Ministry News
ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເຄື່ອນໄຫວຕິດຕາມເສັ້ນທາງ 13 ເໜືອ
ໃນວັນທີ 26 ກໍລະກົດ 2025 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ເມືອງກາສີ ແຂວງວຽງຈັນ.
ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກ ຍທຂ ແຂວງວຽງຈັນ ກ່າວວ່າ: ສະເພາະເສັ້ນທາງແຕ່ຈຸດເມືອງກາສີ ແຂວງວຽງຈັນ ຫາ ພູຄູນ ແຂວງຫຼວງພະບາງ ໄລຍະທາງ 34 ກິໂລແມັດ, ມີບ່າທາງເຈື່ອນ 8 ຈຸດ, ດິນເຈື່ອນຖົມທາງ 54 ຈຸດ ມາເຖິງປັດຈຸບັນໄດ້ຮັບການສ້ອມແປງເບື້ອງຕົ້ນເພື່ອໃຫ້ສາມາດສັນຈອນໄດ້.
ທ່ານ ບຸນໂຮມ ລັດຕະນະວົງ ຮອງຜູ້ອຳນວຍການ ບໍລິສັດ ບຸນໂຮມກໍ່ສ້າງເຄຫາຂົວທາງ ແລະ ຊົນລະປະທານຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດຮັບຜິດຊອບສ້ອມແປງເສັ້ນທາງດັ່ງກ່າວ ໃຫ້ຮູ້ວ່າ: ບໍລິສັດໄດ້ຈັດຕັ້ງທີມງານ ແລະ ກຽມຄວາມພ້ອມດ້ານເຄື່ອງກົນຈັກ ເພື່ອຕິດຕາມເຝົ້າລະວັງ ແລະ ແກ້ໄຂບັນຫາດິນເຈື່ອນທັບທາງໃຫ້ເພື່ອເປີດທາງໃຫ້ພາຫະນະສາມາດສັນຈອນໄດ້, ຍ້ອນສະພາບເສັ້ນທາງ 13 ເໜືອມີຄວາມຫຍຸ້ງຍາກ. ດັ່ງນັ້ນ, ຮຽກຮ້ອງໃຫ້ນັກຂັບຂີ່ມີສະຕິລະວັງຕົວໃນການຂັບຂີ່ຍານພາຫະນະໃຫ້ມີຄວາມປອດໄພໃນການເດີນທາງ.
ໂອກາດດັ່ງກ່າວ, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຊີ້ນໍາໃຫ້ພະແນກ ຍທຂ ແຂວງ, ຫ້ອງການ ຍທຂ ເມືອງ ແລະ ບໍລິສັດທີ່ຮັບຜິດຊອບເພີ່ມທະວີຄວາມເອົາໃຈໃສ່ກຽມຄວາມພ້ອມດ້ານເຄື່ອງກົນຈັກ ແລະ ຕິດຕາມເຝົ້າລະວັງເພື່ອແກ້ໄຂບັນຫາເສັ້ນທາງທີ່ເປ່ເພເກີດຂຶ້ນໃນໄລຍະລະດູຝົນ.