Ministry News

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ ຄືບໜ້າທັງໝົດ 54,76%

2022-10-13 - Xaiya

ການປະຕິບັດໂຄງການກໍ່ສ້າງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ ແຜນງານພາຍໃນເດືອນກັນຍາ 2022  ໃນສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດທັງ 2 ສັນຍາ ໃນເດືອນສິງຫາ ໃນເດືອນກັນຍາ ເທົ່າກັບ 52,72% ປະຕິບັດໄດ້ຕົວຈິງ 54,76% ລື່ນຄາດໝາຍ 2,04%.

 

ອີງໃສ່ບົດລາຍງານປະຈຳເດືອນຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ສຳລັບການປະຕິບັດແຜນງານພາຍໃນເດືອນກັນຍາ 2022 ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ປະກອບມີ: ວຽກສ້ອມແປງທາງຊອບເຂດບ້ານຫາງຊິງ, ຕິດຕັ້ງປະຕູຮົ້ວແຄ້ມ, ສະໜອງເຄື່ອງມີຮັບໃຊ້ວຽກສ້ອມແປງ ກັບສວນຄົວ ແລະ ໜ້າວຽກອື່ນໆ ຄວາມຄືບໜ້າລວມທັງໝົດຮອດທ້າຍເດືອນກັນຍາ ເທົ່າກັບ 42,17% ປະຕິບັດຕົວຈິງໄດ້ 43,22% ລື່ນແຜນ 1,05% ແລະ ສ່ວນສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ຄວາມຄືບໜ້າລວມທັງໝົດ 63,27% ປະຕິບັດຕົວຈິງໄດ້ 64,31% ລື່ນຄາດໝາຍ 1,04%. ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດທັງ 2 ສັນຍາ ໃນເດືອນກັນຍາ ເທົ່າກັບ 52,72% ປະຕິບັດໄດ້ຕົວຈິງ 54,76% ລື່ນຄາດໝາຍ 2,04%.

 

ທ່ານໃຫ້ຮູ້ຕື່ມວ່າ: ເພື່ອບໍ່ໃຫ້ວຽກງານຢຸດສະງັກ ທາງໂຄງການໄດ້ສົມທົບກັບຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງເພື່ອຊອກຫາເງື່ອນໄຂ ມາດຕະການ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ທີມງານບໍລິສັດທີ່ປຶກສາ ແລະ ບໍລິສັດຜູ້ຮັບເໝົາ (ຝ່າຍໄທ) ເຂົ້າມາປະຕິບັດວຽກງານການສໍາຫຼວດ ເກັບກໍາຂໍ້ມູນພາກສະໜາມໃນຊ່ວງເດືອນມີຖຸນາ 2021 ແມ່ນປະຕິບັດສໍາເລັດໄປດ້ວຍດີພໍສົມຄວນ ເຖິງແມ່ນວ່າຈະມີການປິດຊົ່ວຄາວກ່ຽວກັບການແຜ່ລະບາດຂອງພະຍາດ ໂຄວິດ-19, ຊຶ່ງວຽກງານການກໍ່ສ້າງຂອງໂຄງການ ແມ່ນຍັງໄດ້ຈັດຕັ້ງປະຕິບັດຢູ່

ໂດຍໄດ້ ມີການປະສານສົມທົບ ແລະ ພົວພັນເອົາເຈົ້າໜ້າທີ່ໆກ່ຽວຂ້ອງເປັນຕົ້ນ: ປກສ, ປກຊ ແລະ ພະແນກສາທາລະນະສຸກລົງຕິດຕາມ ກວດກາ ແລະ ໄດ້ປະຕິບັດຕາມການຊີ້ນຳຂອງຄະນະກຳມະການຄວບຄຸມພະຍາດ ໂຄວິດ-19 ຢ່າງເຂັ້ມງວດຢູ່ໃນຂອບເຂດຮົ້ວ Free Construction Zone ເທົ່ານັ້ນ; ປັບແຜນການເຮັດວຽກຄືນໃໝ່ໃຫ້ແທດເໝາະກັບສະຖານະການຕົວຈິງ ເພື່ອທົດແທນບາງລາຍການໜ້າວຽກທີ່ບໍ່ສາມາດປະຕິບັດໄດ້ໃນຊ່ວງລະດູຝົນ ໃຫ້ໄປເຮັດໃນລະດູແລ້ງແທນ.

 

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V ແມ່ນໄດ້ເລີ່ມສ້າງຂຶ້ນມາແຕ່ເດືອນສິງຫາ 2019 ເຊິ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA), ລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ), ໄດ້ແບ່ງອອກເປັນສອງສັນຍາ ຄື : ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ ໄລຍະເວລາກໍ່ສ້າງ 30 ເດືອນ, ໄລຍະຄໍ້າປະກັນ 24 ເດືອນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250