Ministry News

ກອງປະຊຸມ ປືກສາຫາລື ກ່ຽວກັບ ການເຊື່ອມຈອດທາງລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ, ແຫ່ງ ສປປ ລາວ ແລະ ກະຊວງ ຄົມມະນາຄົນ, ແຫ່ງ ຣາຊະອານາຈັກໄທ

2022-10-07 - Xaiya

      ກອງປະຊຸມປຶກສາຫາລື 2 ຝ່າຍ (ລາວ-ໄທ) ກ່ຽວກັບການເຊື່ອມຈອດທາງລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ ຈັດຂຶ້ນວັນທີ 6 ຕຸລາ 2022 ທີ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ອານຸທິນ ຊານວິຣະກຸນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ແຫ່ງລາຊະອານາຈັກໄທ ມີທ່ານ ສັກສະຫຍາມ ຊິດຊອບ ລັດຖະມົນຕີວ່າການກະຊວງຄົມມະນາຄົມ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

           ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ລັດຖະບານ ສປປ ລາວ ໄດ້ເຫັນດີເປັນເອກະພາບຕາມການກຳນົດເອົາແລວຂົວລົດໄຟແຫ່ງໃໝ່ ເຊິ່ງຫ່າງຈາກຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄປທາງໃຕ້ ຕາມທິດລຸ່ມນ້ຳໄຫຼ 30 ແມັດ ສຳລັບການອອກແບບ ແລະ ການກໍ່ສ້າງຂົວທາງລົດໄຟແຫ່ງໃໝ່ນີ້ ຈະເປັນຂົວສະເພາະຮັບໃຊ້ລົດໄຟ ເຊິ່ງບໍ່ລວມເອົາລົດໂອໂຕ ແລະ ຈະຮອງຮັບເອົາລົດໄຟຂະໜາດ 1,435 ແມັດ ແລະ ທາງລົດໄຟ 1 ແມັດ ໃນຂົວດຽວກັນ ປັດຈຸບັນ ໄດ້ມີການກະກຽມຄວາມພ້ອມ ແລະ ໄດ້ມອບໝາຍໃຫ້ກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກັບຝ່າຍໄທ ໃນການດຳເນີນຂະບວນການກະກຽມເພື່ອສຶກສາ ແລະ ອອກແບບຂົວທາງລົດໄຟດັ່ງກ່າວ ພ້ອມດຽວກັນນີ້ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍຈະໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອປະຕິບັດງານຮ່ວມມືສອງຝ່າຍ ລາວ-ໄທ ກ່ຽວກັບການເຊື່ອມຈອດລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ ໂດຍຜ່ານຂົວສະເພາະລົດໄຟແຫ່ງໃໝ່.

          ເພື່ອຄວາມຍືນຍົງ ແລະ ປະສິດທິຜົນສູງສຸດຂອງການຮ່ວມມືພັດທະນາເສັ້ນທາງລົດໄຟເຊື່ອມຕໍ່ ລາວ-ໄທ ໂດຍສະເພາະ ໂຄງການລົດໄຟ ລາວ-ໄທ ໄລຍະ 2 ທີ່ໄດ້ຮັບທຶນຊ່ວຍເຫຼືອລັດຖະບານໄທ ໂດຍຜ່ານອົງການເນດາ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີຕໍ່ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ແຫ່ງລາຊະອານາຈັກໄທ ພິຈາລະນາໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສາມາດຂໍຕໍ່ອາຍຸສັນຍາເງິນກູ້ ແລະ ສືບຕໍ່ນຳໃຊ້ງົບປະມານທີ່ຍັງເຫຼືອຂອງໂຄງການດັ່ງກ່າວ ທີ່ຈະສິ້ນສຸດກໍານົດເວລາເງື່ອນໄຂເງິນກູ້ໃນເດືອນຕຸລາ 2022 ນີ້ ເພື່ອຈັດຕັ້ງປະຕິບັດໜ້າວຽກກໍ່ສ້າງທີ່ຍັງບໍ່ທັນສົມບູນ ແລະ ການກໍ່ສ້າງສິ່ງອຳນວຍຄວາມສະດວກທີ່ຈຳເປັນຕ່າງໆຂອງສະຖານີນະຄອນຫຼວງວຽງຈັນ-ຄຳສະຫວາດ
ເປັນຕົ້ນແມ່ນສິ່ງອຳນວຍຄວາມສະດວກດ້ານ CIC ວຽກຄຸ້ມຄອງ ແລະ ປ້ອງກັນຄວາມປອດໄພ ແລະ ສິ່ງອຳນວຍຄວາມສະດວກເຂດສາທາລະນະທັງພາຍໃນ ແລະ ນອກອາຄານ ທັງໝົດນີ້ ກໍແມ່ນເພື່ອຮັບປະກັນໃຫ້ມີຄວາມພ້ອມໃນການເປີດໃຫ້ບໍລິການສະຖານີດັ່ງກ່າວ ທີ່ຈະກາຍເປັນຈຸດເຊື່ອມຕໍ່ທີ່ສຳຄັນຂອງການຂົນສົ່ງໂດຍສານທາງລົດໄຟ ລາວ-ໄທ ແລະ ລາວ-ຈີນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250