Ministry News

ພິທີມອບ-ຮັບໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານເມືອງບໍ່ແຕນ, ເມືອງໄຊຍະບູລີ ແຂວງໄຊຍະບູລີ ແລະ ເມືອງນໍ້າທາ ແຂວງຫຼວງນໍ້າທາ

2023-04-12 - Sayphone


ພິທີມອບ-ຮັບໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານເມືອງບໍ່ແຕນ, ເມືອງໄຊຍະບູລີ ແຂວງໄຊຍະບູລີ ແລະ ເມືອງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 11 ເມສາ 2023 ຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວິໄລຄໍາ ໂພສະລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, ຫົວໜ້າ, ຮອງຫົວໜ້າພະແນກການ, ເຈົ້າເມືອງບໍ່ແຕນ, ເມືອງໄຊຍະບູລີ, ຮອງຫົວໜ້າພະແນກ ຍທຂ ແຂວງຫຼວງນໍ້າທາ ພ້ອມດ້ວຍອໍານາດການປົກຄອງບ້ານໃນເທດສະບານແຂວງເຂົ້າຮ່ວມ.

ໂຄງການກໍ່ສ້າງນໍ້າປະປາ ແລະ ສຸຂາພິບານໃນ 3 ເມືອງ 2 ແຂວງ; ໂຄງການດັ່ງກ່າວແມ່ນໄດ້ເລີ່ມກໍ່ສ້າງມາແຕ່ເດືອນເມສາ 2018 ໄລຍະກໍ່ສ້າງ 18 ເດືອນ ໂດຍແມ່ນບໍລິສັດດີເອັມກໍ່ສ້າງ ເປັນຜູ້ຮັບເໝົາ ໃນມູນຄ່າ 12 ຕື້ກວ່າກີບ ໃນນີ້ທຶນທະນາຄານພັດທະນາອາຊີ (ADB) 90% ແລະ ທຶນສົມທົບຂອງແຂວງ 10%. ໜ້າວຽກທີ່ເຮັດແມ່ນກໍ່ສ້າງ ແລະ ຕິດຕັ້ງລະບົບນໍ້າປະປາ, ທໍ່ສົ່ງ ແລະ ທໍ່ແຈກນໍ້າ, ມີລະບົບທໍ່ສົ່ງນໍ້າດິບ, ກໍ່ສ້າງຫົວງານດູດນໍ້າ, ກໍ່ສ້າງໂຮງງານບໍາບັດນໍ້າປະປາ 1 ຊຸດ, ອ່າງເກັບນໍ້າສະອາດຂະໜາດ 580 ແມັດກ້ອນ 1 ອ່າງ, ກໍ່ສ້າງລະບົບທໍ່ແຈກນໍ້າໃນຕົວເມືອງມີຂະ ໜາດທໍ່ 200, 160 ແລະ 110 ມີຄວາມຍາວທັງໝົດ 31.976 ແມັດ, ສາມາດຕິດຕັ້ງກົງເຕີນໍ້າໄດ້ 960 ໜ່ວຍ, ສາມາດຜະລິດນໍ້າໄດ້ 1.400 ແມັດກ້ອນ/ວັນ ແລະ ມີປະຊາກອນໄດ້ຊົມໃຊ້ນໍ້າປະປາທັງໝົດ 4.500 ຄົນ ໃນຈໍານວນ 4 ບ້ານ ມູນຄ່າກໍ່ສ້າງ 12 ຕື້ກີບ. ໂຄງການກໍ່ສ້າງນໍ້າປະປາ ແລະ ສຸຂາພິບານ ເມືອງໄຊຍະບູລີ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນສິງຫາ 2018 ໄລຍະກໍ່ສ້າງ 30 ເດືອນ ໂດຍແມ່ນບໍລິສັດຊົງເມີຍວິສະວະກໍາຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຕິດຕັ້ງລະບົບນໍ້າປະປາພ້ອມດ້ວຍທໍ່ສົ່ງ ແລະ ທໍ່ແຈກຄົບຊຸດ, ກໍ່ສ້າງອ່າງເກັບນໍ້າບໍາບັດນໍ້າເສຍ, ວຽກປັບປຸງສະພາບແວດລ້ອມບ້ານ, ຈັດຊື້ໝໍ້ແທກນໍ້າ, ຈັດຊື້ວັດສະດຸສ້ວມຖ່າຍໃຫ້ຄອບຄົວທຸກຍາກ, ມູນຄ່າທັງໝົດ 52 ຕື້ກວ່າກີບ ແລະ ໂຄງການດັ່ງກ່າວມີກໍາລັງຜະລິດນໍ້າໄດ້ 8.500 ແມັດກ້ອນ/ວັນ, ປະຊາກອນໄດ້ຊົມໃຊ້ນໍ້າມີ 3.500 ຄົນ ໃນຈໍານວນ 24 ບ້ານ ໃນເທດສະບານແຂວງ. ເມືອງນໍ້າທາ ແຂວງຫຼວງນໍ້າທາ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນກຸມພາ 2018 ໂດຍແມ່ນບໍລິສັດຊົງເມີຍວິສະວະກໍາ ເປັນຜູ້ຮັບເໝົາ ໜ້າວຽກກໍ່ສ້າງລະບົບທໍ່ນໍ້າປະປາ ພ້ອມດ້ວຍທໍ່ສົ່ງ ແລະ ທໍ່ແຈກຄົບຊຸດ, ກໍ່ສ້າງຫ້ອງການນໍ້າປະປາ 1 ຫຼັງ, ກໍ່ສ້າງຫົວງານດູດນໍ້າ 1 ແຫ່ງ, ລະບົບທໍ່ສົ່ງນໍ້າດິບລວງຍາວ 112.350 ແມັດ, ໂຮງງານບໍາບັດລະບົບນໍ້າເສຍ ກໍ່ສ້າງລະບົບທໍ່ແຈກຢາຍນໍ້າໃນຕົວເມືອງ ຂະໜາດ 250, 200, 160, 150, 110, 100 ແລະ 50 ມີລວງຍາວທັງໝົດ 112.350 ແມັດ ມູນຄ່າກໍ່ສ້າງທັງໝົດ 33 ຕື້ກີບ. ໂຄງການນໍ້າປະປາດັ່ງກ່າວສາມາດຜະລິດນໍ້າໄດ້ 6.300 ແມັດກ້ອນ/ວັນ, ມີປະຊາກອນໄດ້ຊົມໃຊ້ທັງໝົດ 20.000 ຄົນ ໃນຈໍານວນ 15 ບ້ານ.

ຈາກນັ້ນ, ທ່ານ ນາງ ວິໄລຄໍາ ໂພສະລາດ ໄດ້ໃຫ້ກຽດ ຂຶ້ນກ່າວມອບໂຄງການກໍ່ສ້າງນໍ້າປະປາ ແລະ ສຸຂາພິບານ 3 ເມືອງ ບໍ່ແຕນ, ເມືອງໄຊຍະບູລີ ແຂວງໄຊຍະບູລີ ແລະ ເມືອງນໍ້າທາ ແຂວງຫຼວງນໍ້າທາ ພ້ອມທັງຕາງໜ້າພະແນກ ຍທຂ ແຂວງໄຊຍະບູລີ ແຂວງຫຼວງນໍ້າທາ ແລະ ຫົວໜ້າກົມນໍ້າປະປາ ໄດ້ລົງນາມເຊັນບົດບັນທຶກມອບ-ຮັບການນໍາໃຊ້ນໍ້າປະປາ ແລະ ການນໍາຂັ້ນກະຊວງ, ຂັ້ນແຂວງ ກໍໄດ້ຮ່ວມກັນຕັດແຖບຜ້າປ່ອຍປູ່ມເປົ້າ ເປີດການນໍາໃຊ້ນໍ້າປະປາຢ່າງເປັນທາງການ.






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250