Ministry News

ສະຫາຍ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ດຳເນີນຊີວີດການເມືອງທ້າຍສະໄໝ ຂອງອົງຄະນະພັກກະຊວງ ຍທຂ ສະໄໝທີ V

2025-09-09 - Sayphone

ໃນຕອນເຊົ້າວັນທີ 9 ກັນຍາ 2025 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ, ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມດຳເນີນຊີວິດການເມືອງ ທ້າຍສະໄໝ ຂອງຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ສະໄໝທີ V, ພ້ອມທັງ ໃຫ້ກຽດສືບຕໍ່ພົບປະໂອ້ລົມ ຕໍ່ບັນດາສະຫາຍຜູ້ແທນ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະໄຂຂຶ້ນໃນໄວໆນີ້ ຊຶ່ງນຳພາຄະນະເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ໂດຍສະຫາຍ ເຫຼັກໄຫຼ ສີວິໄລ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງ ຍທຂ.

        ການພົບປະໂອ້ລົມ ຕໍ່ບັນດາສະຫາຍຜູ້ແທນ ໃນຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ບັນດາຜົນສຳເລັດ ພາຍໃຕ້ການນຳພາຊີ້ນຳ ຂອງຄະນະບໍລິຫານງນພັກ ກະຊວງ ຍທຂ ທີ່ສາມາດຍາດມາໄດ້ ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມທັງ ຍົກໃຫ້ເຫັນ ບັນດາສາເຫດ ທີ່ພາໃຫ້ມີຜົນສໍາເລັດດັ່ງກ່າວ. ອັນສໍາຄັນ, ສະຫາຍ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນບາງດ້ານ ເປັນຕົ້ນ (1) ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ໃຫ້ສໍາເລັດຕາມຄາດໝາຍ ໂດຍສະເພາະ ສືບຕໍ່ຊຸກຍູ້ຂະບວນການຕ່າງໆ ໃຫ້ມີບັນຍາກາດຟົດຟື້ນ, ສໍາເລັດແຜນການທີ່ໄດ້ກຳນົດໄວ້, ທັງຮັບປະກັນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໃຫ້ໄດ້ 100%; ສືບຕໍ່ຄົ້ນຄວ້າກະກຽມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງ ສະໄໝທີ VI ໃຫ້ຮັບປະກັນຕາມມາດຕະຖານ, ເງຶ່ອນໄຂ ແລະ ໂຄງປະກອບເພດ, ເຜົ່າ, ມີຜູ້ເກົ່າ ແລະ ຜູ້ໃໝ່ ຕາມທິດຫັນເປັນໜຸ່ມ ໂດຍໃຫ້ມີຮຸ່ນກາງ, ຮຸ່ນໜຸ່ມ ໃຫ້ກວມສ່ວນຫຼາຍ ເພື່ອຮັບປະກັນໄດ້ລັກສະນະສືບທອດນຳພາຕໍ່ເນື່ອງ; ການຄົ້ນຄວ້າເອົາເປົ້າໝາຍລົງທາບທາມໃນ ຮອບທີ III ຊຶ່ງເປັນຮອບທີ່ສຳຄັນ ຈຶ່ງຕ້ອງໃຫ້ມີລັກສະນະເປີດກວ້າງ ປະຊາທິປະໄຕ, ໃຫ້ບັນດາສະຫາຍຜູ້ແທນສົມບູນ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ທຸກສະຫາຍ ເຊິ່ງເປັນຜູ້ທີ່ມີຄຸນທາດການເມືອງ, ມີຄຸນສົມບັນສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດຂອງແຕ່ລະພາກສ່ວນ ທີ່ໄດ້ຮັບການຄັດເລືອກມາແລ້ວ ໃຫ້ຄໍານຶງເຖິງຜົນປະໂຫຍດສ່ວນລວມມາກ່ອນ ບໍ່ໃຫ້ຖືເອົາອະຄະຕິສ່ວນຕົວ ຫຼື ແນວຄິດສ່ວນຕົວ ມາເປັນຕົວຊີ້ວັດ ຢ່າງດັດຂາດ; (2) ສືບຕໍ່ນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດ, ແນໃສ່ຍົກລະດັບຄວາມຮັບຮູ້ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ຍົກສູງສະຕິເປັນເຈົ້າການເຄົາລົບ ແລະ ນັບຖືລະບຽບກົດໝາຍ ໃຫ້ແກ່ ພະນັກ ງານນຳພາ-ຄຸ້ມຄອງ, ສະມາຊິກພັກ-ພະນັກງານ ລັດຖະກອນທຸກສະຫາຍ ພາຍໃນກະຊວງໂຍທາທິການ ແລະ ຂົນສົ່ງ; ເພີ່ມທະວີຄວາມເອົາໃຈໃສ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂອບເຂດຮົ້ວກະຊວງ, ສະຖານີລົດຂົນສົ່ງ, ສະຖານີລົດໄຟ, ສະໜາມບິນ, ເຂດໂລຈິດສະຕິກ ແລະ ບັນດາໂຄງການຕ່າງໆທີ່ກຳລັງຈັດຕັ້ງປະຕິບັດຢູ່;

        (3) ສືບຕໍ່ຄົ້ນຄວ້າ ນຳໃຊ້ທ່າແຮງທຸກດ້ານ ເພື່ອພັດທະນາຂະແໜງ ຍທຂ ໃຫ້ເປັນປາຍແຫຼມ ຢ່າງແທ້ຈິງ ຊຶ່ງຕ້ອງຍົກສູງດ້ານຄຸນນະພາບເປັນກົກ ໂດຍໃຫ້ຄໍານຶງເຖິງຜົນໄດ້ຮັບໃຫ້ຍາວນານ ແລະ ຍືນຍົງ; ສືບຕໍ່ຈັດເກັບລາຍຮັບວິຊາການທີ່ຕິດພັນກັບຂະແໜງ ຍທຂ ກໍໃຫ້ໄດ້ຕາມຄາດໝາຍ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ເໝາະສົມ ຕາມທິດປະຢັດ, ຫຼຸດຜ່ອນການຟຸມເຟືອຍ ທີ່ບໍ່ຈຳເປັນ, ຮີບຮ້ອນຄົ້ນຄວ້ານໍາໃຊ້ລະບົບທັນສະໄໝ ເຂົ້າໃນການຈັດເກັບ ແລະ ຄຸ້ມຄອງດ້ານການເງິນຂອງຂະແໜງ ຍທຂ ໂດຍສະເພາະ ງົບປະມານກອງທຶນທາງ, ການຈັດເກັບລາຍຮັບຈາກການເກັບຄ່າຜ່ານທາງ ຕາມມະຕິ 10 ຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່, ຕາມມະຕິຂອງ ສະພາແຫ່ງຊາດ ສະບັບເລກທີ 165/ສພຊ ລົງວັນທີ 26 ມິຖຸນາ 2025; ສົມທົບກັບ ກະຊວງການເງິນ ໃນການຄົ້ນຄວ້າ ແກ້ໄຂໜີ້ສິນ ທີ່ມີລັກສະນະຄຸມເຄືອແກ່ຍາວ ໃຫ້ສຳເລັດ; ໃຫ້ເອົາໃຈໃສ່ກະກຽມຄວາມພ້ອມໃນການບູລະນະສ້ອມແປງ, ປັບປຸງ ແລະ ຟື້ນຟູເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແລະ ເປ່ເພໃນໄລຍະຜ່ານ ຫຼັງລະດູຝົນນີ້; (4) ສືບຕໍ່ຊຸກຍູ້ ແລະ ກວດກາຕີລາຄາການປະຕິບັດວຽກງານ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານວິຊາສະເພາະ ແລະ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍໃຫ້ສະຫຼູບ ແລະ ຄົ້ນຄວ້າເປົ້າໝາຍບຸກຄົນ, ກົມກອງ ຫຼື ຫົວໜ່ວຍ ທີ່ດີເດັ່ນ ເພື່ອຍ້ອງຍໍຊົມ ເຊີຍ ຢ່າງສົມກຽດ; (5) ຕໍ່ກັບບັນດາຮາກຖານພັກ ອ້ອມຂ້າງກະຊວງ ທີ່ສໍາເລັດກອງປະຊຸມໃຫຍ່ຂັ້ນຂອງຕົນແລ້ວ ແມ່ນໃຫ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງຕົນ ໃຫ້ເປັນອັນລະອຽດ ເພື່ອພ້ອມກັນຊີ້ນຳການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳ ຕາມຄາດໝາຍແຕ່ລະປີ; ເອົາໃຈໃສ່ຊຸກຍູ້ການກໍ່ສ້າງໜ່ວຍພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊຶ່ງການຂະຫຍາຍພັກ ຕ້ອງໃຫ້ຮັບປະກັນຄຸນນະພາບແທ້ໆ ໄປຄຽງຄູ່ກັບການເພີ່ມຂຶ້ນຂອງກຳລັງແຮງນຳພາຂອງພັກ; ສືບຕໍ່ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ ເພື່ອສືບຕໍ່ກໍ່ສ້າງໃຫ້ກາຍເປັນຜູ້ສືບທອດປ່ຽນແທນ ບັນດາຕໍາແໜ່ງນຳພາ-ຄຸ້ມຄອງ ຂັ້ນຕ່າງໆ; (6) ເພີ່ມທະວີຄວາມສາມັກຄີເປັນເອກະພາບ ພາຍໃນຄະນະບໍລິຫານງານພັກ-ຄະນະນຳ ແຕ່ລະຂັ້ນ ເພື່ອພ້ອມກັນຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາຂະແໜງ ຍທຂ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ປັບປຸງແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ຊຶ່ງຕົ້ນຕໍແມ່ນສຸມໃສ່ແກ້ໄຂພະຍາດອາດຍາສິດ, ແນວຄິດກຸ່ມກ້ອນ, ພັກພວກ ແລະ ປະຊາທິປະໄຕແບບຮູບການ ໃຫ້ໄດ້ຢ່າງຂາດຕົວ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250