Ministry News
ພິທີເຊັນສັນຍາ ໂຄງການກໍໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B) (RB-CW04/Lot2 Non Zone B) ທີ່ເມືອງທ່າແຂກແຂວງຄຳມ່ວນ
ພິທີເຊັນສັນຍາ ໂຄງການກໍໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B) (RB-CW04/Lot2 Non Zone B) ທີ່ເມືອງທ່າແຂກແຂວງຄຳມ່ວນ ໂດຍມີທ່ານ ນາງ ວິສາພອນ ອິນທີລາດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ, ທ່ານ ສຸທັດ ສຸມາລີ ຫົວໜ້າພະແນກ ໂຍທາທິການ ແລະ ຂົ່ນສົ່ງ ແຂວງຄຳມ່ວນ, ທ່ານ ນາງ ວະນິດາ ຫລວງເທບໄຊຍະວົງ ຮອງຫົວໜ້າຫ້ອງການກະຊວງ, ບັນດາ ທ່ານຄະນະກຳມະການປະມູນຂັ້ນສຸນກາງ ແລະ ຂັ້ນແຂວງ, ຜູ້ອຳນວນການບໍລິສັດ LSM ກໍ່ສ້າງຈຳກັດຜູ້ດຽວ ແລະ ແຂກທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມ.
- ອິງຕາມ: ສັນຍາເງິນຊ່ວຍເຫຼືອລ້າລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ທະນາຄານພັດທະນາອາຊີໝາຍເລກ ADB Grant No.0606-Lao, ລົງວັນທີ 16/10/2018.
- ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄາມ່ວນ ສະບັບເລກທີ 627/ຈຂ, ລົງວັນທີ 22 ເມສາ 2025 ວ່າດ້ວຍກ ອະນຸມັດໃຫ້ພະແນກ ໂຍທາທິການແລະຂົນສົ່ງ ແຂວງຄໍາມ່ວນ ເຊັນສັນຍາໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ (ບໍ່ລວມເຂດB) (RB-CW04/Lot2 Non Zone B) ກັບບໍລິສັດ LSM ກໍ່ສ້າງຈຳກັດຜູ້ດຽວ.
ທ່ານ ໄຊສົມຫວັງ ລິນທະສອນ ຫົວໜ້າຫ້ອງການຈັດຕັ້ງປະຕິບັດໂຄງການພັດທະນາຕົວຕາມແລວ ອະນຸພາກພື້ນແມ່ນໍ້າຂອງ IV(GMS4), ໄດ້ລາຍງານກ່ຽວຜູ້ໃຫ້ທືນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ເຊິ່ງປະກອບມີ 2 ຕົວເມືອງຄື: ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ເມືອງທ່າແຂກແຂວງຄໍາມ່ວນ ເຊິ່ງມີມູນຄ່າທັງໝົດ: 54,06 ລ້ານ ໂດລາສະຫະລັດ, ເຊິ່ງທະນາຄານພັດທະນາອາຊີຊ່ວຍເຫຼືອ 48 ລ້ານໂດລາສະຫະລັດ ແລະ ລັດຖະບານ ສປປລາວ 6,06 ລ້ານ ໂດລາສະຫະລັດ.
ສໍາລັບຕົວເມືອງທ່າແຂກ ແຂວງຄຳມ່ວນ ແມ່ນມູນຄ່າຄາດຄະເນຈະໄດ້ຮັບແມ່ນ 26,82 ລ້ານໂດລາສະຫະລັດ ແລະ ທຶນດັ່ງກ່າວ ໃຊ້ເຂົ້າໃນການປັບປຸງພື້ນຖານໂຄງລ່າງສິ່ງແວດລ້ອມຂອງຕົວເມືອງທ່າແຂກເຊິ່ງປະກອບດ້ວຍ 5 ໜ້າວຽກດັ່ງນີ້:
1. ກໍ່ສ້າງຮ່ອງລະບາຍນໍ້າໃນຕົວເມືອງ ພ້ອມຕິດຕັ້ງປະຕູນໍ້າແລະຕິດຕັ້ງຈັກດູດນໍ້າ.
2. ກໍ່ສ້າງອ່າງບຳບັດນໍ້າເປື້ອນແບບບໍ່ລວມສູນຂະໜາດນ້ອຍ.
3. ປັບປຸງສະໜາມກຳຈັດຂີ້ເຫຍື້ອແບບສຸຂະອະນາໄມ.
4. ກໍ່ສ້າງປ້ອງກັນຕະຝັ່ງເຈື່ອນຕາມແມ່ນໍ້າຂອງ.
5. ປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າແລະອະນຸລັກມໍລະດົກຂອງຕົວເມືອງ.
ສະນັ້ນ, ຈຸດປະສົງຂອງການເຊັນສັນຍາ ແມ່ນເພື່ອລົງນາມໃນສັນຍາກໍ່ສ້າງ ລະຫວ່າງ ພະແນກ ຍທຂ ແຂວງຄຳມ່ວນ ກັບ ບໍລິສັດ LSM ກໍ່ສ້າງຈາກັດຜູ້ດຽວ, ເຊິ່ງມູນຄ່າການກໍ່ສ້າງແມ່ນ 4,680,873.07 (ສີ່ລ້ານ ຫົກແສນ ແປດສີບພັນ ແປດຮ້ອຍເຈັດສີບສາມ ໂດລາສະຫະລັດ ແລະ ເຈັດເຊັນ) ມີຄວາມຍາວໃນການກໍ່ສ້າງຕາຝັ່ງເຈື່ອນແມ່ນ 1,9 ກິໂລແມ້ດ, ຈະໄດ້ລົງມືກໍ່ສ້າງໃນວັນທີ 02 ພຶດສະພາ 2025 ແລະ ສຳເລັດໃນວັນທີ 01 ພຶດສາພາ 2026 ໄລຍະການກໍ່ສ້າງແມ່ນ 01 ປີ.