Activity News

ກະຊວງ ຍທຂ ຈັດການແຂ່ງຂັນບານເຕະຊິງຂັນ ທ່ານລັດຖະມົນຕີ ປະຈໍາປີ 2022

2022-12-01 - Sayphone


     ກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດການແຂ່ງຂັນບານເຕະຊິງຂັນ ທ່ານລັດຖະມົນຕີ ກະຊວງ ຍທຂ ປະຈໍາປີ 2022 ຂື້ນຢ່າງເປັນທາງການ ໃນລະຫວ່າງວັນທີ 3-30 ພະຈິກ 2022  ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ໃນພິທີເປີດ-ປິດການແຂ່ງຂັນກິລາບານເຕະຊິງຂັນ ທ່ານລັດຖະມົນຕີ ກະຊວງ ຍທຂ ປະຈໍາປີ 2022 ຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກກະຊວງ, ລັດຖະມົນຕີກະຊວງ ຍທຂ; ບັນດາທ່ານຮອງລັດຖະມົນຕີກະຊວງ ຍທຂ ແລະ  ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດ ທີ່ຂຶ້ນກັບ ກະຊວງ ຍທຂ, ພະນັກງານ ແລະ ນັກກິລາ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ;

ຈຸດປະສົງຂອງການຈັດການແຂ່ງຂັນບານເຕະໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ໃຫ້ເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975 ຫາ 2 ທັນວາ 2022); ລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ( 13 ທັນວາ 1920 ຫາ 13 ທັນວາ 2022); ເພື່ອເປັນການສ້າງຄວາມສາມັກຄີຂອງພະນັກງານ-ລັດຖະກອນຂອງກະຊວງ ຍທຂ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ເປັນການອອກກຳລັງກາຍເພື່ອເຮັດໃຫ້ສຸຂະພາບແຂງແຮງ ແລະ ເພື່ອສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນ ກໍ່ຄືສະມາຊິກຊາວໜຸ່ມ ໄດ້ມີໂອກາດສະແດງຄວາມສາມາດຂອງຕົນທາງດ້ານກິລາເຕະ ບານ. ຊຶ່ງມີບັນດາທີມບານເຕະເຂົ້າຮ່ວມແຂ່ງຂັນ ແມ່ນມາຈາກບັນດາຫ້ອງການ, ກົມ, ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດ ທີ່ຂຶ້ນກັບ ກະຊວງ ຍທຂ ຊຶ່ງແບ່ງອອກເປັນ 8 ທີມ ດັ່ງລຸ່ມນີ້:

1.   ກົມເຄຫາ ແລະ ຜັງເມືອງ + ກົມນໍ້າປະປາ + ສະຖາບັນ ໂຍທາທິການ ແລະ ຂົນສົ່ງ.

2.  ກົມຈັດຕັ້ງ ແລະ ພະນັກງານ + ກົມຂົນສົ່ງ + ລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ.

3.   ກົມຂົວທາງ + ລັດວິສາຫະກິດ ກໍ່ສ້າງທາງເລກ 8.

4.   ກົມແຜນການ ແລະ ການເງິນ + ກົມກວດກາ + ລັດວິສາຫະກິດ ກໍ່ສ້າງ ຄົມມະນາຄົມ.

5.   ກົມທາງລົດໄຟ + ລັດວິສາຫະກິດ ລົດໄຟແຫ່ງຊາດລາວ + ຄະນະຄຸ້ມຄອງໂຄງການກໍ່ສ້າງລົດໄຟລາວ-ຈີນ.

6.   ກົມການບິນພົນລະເຮືອນ + ລັດວິສາຫະກິດ ການບິນລາວ.

7.  ຫ້ອງການກະຊວງ + ກົມທາງນໍ້າ + ລັດວິສາຫະກິດ ສຳຫຼວດ-ອອກແບບ-ວິໄຈວັດຖຸກໍ່ສ້າງ.

8.  ກອງສະໜາມບິນລາວ + ກອງຈະລາຈອນທາງອາກາດລາວ.

ຜ່ານການແຂ່ງຂັນບານເຕະຊິງຂັນ ທ່ານລັດຖະມົນຕີ ກະຊວງ ຍທຂ ປະຈໍາປີ 2022 ຊຶ່ງເລີ້ມຕົ້ນແຕ່ວັນທີ 3-25 

ພະຈິກ 2022, ເປັນຮອບແບ່ງກຸ່ມ ແລະ ຮອບຮອງຊະນະເລີດ ທີ່ເດີ່ນບານ ສັບພະວິຊາ; ມາຮອດວັນທີ 30 ພະຈິກ 2022 ເປັນການແຂ່ງຂັນຮອບຊິງອັນດັບ 3 ແລະ ຊິງຊະນະເລີດ  ແລະ ຄູ່ບານເຕະກິດຕິມາສັກ ທີ່ເດີ່ນບານເຈົ້າອານຸວົງ, ຊຶ່ງການແຂ່ງຂັນບານເຕະນັດຊິງຊະນະເລີດລະຫວ່າງທີມ ກົມເຄຫາ ແລະ ຜັງເມືອງ + ກົມນໍ້າປະປາ + ສະຖາບັນ ໂຍທາທິການ ແລະ ຂົນສົ່ງ ພົບກັບ ກົມຂົວທາງ + ລັດວິສາຫະກິດ ກໍ່ສ້າງທາງເລກ 8 ຜົນປະກົດວ່າທີມ ກົມເຄຫາ ແລະ ຜັງເມືອງ + ກົມນໍ້າປະປາ + ສະຖາບັນ ໂຍທາທິການ ແລະ ຂົນສົ່ງ ເປັນທີມເອົາຊະນະໃນການແຂ່ງຂັນຄັ້ງນີ້ ແລະ ສາມາດຄອງຂັນບານເຕະຊິງຂັນ ທ່ານລັດຖະມົນຕີ ກະຊວງ ຍທຂ ປະຈໍາປີ 2022; ອັນດັບສອງແມ່ນທີມ ກົມຂົວທາງ + ລັດວິສາຫະກິດ ກໍ່ສ້າງທາງເລກ 8 ແລະ ອັນດັບສາມແມ່ນທີມ ກອງສະໜາມບິນລາວ + ກອງຈະລາຈອນທາງອາກາດລາວ ແລະ ອັນດັບສີ່ທີມ ກົມການບິນພົນລະເຮືອນ + ລັດວິສາຫະກິດ ການບິນລາວ; ນອກຈາກນັ້ນທີມ ກົມທາງລົດໄຟ + ລັດວິສາຫະກິດ ລົດໄຟແຫ່ງຊາດລາວ + ຄະນະຄຸ້ມຄອງໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ຮັບລາງວັນທີມມາລະຍາດດີເດັ່ນ ແລະ ລາງວັນຜູ້ທີ່ຍິງປະຕູໄດ້ຫຼາຍ ແມ່ນ ທ່ານ ຄໍາແສນ ສີວົງໄຊ ນັກກິລາທີມກົມຂົວທາງ + ລັດວິສາຫະກິດ ກໍ່ສ້າງທາງເລກ 8.













About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250