Ministry News

ສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີ 2022

2022-12-06 - Xaiya

ໃນຕອນເຊົ້າຂອງວັນທີ 30 ພະຈິກ 2022 ກົມຂົນສົ່ງໄດ້ເປີດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງຫຼວງຂື້ນທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ແລະ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຫົວໜ້າກົມ ຂົນສົ່ງ ແລະ ບັນດາ ກະຊວງ ທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມ

        ວຽກງານຄວາມປອດໄພທາງຫຼວງ ແມ່ນໜຶ່ງໃນວຽກງານລັດຖະບານຖືເປັນບັນຫາສໍາຄັນ ແລະ ນອນໃນ ສອງ ວາລະແຫ່ງຊາດ ໃນ 1 ປີຜ່ານມາ ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດທິດທາງແຜນການທີ່ກໍານົດໄວ້ ໂດຍສອດຄ່ອງກັບແຜນນະໂຍບາຍຂອງອົງການສະຫະປະຊາຊາດໃນທົດສະວັດ 2021-2030 (United Nations Decade of Action for Road Safety 2021-2030) ໃນການຫຼຸດຜ່ອນການເກີດອຸບປະຕິເຫດ, ການສູນເສຍຊີວິດ, ຊັບສິນ ແລະ ຜົນກະທົບອື່ນໆຕໍ່ສັງຄົມ ດ້ວຍຄາດໝາຍຫຼຸດຜ່ອນຈໍານວນຜູ້ເສຍຊີວິດຈາກອຸບປະຕິເຫດຕາມທາງ​ຫຼວງ ຫຼຸດ​ລົງ 50% ໃນປີ 2030.

            ໃນການຈັດຕັ້ງປະບັດຕົວຈິງ ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄຸ້ມຄອງ ແລະ ແກ້ໄຂອຸບປະຕິເຫດຕາມທາງຫຼວງ ບົນພື້ນຖານ 5 ເສົາຄໍ້າ ຄື: ການຄຸ້ມຄອງຄວາມປອດໄພທາງຫຼວງ,  ການ​ປັບ​ປຸງຄວາມ​ປອດ​ໄພ​ດ້ານ​ໂຄງລ່າງພື້ນຖານ, ການ​ຄຸ້​ມ​ຄອງ​ມາດ​ຕະ​ຖານ​ເຕັກ​ນິກ​ຂອງຍານພາຫະນະ, ກາ​ນຄຸ້ມ​ຄອງພຶດຕິກໍາຜູ້ໃຊ້ລົດໃຊ້ຖະໜົນ ແລະ ການຊ່ວຍເຫຼືອສຸກເສີນຫຼັງເກີດອຸບປະຕິເຫດ.

ການຈັດຕັ້ງຄຸ້ມຄອງວຽກຄວາມປອດໄພທາງຫຼວງ ກໍານົດໄວ້ໃນດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ສະບັບເລກທີ 61/ນຍ, ລົງວັນທີ 04 ກຸມພາ 2022 ປະກອບມີ 3 ຂັ້ນ ຄື:

1.     ຂັ້ນສູນກາງ ແມ່ນ ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ຂຽນຫຍໍ້ວ່າ (ຄຊປທ) ໂດຍແມ່ນທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ຊີ້​ນຳ​ວຽກ​ງານ​ວັດ​ທະ​ນະ​ທຳ-ສັງ​ຄົມ ເປັນ​ປະ​ທານ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຮອງປະທານ ທັງ​ເປັນ​ຜູ້​ປະ​ຈຳ​ການ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ. ສ່ວນກໍາມະການ ມີ ຮອງລັດຖະມົນຕີ  ກະຊວງ ສາທາລະນະສຸກ, ສຶກສາທິການ ແລະ ກິລາ, ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ການເງິນ, ປະທານອົງການກາແດງລາວ, ຮອງປະທານສູນກາງສະຫະພັນກໍາມະບານລາວ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຜູ້ຕາງໜ້າສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຫຼວງ, ຜູ້ຕາງໜ້າມູນນິທິກ່ຽວກັບການຈະລາຈອນທາງບົກ ແລະ ຫົວໜ້າກົມຂົນສົ່ງ ເປັນເລຂານຸການ;

2.    ຂັ້ນແຂວງ ແມ່ນ ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ແຂວງ ແລະ ນະຄອນຫຼວງ ຊຶ່ງຂຽນຫຍໍ້ວ່າ (ຄປທຂ) ໂດຍແມ່ນ ທ່ານ ​ຮອງເຈົ້າ​ແຂວງ, ເຈົ້າ​ຄອງ​ນະ​ຄອນ​ຫຼວງ ເປັນ​ປະ​ທານ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ເປັນຮອງປະທານ ທັງ​ເປັນ​ຜູ້​ປະ​ຈຳ​ການ, ​ຮອງຫົວໜ້າກອງບັນຊາການປ້ອງ​ກັນ​ຄວາມ​ສະ​ຫງົບ ເປັນຮອງປະທານ, ຄະນະກໍາມະການ ແມ່ນ  ຮອງຫົວໜ້າພະແນກ ພະແນກ ສຶກສາ ແລະ ກິລາ, ສາທາລະນະສຸກ, ຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ການເງິນ, ຫົວໜ້າຫ້ອງການກາແດງລາວ, ຮອງປະທານສະຫະພັນກໍາມະບານ, ຮອງປະທານສະຫະພັນແມ່ຍິງ, ຮອງເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຕົວແທນພາກສ່ວນທຸລະກິດທັງພາກລັດ ແລະ ເອກະຊົນ, ຕົວແທນຂອງການຈັດຕັ້ງສັງຄົມທີ່ກ່ຽວຂ້ອງ ແລະ ຫົວໜ້າຂະແໜງຂົນສົ່ງ ເປັນເລຂານຸການ;

3.    ຂັ້ນເມືອງ ແມ່ນ ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດສະບານ ຊຶ່ງຂຽນຫຍໍ້ວ່າ (ຄປທມ) ໂດຍແມ່ນ ທ່ານ ຮອງ​ເຈົ້າ​ເມືອງ, ຮອງ​ຫົວ​ໜ້າ​ເທດ​ສະ​ບານ, ຮອງ​ເຈົ້າ​ນະຄອງ ເປັນ​ປະ​ທານ, ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເປັນຮອງປະທານ ທັງ​ເປັນ​ຜູ້​ປະ​ຈຳ​ການ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເປັນຮອງປະທານ. ສ່ວນຄະນະກໍາມະການ ແມ່ນ ທ່ານ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ຖະແຫຼ່ງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ການເງິນ, ຮອງຫົວໜ້າຂະແໜງກາແດງລາວ, ຮອງປະທານສະຫະພັນກໍາມະບານ, ຮອງປະທານສະຫະພັນແມ່ຍິງ, ຮອງເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຕົວແທນພາກສ່ວນທຸລະກິດທັງພາກລັດ ແລະ ເອກະຊົນ, ຕົວແທນຂອງການຈັດຕັ້ງສັງຄົມທີ່ກ່ຽວຂ້ອງ ແລະ ຫົວ​ໜ້າ​ໜ່ວຍ​ງານ​ຂົນ​ສົ່ງ ຫ້ອງ​ການ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ເມືອງ, ເທດ​ສະ​ບານ, ນະ​ຄອນ ເປັນ​ກຳ​ມະ​ການ ທັງເປັນ​ຫົວ​ໜ້າ​ກອງ​ເລ​ຂາ.

ດ້ານການລົງທຶນໃສ່ວຽກງານຄວາມປອດໄພທາງຫຼວງ ໃນໄລຍະຜ່ານມາ ໄດ້ມີການລົງທຶນໃສ່ວຽກງານຄວາມປອດໄພທາງຫຼວງ ຊຶ່ງມາຈາກ 2 ແຫຼ່ງທຶນ ຄື:

1.   ທຶນພາຍໃນ ປະກອບມີ: ກອງ​ທຶນ​ທາ-​ບ້ວງ​ຄວາມ​ປອດ​ໄພທາງຫຼວງ;

2.  ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມຈາກຕ່າງປະເທດ ປະກອບມີ:

-       ທຶນຊ່ວຍເຫຼືອລ້າ ຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ. ຈີນ);

-       ທຶນຊ່ວຍເຫຼືອລ້າ ຈາກ ກອງທຶນຄວາມປອດໄພທາງຫຼວງຂອງອົງການສະຫະປະຊາຊາດ United Nations Road Safety Fund (UNRSF);

-       ທຶນຊ່ວຍເຫຼືອລ້າ ຂອງອົງການ KOICA ພາຍໃຕ້ໂຄງການປັບປຸງ, ກໍ່ສ້າງ ຍົກລະດັບຂົວ 6 ແຫ່ງ ແລະ ປັບປຸງ ຄວາມປອດໄພຕາມທາງຫຼວງ ເສັ້ນທາງເລກ 8;

-       ທຶນກູ້ຢືມຈາກທະນາຄານໂລກ ມີ 3 ໂຄງການ ຄື:

1)   ໂຄງການຂະແໜງຂົວທາງໄລຍະ 2 Lao Road Sector Project 2 Additional Finance (LRSP2 + AF), ກວມເອົາໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ (ກມ 71 ແຂວງບໍລີຄໍາໄຊ - ກມ 346 ແຂວງຄຳມ່ວນ);

2)   ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ  ເລກທີ 13 ເໝືອ (ສີໄຄ-ໂພນໂຮງ) NR 13N Improvement and Maintenance Project;

3)  ໂຄງການພັດທະນາເສດຖະກິດພາກເໝືອ ເພື່ອການເຊື່ອມໂຍງເຊື່ອມຈອດພາກພື້ນ  Southeast Asia Regional Economic Corridor and Connectivity (SEARECC)


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250