Ministry News

ກອງປະຊຸມເວທີຕົວເມືອງແຫ່ງຊາດລາວຄັ້ງປະຖົມມະເລີກໄດ້ເປີດຂື້ນໃນວັນຕົວເມືອງໂລກ

2022-10-31 - Xaiya

ກອງປະຊຸມເວທີຕົວເມືອງແຫ່ງຊາດຄັ້ງປະຖົມມະເລີກພາຍໃຕ້ຫົວຂໍ້ “ການຫັນເປັນຕົວເມືອງທີ່ມີຄວາມຄົງທົນ ແລະ ມີສ່ວນຮ່ວມ” ຈັດຂຶ້ນວັນທີ 31 ຕຸລາ 2022 ທີ່ນະຄອນຫຼວງຈັນ ເປັນປະທານຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານນາງ Sara Sekkengs Tolefsen ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ມີບັນດາທ່ານເອກອັກຄະລັດຖະທູດຈາກປະເທດຍີ່ປຸ່ນ ອົດລະຕາລີ ສະຫະພາບເອີຣົບປະຈໍາລາວ  ຮອງລັດຖະມົນຕີ, ແລະ ບັນດາຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ຍທຂ  ກໍ່ເຂົ້າຮ່ວມ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ກ່າວວ່າ ການພັດທະນາຕົວເມືອງແມ່ນເປັນບັນຫາທີ່ທົ່ວໂລກໃຫ້ຄວາມສໍາຄັນ ເນື່ອງຈາກຕົວເມືອງເປັນຈຸດໃຈກາງໃນການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງປະເທດ ວຽກງານພັດທະນາຕົວເມືອງເປັນວຽກງານທີ່ກ່ຽວຂ້ອງຕິດພັນ ແລະ ເປັນຄວາມຮັບຜິດຊອບຂອງຫຼາຍພາກສ່ວນໃນສັງຄົມ ພ້ອມກັນນັ້ນລັດຖະບານ ສປປ ລາວ ກໍ່ໄດ້ໃຫ້ຄວາມສໍາຄັນວຽກງານພັດທະນາຕົວເມືອງເຊັ່ນດຽວກັນ ໂດຍໄດ້ສໍາເລັດການວາງແຜນຜັງລວມຕົວເມືອງ 148 ເມືອງທົ່ວປະເທດ ແລະ ໄດ້ມີການປັບປຸງແຜນຜັງບັນດາເມືອງດັ່ງກ່າວ ເປັນໄລຍະ ຕາມການເຕີບໂຕທາງດ້ານເສດຖະກິດ-ສັງຄົມຂອງແຕ່ລະຕົວເມືອງ ແລະ ໄດ້ສຸມງົບປະມານທັງພາຍໃນ ແລະ ຂົນຂວາຍທຶນຮອນ ການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ສະຖາບັນການເງິນສາກົນເປັນຈໍານວນເງິນຫຼາຍກວ່າ 300 ລ້ານໂດລາສະຫະລັດ ໃນໄລຍະ 15 ປີ ຜ່ານມາ.

ເຖິງແມ່ນວ່າ ສປປ ລາວ ຈະຈັດໃນບັນດາປະເທດລາຍໄດ້ຕໍ່າ ຫາ ປານກາງແຕ່ປະເທດເຮົາກໍເປັນໜຶ່ງໃນບັນດາປະເທດທີ່ບໍ່ທັນມີປະຊາຊົນຂາດທີ່ຢູ່ອາໃສຈໍານວນຫຼາຍ ແລະ ບໍ່ມີຊຸມຊົນແອອັດ  ດັ່ງທີ່ພົບເຫັນໃນບັນດາປະເທດກໍາລັງພັດທະນາອື່ນໆ ເຖິງຢ່າງໃດກໍ່ຕາມເນື່ອງຈາກການຂະຫຍາຍຂອງ ຕົວເມືອງທີ່ວ່ອງໄວ ແລະ ການພັດທະນາທີ່ຢູ່ອາໃສແບບບໍ່ຍືນຍົງຜ່ານມາ ຈຶ່ງເຮັດໃຫ້ປະຊາຊົນທີ່ດໍາລົງ ຊີວິດຢູ່ໃນຕົວເມືອງກໍາລັງປະເຊີນກັບບັນຫາລາຄາທີ່ຢູ່ອາໃສ ທີ່ນັບມື້ນັບມີລາຄາແພງຂຶ້ນ ແລະ ມີຂະໜາດທີ່ນັບມື້ນັບຄັບແຄບລົງເລື້ອຍໆ ພ້ອມກັນນັ້ນການຂະຫຍາຍຕົວຂອງຕົວເມືອງທີ່ແຜ່ລາມໂດຍບໍ່ມີການຄວບຄຸມຢ່າງເປັນລະບົບລະບຽບ ຢູ່ໃນບັນດາຕົວເມືອງໃຫຍ່ໃນປະຈຸບັນ ເນື່ອງຈາກການນໍາໃຊ້ທີ່ດິນ ແລະ ການພັດທະນາທີ່ຢູ່ອາໃສຍັງບໍ່ສອດຄ່ອງກັບຂໍ້ກໍານົດ ແລະ ກົດລະບຽບຂອງແຜນຜັງຕົວເມືອງທີ່ກໍານົດໄວ້ ທັງກໍ່ໃຫ້ເກີດບັນຫາການຈາລະຈອນແອອັດໃນເວລາເລັ່ງດ່ວນ ບັນຫາລະບາຍນໍ້າບໍ່ທ່ວງທັນ ແລະ ມີນໍ້າຖ້ວມຂັງໃນຕົວເມືອງ ແລະ ການພັດທະນາໂຄງລ່າງພື້ນຖານເຊັ່ນ: ຖະໜົນຫົນທາງ ໄຟຟ້າ ນໍ້າປະປາ ອິນເຕີເນັດ ການບໍາບັດນໍ້າເປື້ອນ ການບໍລິການເກັບຂີ້ເຫຍື້ອຕ່າງໆ ນອກຈາກນັ້ນ ວຽກງານພັດທະນາຕົວເມືອງເປັນວຽກທີ່ກວ້າງຂວາງ ຕິດພັນກັບຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມລວມທັງພາກລັດ ແລະ ພາກເອກະຊົນ.

ກອງປະຊຸມຄັ້ງນີ້ເປັນເວທີໃນການປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສິ່ງທ້າທາຍ ແລະ ກາລະໂອກາດຂອງການພັດທະນາເສດຖະກິດ-ສັງຄົມຂອງຕົວເມືອງທີ່ກໍາລັງຂະຫຍາຍຕົວໄວເພື່ອຮັບຟັງຄວາມຄິດຄວາມເຫັນຂອງຜູ້ຕາງຫນ້າຈາກພາກສ່ວນຕ່າງໆເພື່ອປະກອບຄວາມຄິດເຫັນ ແລະ ມີສ່ວນຮວ່ມໃນການພັດທະນາ ແລະ ແກ້ໄຂບັນຫາຂອງຕົວເມືອງ ໃຫ້ມີຄວາມຍືນຍົງ ໜ້າຢູ່ ແລະ ທັນສະໄໝໃນອະນາຄົດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250