Ministry News

ກອງປະຊຸມສຳມະນາ ຄວາມຕ້ອງການດ້ານງົບປະມານເພື່ອການພັດທະນາ ແລະ ປົກປັກຮັກສາຕານ່າງເສັ້ນທາງ

2025-08-28 - Administrator

ກອງປະຊຸມສຳມະນາ ກ່ຽວກັບຜົນການສືກສາຄວາມຕ້ອງການດ້ານງົບປະມານເພື່ອການພັດທະນາ ແລະ ປົກປັກຮັກສາຕານ່າງເສັ້ນທາງ ໃນ ສປປ ລາວ (Lao Road Sector Financing Review Workshop) ໃນວັນທີ 28 ສິງຫາ 2025,ໃນວັນທີ 28 ສິງຫາ 2025, ພາຍໃຕ້ການເປັນປະທານ ຂອງ ທ່ານ ລິດຕາ ຂັດທິຍະ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ການເປັນປະທານຮ່ວມຂອງ ທ່ານ ຄວີມາ ເອັນທາຣາ, ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ.



ກອງປະຊຸມສຳມະນາຄັ້ງນີ້ ມີຈຸດປະສົງເພື່ອເປັນຜັນຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 165/ສພຊ, ລົງວັນທີ 26 ມິຖຸນາ 2025 ວ່າດ້ວຍການຮັບຮອງເອົານະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່. ໃນໂອກາດນີ້ ກອງປະຊຸມໄດ້ຮັບຟັງ
ຜົນການສືກສາ ຄວາມຕ້ອງການດ້ານງົບປະມານເພື່ອການພັດທະນາ ແລະ ປົກປັກຮັກສາຕາໜ່າງເສັ້ນທາງ ໃນ ສປປ ລາວ ທີ່ ປະນາຄານໂລກໄດ້ສຳເລັດການສຶກສາໃນກາງປີ 2024 ແລະ
ທາງເລືອກຮູບແບບການຮ່ວມມືພາກລັດ-ເອກະຊົນ (PPP) ແລະ ນະໂຍບາຍການເກັບຄ່າຜ່ານທາງສໍາລັບ ສປປ ລາວ.

ພ້ອມກັນນັ້ນ, ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ແຜນການໃນການຈັດຕັ້ງປະຕິບັດຜັນຂະຫາຍ ຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 165/ສພຊ ໃຫ້ປາກົດຜົນເປັນຈິງ.





ທ່ານ ລິດຕາ ຂັດທິຍະ ໄດ້ມີຄໍາເຫັນວ່າ ພວກເຮົາກໍາລັງປະເຊີນກັບຄວາມທ້າທາຍ ກັບ ໂຄງລ່າງພື້ນຖານທີ່ໄດ້ຮັບການກໍ່ສ້າງມາດົນ ແລະ ໝົດອາຍຸການໃຊ້ງານ ແລະ ເສື່ອມໂຊມ, ງົບປະມານບູລະນະສ້ອມແປງມີຈໍາກັດ ແລະ ຜົນກະທົບໄພພິພັດທາງທຳມະຊາດທີ່ນັບມື້ນັບເພີ່ມຂຶ້ນຈາກ. ແຕ່ພ້ອມກັນນັ້ນ ພວກເຮົາກໍ່ຍັງມີກາລະໂອກາດ, ຈາກຜົນການສຶກສາທີ່ນໍາສະເໜີໃນມື້ນີ້ ໄດ້ຊີ້ໃຫ້ເຫັນວ່າ ການລົງທຶນບູລະນະຮັກສາເສັ້ນທາງ ແມ່ນຫນຶ່ງໃນນະໂຍບາຍທີ່ຄຸ້ມຄ່າທີ່ສຸດ ທີ່ພວກເຮົາສາມາດເຮັດໄດ້ ເພື່ອຮັກສາຊັບສິນທີ່ມີມູນຄ່າເທົ່າກັບ 40% ຂອງ GDP ຂອງພວກເຮົາ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250