກ​ປ່ຽນ​ຂໍ້​ມູນ ເພື່ອ​ການ​ຄຸ້ມ​ຄອງ​ຕົວ​ເມືອງ, ເຊິ່ງໄດ້ນຳ​ພາຈັດຕັ້ງປະຕິບັດໂດຍ ກະ​ຊວງ​ໂຍ​ທາ​ທິກ​ານ ແລະ ​ຂົນ​ສົ່ງ (ຍ​ທ​ຂ) ແລະ ສະ​ໜັບ​ສະ​ໜູນ​ໂດຍ ອົງ​ການໄຈ​ກາ (JICA) (ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ) ແລະ ຂະ​ແໜງ​ການ​ອື່ນໆ​ທີ່​ກ່ຽວ​ຂ້ອງ. ກອງ​ປະ​ຊຸມຄັ້ງນີ້ ໄດ້​​​ເຊີນຜູ້ເຂົ້າຮ່ວມຈາກ ຫ້ອງວ່າການປົກຄອງນະ​ຄອນຫຼວງ, ກ​ະ​ຊວງກ​ານ​ເງິນ, ກະ​ຊວງ​ພ​າຍ​ໃນ (ກົມແຜນທີ່), ກະ​ຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາ​ດ ແລະ ສິ່ງ​ແວດ​ລ້ອມ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ພະແນກ ຍທຂ. ນວ (ຂະແໜງ ຂົນສົ່ງ), ພະແນກກະສິກໍາ ແລະ ປ່າໄມ້ ນວ ເພື່ອ​ເຂົ້​າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ຮ່ວມກັນ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມຂອງ​​ ທ່ານ ຮ​ສ. ອະ​ພິ​ໄຊ​ຍະ​ເດ​ດ ອິນ​ສີ​ຊຽງ​ໃໝ່, ຮອ​ງ​ຫົວ​ໜ້າ​ສະຖາບັນ ຍທຂ ແລະ ທ່ານ​ ແສງ​ດາ​ລາ ດວງ​ມີ​ໄຊ, ຮອງ​ຫົວ​ໜ້າ​ກົມ​ເຄ​ຫາ ແລະ ຜັງ​ເມືອງ ຈັດຂື້ນໃນວັນທີ 27 ກໍລະກົດ 2022 ຢູ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ.

ໃນ​ກອງ​ປະ​ຊຸມ, ທ່ານ ປະ​ສິດ​ທິ​ເດດ ຫຼວງວິ​ໄລ, ຫົວ​ໜ້າ​ພະ​ແນກ​ສູນຂໍ້ມູນ, ກົມ​ເຕັກ​ໂນ​ໂລ​ຊີ​ດິ​ຈີ​ຕອ / ກະ​ຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ ໄດ້ນຳ​ສະ​ເໜີບົດກ່ຽວ​ກັບ​ການ​ຫັນ​ເປັນ​ດິ​ຈີ​ຕອ ຢູ່ ສ​ປ​ປ ລາວ, ທ່ານ​ ນາງ ຄຳ​ວັນ ລໍ​ຄຳ​ຢອງ, ຫົວ​ໜ້າ​ພະ​ແນກບໍລິຫານ, ກົມ​ແຜນ​ທີ່​ແຫ່ງ​ຊາດ / ກະ​ຊວງ​ພາຍ​ໃນ, ທ່ານ ນາງ ຈັນ​ສະ​ໄໝ ກົມ​ມະ​ນີ​ວັນ, ຫົວໜ້າກຸ່ມວຽກຄົ້ນຄ້ວາ ແລະ ພັດທະນາລະບົບຂໍ້ມູນຂ່າວສານ, ພະແນກ ຂໍ້ມູນຂ່າວສານທີ່ດິນ, ກົມທີ່ດິນ/ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມ​ະຊາດ ແລະ​ ສິ່ງ​ແວດ​ລ້ອ​ມ ແລະ ທ່ານ ວັນ​ທອງ ມະ​ນີ​ວົ, ຮອງຫົວໜ້າຈຸງານວັດແທກ, ຂະແໜງທີ່ດິນ, ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງ​ເປັນ​ຂະ​ແໜງ​ການ​ທີ່​ຕິດ​ພັນໃກ້​ຊິດ​ກັບວຽກ​ງານ​ການ​ພັດ​ທະ​ນາ​ຕົວ​ເມືອງ, ໄດ້​ນຳ​ສະ​ເໜີ​ບັນ​ດາຫົວຂໍ້​ລິ​ເລີ່ມທີ່​ທັນ​ສະ​ໄໝ​ຂອງ​ຂະ​ແໜງ​ການ​ຂອງ​ຕົນ. ໃນ​ໂອກ​າດ​ນີ້, ກົມ​ແຜນ​ທີ່ ໄດ້ນຳ​ສະ​ເໜີນະ​ໂຍ​ບາຍ ກ່ຽວ​ກັບ​ການ​ນຳ​ໃຊ້ລະ​ບົບ​ຂໍ້​ມູນ​ດ້ານ​ພູມ​ສາດ (GIS) ແລະ ໃນ​ຂະ​ນະ​ດຽວ​ກັນ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອ​ມ (ກົມທີ່ດິນ ແລະ ພະແນກຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອ​ມ) ໄດ້​ນຳ​ສະ​ເໜີ​ຜົນ​ປະ​ໂຫຍດ ແລະ ສິ່ງ​ທ້າ​ທາຍ​ຂອງ​ລະ​ບົບ​ການ​ຄຸ້​ມ​ຄອງທີ່​ດິນ ທີ່​ອີງ​ໃສ່​ລະ​ບົບ GIS. ນອກ​ຈາກນັ້​ນ, ຜູ້​ຕາງ​ໜ້າ​ຈາກກົມ​ເຄ​ຫາ ແລະຜັງ​ເມືອງ, ສະຖາບັນ ຍທຂ ແລະພະແນກ ຍທຂ. ນວ / ກະ​ຊວງໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ໄດ້​ນຳ​ສະ​ເໜີ​ບັນ​ດາຂໍ້​ສະ​ເໜີຕ່າງໆ ກ່ຽວ​ກັບ​ການ​ນຳ​ໃຊ້ເຕັກ​ໂ​ໂລ​ຊີ ​ຂໍ້​ມູນ​ຂ່າວ​ສານ, ແລະ ອື່ນ​ໆ.

ໃນ​ພາກ​ການ​ປຶກ​ສາ​ຫາ​ລື, ກອງ​ປະ​ຊຸມ​ ໄດ້​ເນັ້ນ​ຢ້ຳ​ຄືນ​ວ່າ ທຸກ​ພາກສ່ວນທີ່ກ່ຽວ​ຂ້ອງ ແມ່ນ​ໄດ້ເຮັດ​ວ​ຽກ​ຕາມ​ທິດ​ທາງ​ດຽວ​ກັນ ເຖິງ​ແມ່ນ​ວ່າ​ຈະ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍນາ​ໆ​ປະ​ການ​ກໍ​ຕາມ ແລະ ກໍ​ໄດ້​ສະ​ເໜີຄວາມ​ຕ້ອງ​ການໃນການແລກ​ປ່ຽນ​ຂໍ້​ມູນ​ແຜນ​ທີ່ ແລະ​ ທີ່ດິນ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ກອງ​ປະ​ຊຸມ ໄດ້​ປິດ​ລົງດ້ວຍການ​ໃຫ້​ຄວາມ​ໝາຍ​ໝັ້ນ ທີ່​ຈະ​ສືບຕໍ່ເຮັດ​ວຽກຮ່ວມ​ກັນກັບ​ບັນ​ດາ​ຂະ​ແໜງ​ການ​ຕ່າງໆ ເພື່ອ​ການ​ຄຸ້ມ​ຄອງ​ຕົວ​ເມືອງ​ແບບ​ຍື​ນຍົງ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250