Ministry News
ກອງປະຊຸມວຽກງານ 3 ສ້າງ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈໍາປີ 2025
ໃນຕອນເຊົ້າວັນທີ 01 ກັນຍາ 2025 ໄດ້ເປີດກອງປະຊຸມວຽກງານ 3 ສ້າງ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈໍາປີ 2025 ທີ່ສູນປະຊຸມສາກົນ ICTC(ຫຼັກ 5) ໂດຍການເປັນປະທານ ຂອງທ່ານ ເຫຼັກໄຫຼ ສີວິໄລ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີທ່ານ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ທ່ານຮອງປະທານກໍາມາທິການບັນດາເຜົ່າ ສະພາແຫ່ງຊາດ, ບັນດາທ່ານ ຮອງລັດຖະມົນຕີ, ທ່ານຮອງເຈົ້າຄອງນະຄອນຫຼວງ, ບັນດາທ່ານຮອງເຈົ້າແຂວງ, ບັນດາທ່ານຫົວໜ້າກົມ, ຄະນະກົມ, ກອງ, ສະຖາບັນ, ຫົວໜ້າພະແນກ, ຄະນະພະແນກ ຍທຂ ນະຄອນຫຼວງວຽງຈັນ, ແຂວງ ໃນທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວຽກງານສາມສ້າງແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ
ເປັນປັດໄຈກະຕຸກຊຸກຍູ້ໃຫ້ແກ່ວຽກງານ ການກໍ່ສ້າງຮາກຖານການເມືອງ
ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ເຊິ່ງ
ກົມການເມືອງສູນກາງພັກ ຍາມໃດກໍ່ໄດ້ເອົາໃຈໃສ່ຕິດຕາມ, ຊີ້ນໍາລັດຖະບານຢ່າງໃກ້ຊິດ
ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ
ຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ
ໂດຍກົມການເມືອງສູນກາງພັກ ໄດ້ອອກຄຳສັ່ງ ສະບັບເລກທີ 097/ກມສພ, ລົງວັນທີ 18 ກຸມພາ 2020, ພ້ອມນັ້ນ, ກໍ່ໄດ້ມີມະຕິກອງປະຊຸມສະພາ ວ່າດ້ວຍການຈັດຕັ້ງປະຕິບັດວຽກ 3 ສ້າງ ຕາມມະຕິ 02/ສພຊ, ລົງວັນທີ 28 ມັງກອນ 2016 ແລະ ທິດ ທາງແຜນການ 5 ປີ (2026-2030) ສະບັບເລກທີ 135/ສພຊ, ລົງວັນທີ 24 ກໍລະກົດ 2024 ແລະ ລັດຖະບານ
ກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວນີ້ ຕາມຂໍ້ຕົກລົງຂອງ ທ່ານ
ນາຍົກລັດຖະມົນຕີ ສະບັບເລກທີ 78/ນຍ, ລົງວັນທີ 26 ມິຖຸນາ 2025.
ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາການຄືນຈັດຕັ້ງປະຕິບັດວຽກງານສາມສ້າງຂອງຂະແໜງ ຍທຂ ພາຍຫຼັງໄດ້ມີ ການແບ່ງຄວາມຮັບຜິດຊອບເປັນອັນລະອຽດໃຫ້ແກ່ ບັນດາພະແນກ ຍທຂ ນະຄອນຫຼວງ/ແຂວງ ໃນຂອບເຂດທົ່ວປະເທດ ໃນຂົງເຂດຂົວທາງ, ທາງນໍ້າ, ນໍ້າປະປາ, ເຄຫາ ແລະ ຜັງເມືອງ, ຂົນສົ່ງ, ການບິນພົນລະເຮືອນ ຕັ້ງແຕ່ປີ 2019 ແລະ ວາງທິດທາງແຜນການໃນຕໍ່ໜ້າ; ພ້ອມນັ້ນ, ກໍ່ຈະໄດ້ພ້ອມກັນ ຄົ້ນຄວ້າປັບປຸງການແບ່ງຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນຄືນໃໝ່ ເພື່ອໃຫ້ກອງປະຊຸມໄດ້ມີການປະກອບຄໍາເຫັນເຂົ້າໃສ່ເນື້ອໃນເອກະສານດັ່ງກ່າວ ເຊິ່ງໄດ້ປັບປຸງ 6 ຂົງເຂດທີ່ມີແລ້ວ ແລະ ແບ່ງຄວາມຮັບຜິດຊອບໃໝ່ສໍາລັບຂົງເຂດທາງລົດໄຟ ແລະ ຜ່ານຮ່າງແຜນພັດທະນາ 5 ປີ ຂອງຂະແໜງ ຍທຂ 2026-2030 ເພື່ອເຮັດໃຫ້ເນື້ອໃນແຜນພັດທະນາສົມບູນຍິ່ງຂຶ້ນ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນ ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງຄໍາແນະນໍາສະເພາະລົງເລິກກ່ຽວກັບຄວາມຮັບຜິດຊອບວຽກງານ ບູລະນະຮັກສາ ແລະ ສ້ອມແປງທາງຫຼວງ ລວມທັງການຄຸ້ມຄອງນໍ້າໜັກລົດບັນທຸກ.