Ongoing Projects

Vientiane Sustainable Urban Transport Project ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ



ຂໍ້ມູນໂຄງການໂດຍຫຍໍ້

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຈະປັບປຸງຄຸນະພາບຂອງຊີວິດຜູ້ຄົນໃນນະຄອນຫຼວງ ວຽງຈັນ ໂດຍການປັບປຸງການເຂົ້າເຖິງການຊົມໃຊ້ໂຄງລ່າງພື້ນຖານທາງສັງຄົມ ແລະ ການສັນຈອນໄປມາ. ໂຄງການ ດັ່ງກ່າວຈະປະຕິບັດ ໂດຍການສ້າງໜ່ວຍງານຄຸ້ມຄອງ ການຂົນສົ່ງໃນຕົວເມືອງແບບຍືນຍົງ, ລະບົບຂົນສົ່ງລົດເມສາທາ ລະນະທີ່ມີຄຸນະພາບສູງ, ລະບົບການຄຸ້ມຄອງບ່ອນຈອດລົດ, ລະບົບການຂຶ້ນທະບຽນຍານພາຫະນະເອເລັກໂຕຣນິກ ແຫ່ງຊາດ ໂດຍການປັບປຸງການ ຄຸ້ມຄອງການຈະລາຈອນ, ທາງຄົນຍ່າງ ແລະ ພາຫະນະທີ່ບໍ່ມີເຄື່ອງຈັກ. ໂຄງການ ສົ່ງເສີມບົດບາດຍິງຊາຍ, ການຫຼຸດຜ່ອນ ອາຍພິດເຮືອນແກ້ວ ແລະ ການຮ່ວມມືລະຫວ່າງພາກລັດ ແລະ ພາກ ເອກະຊົນ.

ໂຄງການດັ່ງກ່າວມີມູນຄ່າປະມານ 99.7ລ້ານໂດຣາສະຫະລັດ(817ຕື້ກີບ) ໂດຍການລົງທຶນຈາກທະນາຄານພັດທະນາ ອາຊີ, ກອງທຶນກຸ່ມປະເທດສົ່ງນໍ້າມັນເປັນສິນຄ້າອອກເພື່ອການພັດທະນາສາກົນ, ທະນາຄານເອີຣົບເພື່ອການລົງທຶນ, ສະຫະພາບເອີຣົບ, ກອງທຶນສິ່ງແວດລ້ອມໂລກ, ພາກເອກະຊົນ ແລະ ລັດຖະບານແຫ່ງສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ຈັດຕັ້ງປະຕິບັດໂດຍກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງສປປລາວ. ໂຄງການນີ້ວາງແຜນເລີ່ມ ປະຕິບັດ ໃນເດືອນມິຖຸນາ 2015 ແລະ ສໍາເລັດໃນເດືອນມິຖຸນາ ປີ 2020.

ຕິດຕໍ່ພົນພັນ: ດຣ ບຸນຕາ ອ່ອນນາວົງ, ຮອງຫົວໜ້າກົມ, ກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ອີເມລ: bounta_ov@yahoo.com ຫຼື ແຟັກ +856-21-415563.




SUMMARY OF PROJECT AND PROGRESS  ບົດສັງລວມຫຍໍ້ ແລະ ຄວາມຄືບໜ້າໂຄງການ
ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຖືກຈັດຕັ້ງປະຕິບັດໂດຍກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ໂຄງການດັ່ງກ່າວຈະປັບປຸງການບໍລິ ການ ແລະ ການຄຸ້ມຄອງການຂົນສົ່ງໃນຕົວເມືອງນະຄອນຫຼວງວຽງຈັນ ໂດຍການສ້າງໜ່ວຍງານຄຸ້ມຄອງການຂົນສົ່ງ, ໃຫ້ບໍລິການດ້ວຍລົດເມສາທາລະນະທີ່ມີຄຸນະພາບສູງ ແລະ ລົດເມດ່ວນ; ໂດຍການປັບປຸງການບໍລິຫານຈັດການ ການສັນຈອນ, ລະບົບການຄຸ້ມຄອງບ່ອນຈອດລົດ ແລະ ນຳໃຊ້ລະບົບການຂຶ້ນທະບຽນຍານພາຫະນະລວມທັງ ການປັບປຸງທາງຄົນຍ່າງ ແລະ ການຂົນສົ່ງແບບບໍ່ໃຊ້ເຄື່ອງຈັກ. ໂຄງການຍັງໃຫ້ຄວາມສຳຄັນຕໍ່ບົດບາດຍິງຊາຍ, ການຫຼຸດຜ່ອນອາຍພິດເຮືອນແກ້ວ ແລະ ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ. ລາຍລະອຽດ ກ່ຽວກັບໂຄງການ ສາມາດຕິດຕາມໃນເວັບໄຊຂອງທະນາຄານພັດທະນາອາຊີ (Asian Development Bank Project Information).

ໂຄງການດັ່ງກ່າວມີມູນຄ່າທັງໝົດ 99.7 ລ້ານໂດລາສະຫະລັດ. ລັດຖະບານລາວສົມທົບທຶນ ຈຳນວນ 14,55 ລ້ານ ໂດລາ ສະຫະລັດ, ການລົງທຶນຂອງພາກເອກະຊົນ ຈຳນວນ 6.41 ລ້ານໂດລາສະຫະລັດ. ລວມທັງທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈຳນວນໜຶ່ງ. ລາຍລະອຽດດັ່ງລຸ່ມນີ້:

(i) ທະນາຄານພັດທະນາອາຊີ (ADB) ຈໍານວນ 35 ລ້ານ ໂດລາສະຫະລັດ;

(ii) ທະນາຄານ ເອີຣົບເພື່ອການລົງທຶນ ຈໍານວນ 20 ລ້ານ ໂດລາສະຫະລັດ;

(iii) ກອງທຶນກຸ່ມປະເທດສົ່ງນໍ້າມັນອອກເປັນສິນຄ້າ (OFID) ຈໍານວນ 15 ລ້ານ ໂດລາສະຫະລັດ;

(iv) ສະຫະພາບ ເອີຣົບ- ກອງທຶນສະໜັບສະໜູນການລົງທຶນໃນອາຊີ ຈໍານວນ 5 ລ້ານເອີໂລ (6.9 ລ້ານໂດລາ ສະຫະລັດ);

(v) ກອງທຶນສິ່ງແວດລ້ອມໂລກ ຈໍານວນ 1.84 ລ້ານໂດລາສະຫະລັດ.

ໂຄງການດັ່ງກ່າວມີແຜນເລີ່ມຕົ້ນປະຕິບັດ ໃນເດືອນມິຖຸນາ 2015 ແລະ ສໍາເລັດໃນເດືອນມິຖຸນາ ປີ 2020. ແຕ່ເນື່ອງ ຈາກ ການລົງນາມໃນຂໍ້ຕົກລົງດ້ານການເງິນມີຄວາມລ້າຊ້າ, ໂຄງການຈຶ່ງຖືກຈັດຕັ້ງປະຕິບັດໃນເດືອນ ສິງຫາ 2016.

ປັດຈຸບັນ, ລັດຖະບານ ກຳລັງພິຈາລະນາແຕ່ງຕັ້ງຄະນະຊີ້ນໍາໂຄງການ ຊຶ່ງປະກອບດ້ວຍ ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ. ໜ່ວຍງານປະສານ ງານໂຄງການ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອປະສານງານກັບພາກ ສ່ວນ ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໂຄງການ. ຊ່ຽວຊານທີ່ປຶກສາໂຄງການດ້ານການຂົນສົ່ງໃນຕົວເມືອງ (UTA-1) ໄດ້ເລີ່ມເຮັດວຽກໃນເດືອນຕຸລາ 2016 ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ.

ກະຊວງໂຍທາທິການ ແລະ ຂົນສົ່ງ ກໍາລັງຈັດຈ້າງບໍລິສັດທີ່ປຶກສາໂຄງການ (PIC) ແລະ ຄາດວ່າຈະສາມາດເລີ່ມ ສຳຫລວດອອກແບບລະອຽດ ໃນເດືອນພະຈິກ 2017 ເປັນຕົ້ນໄປ.

ມາຮອດເດືອນ ມິຖຸນາ 2017, ໂຄງການໄດ້ໃຊ້ເງິນພຽງແຕ່ບ້ວງກູ້ຢືມຈາກທະນາຄານພັດທະນາອາຊີ, ເປັນເງິນທັງໝົດ 93,606 ໂດລາສະຫະລັດ ຊຶ່ງໄປຕາມແຜນງົບປະມານເບື້ອງຕົ້ນທີ່ໄດ້ກໍານົດໄວ້.

ການຈັດຕັ້ງປະຕິບັດໂຄງການຈະໄດ້ຮັບການຕິດຕາມກວດກາຢ່າງຕໍ່ເນື່ອງ ແລະ ມີບົດລາຍງານປະຈຳໄຕມາດ ໄດ້ສັງລວມໄວ້ໃນເວັບໄຊນີ້. ລາຍລະອຽດສາມາດຕິດຕໍ່ພົວພັນ: ດຣ ບຸນຕາ ອ່ອນນາວົງ, ຮອງຫົວໜ້າກົມ, ກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ອີເມວ:   bounta_ov@yahoo.com ຫຼື ແຟັກ +856-21-415563.




ຄະນະຊີ້ນຳໂຄງການໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງ ຊຶ່ງປະກອບດ້ວຍພາກສ່ວນຕ່າງໆເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການນະຄອນຫຼວງວຽງຈັນ, ກະຊວງການເງິນ, ກະຊວງຊົບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຜນການ ແລະ ການລົງທຶນ. ພ້ອມດຽວກັນນັ້ນ, ໜ່ວຍ ງານປະສານງານໂຄງການກໍໄດ້ຮັບການສ້າງຕັ້ງຂຶ້ນເພື່ອຈັດຕັ້ງປະຕິບັດໂຄງການ ປະກອບດ້ວຍກົມຂົນສົ່ງ, ກົມເຄ ຫາ-ຜັງເມືອງ, ກົມການເງິນ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ຫ້ອງວ່າການນະຄອນ ຫຼວງວຽງຈັນ.

ຊ່ຽວຊານທີ່ປຶກສາໂຄງການດ້ານການຂົນສົ່ງໃນຕົວເມືອງ(UTA-1)ໄດ້ເລີ່ມເຮັດວຽກໃນເດືອນຕຸລາ 2016 ເພື່ອສະໜັບ ສະໜູນການຈັດຕັ້ງປະຕິບັດໂຄງການ.

ກະຊວງໂຍທາທິການ ແລະ ຂົນສົ່ງກໍາລັງຈັດຈ້າງບໍລິສັດທີ່ປຶກສາໂຄງການ (PIC) ເພື່ອສຳຫຼວດອອກແບບດ້ານເຕັກ ນິກ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຂອງບໍລິສັດຜູ້ຮັບເໝົາ ຊຶ່ງຄາດວ່າຈະສາມາດເລີ່ມປະຈຳການແຕ່ ເດືອນພະຈິກ 2017 ເປັນຕົ້ນໄປ. ນອກຈາກນັ້ນ, ກໍາລັງຈັດຈ້າງບໍລິສັດກວດສອບພາຍນອກ ເພື່ອກວດສອບການນໍາ ໃຊ້ງົບປະມານໂຄງການ.

ຜ່ານມາ, ໂຄງການໄດ້ໃຊ້ເງິນພຽງແຕ່ບ້ວງກູ້ຢືມຈາກທະນາຄານພັດທະນາອາຊີ, ເປັນເງິນທັງໝົດ 127,904 ໂດລາ ສະຫະລັດ ຊຶ່ງໄປຕາມແຜນງົບປະມານເບື້ອງຕົ້ນທີ່ໄດ້ກໍານົດໄວ້.

ການຈັດຕັ້ງປະຕິບັດໂຄງການຈະໄດ້ຮັບການຕິດຕາມກວດກາຢ່າງຕໍ່ເນື່ອງ ແລະ ມີບົດລາຍງານປະຈຳໄຕມາດໄດ້ ສັງລວມໄວ້ໃນເວັບໄຊນີ້. ລາຍລະອຽດສາມາດຕິດຕໍ່ພົວພັນ: ດຣ ບຸນຕາ ອ່ອນນາວົງ, ຮອງຫົວໜ້າກົມ, ກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ອີເມວ: bounta_ov@yahoo.com ຫຼື ແຟັກ+856-21-415563.




ໂຄງການດັ່ງກ່າວມີແຜນເລີ່ມຕົ້ນປະຕິບັດ ໃນເດືອນມິຖຸນາ 2015 ແລະ ສໍາເລັດໃນເດືອນມິຖຸນາ ປີ 2020. ແຕ່ເນື່ອງ ຈາກການລົງນາມໃນຂໍ້ຕົກລົງດ້ານການເງິນມີຄວາມລ້າຊ້າ,ໂຄງການຈຶ່ງຖືກຈັດຕັ້ງປະຕິບັດໃນເດືອນ ສິງຫາ 2016. ຄາດຄະເນໃຫ້ສຳເລັດໂຄງການໃນປີ 2022.

ຄະນະຊີ້ນຳໂຄງການໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງ ຊຶ່ງປະກອບດ້ວຍພາກສ່ວນຕ່າງໆເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການນະຄອນຫຼວງວຽງຈັນ, ກະຊວງການເງິນ, ກະຊວງຊົບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຜນການ ແລະ ການລົງທຶນ. ພ້ອມດຽວກັນນັ້ນ, ໜ່ວຍງານປະສານງານໂຄງການ (PCU) ກໍໄດ້ຮັບການສ້າງຕັ້ງຂຶ້ນເພື່ອຈັດຕັ້ງປະຕິບັດໂຄງການ ປະກອບດ້ວຍ ກົມຂົນສົ່ງ, ກົມເຄຫາ-ຜັງເມືອງ, ກົມການເງິນ, ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ຫ້ອງວ່າ ການນະຄອນຫຼວງວຽງຈັນ.

ຊ່ຽວຊານທີ່ປຶກສາໂຄງການດ້ານການຂົນສົ່ງໃນຕົວເມືອງ(UTA-1)ໄດ້ເລີ່ມເຮັດວຽກໃນເດືອນຕຸລາ 2016 ເພື່ອຊ່ວຍ PCUໃນສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ.

ກະຊວງໂຍທາທິການ ແລະ ຂົນສົ່ງກໍາລັງຈັດຈ້າງບໍລິສັດທີ່ປຶກສາໂຄງການ (PIC) ເພື່ອສຳຫຼວດອອກແບບດ້ານ ເຕັກນິກ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຂອງບໍລິສັດຜູ້ຮັບເໝົາ ຊຶ່ງຄາດວ່າຈະສາມາດເລີ່ມປະຈຳການ ແຕ່ເດືອນພະຈິກ 2017 ເປັນຕົ້ນໄປ. ນອກຈາກນັ້ນ, ກໍກໍາລັງຈັດຈ້າງບໍລິສັດກວດສອບພາຍນອກຊ່ວຍ PCU ໃນ ສະໜັບສະໜູນ ເພື່ອກວດສອບການນຳໃຊ້ງົບປະມານໂຄງການ.

ນອກຈາກນັ້ນ, ພວກເຮົາກໍກຳລັງຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອລ້າທາງວິຊາການ (TRTA) ຂອງ ADB ຈຳນວນ 1,5 ລ້ານໂດລາສະຫະລັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດຖະກອນໃນໂຄງການ ເພື່ອໃຫ້ມີຄວາມ ພ້ອມ ແລະ ສາມາດຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຜົນເປັນຢ່າງດີ. ສຳລັບການຈັດຈ້າງທີ່ປຶກສາແມ່ນຄວາມ ຮັບຜິດຊອບຂອງ ADB ແລະ ຄາດວ່າຈະໄດ້ທີ່ປຶກສາໃນເດືອນ ມີນາ 2018.

ຜ່ານມາ, ໂຄງການໄດ້ໃຊ້ເງິນພຽງແຕ່ບ້ວງກູ້ຢືມຈາກທະນາຄານພັດທະນາອາຊີ, ເປັນເງິນທັງໝົດ 150,824 ໂດລາ ສະຫະລັດ ຊຶ່ງໄປຕາມແຜນງົບປະມານເບື້ອງຕົ້ນທີ່ໄດ້ກໍານົດໄວ້.  

ການຈັດຕັ້ງປະຕິບັດໂຄງການຈະໄດ້ຮັບການຕິດຕາມກວດກາຢ່າງຕໍ່ເນື່ອງ ແລະ ມີບົດລາຍງານປະຈຳໄຕມາດ ໄດ້ ສັງລວມໄວ້ໃນເວັບໄຊນີ້.ລາຍລະອຽດສາມາດຕິດຕໍ່ພົວພັນ: ດຣ ບຸນຕາ ອ່ອນນາວົງ, ຮອງຫົວໜ້າກົມ, ກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ອີເມວ: bounta_ov@yahoo.comຫຼື ແຟັກ+856-21-415563.
ຊ່ຽວຊານທີ່ປຶກສາໂຄງການດ້ານການຂົນສົ່ງໃນຕົວເມືອງ(UTA-1)ໄດ້ເລີ່ມເຮັດວຽກໃນເດືອນຕຸລາ 2016 ເພື່ອຊ່ວຍ PCUໃນສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ. ສ່ວນທີ່ປຶກສາ (PIC) ເລີ້ມເຂົ້າປະຈຳການແຕ່ວັນທີ 23 ກໍລະກົດ 2018 ເປັນຕົ້ນມາເພື່ອຊຸກຍູ້ການຄຸ້ມຄອງ, ການອອກແບບລະອຽດ ແລະ ການຈັດຕັ້ງປະຕິບັດໂຄງການ.

ນອກຈາກນັ້ນ, ທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດການຊ່ວຍເຫຼືອລ້າທາງວິຊາການ (Transaction Advisory Technical Assistance “TRTA”) ຈຳນວນ 1,5 ລ້ານໂດລາສະຫະລັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ພະນັກງານລັດຖະກອນໃນໂຄງການ ເພື່ອໃຫ້ມີຄວາມພ້ອມໃນການຈັດຕັ້ງປະຕິບັດໂຄງການ. ຄະນະທີ່ປຶກສາດັ່ງກ່າວ ໄດ້ເລີ້ມເຂົ້າປະຈຳການໃນເດືອນສິງຫາ 2018.

ປັດຈຸບັນ, ໂຄງການມີຄວາມຄືບໜ້າແລ້ວປະມານ 5,1% ຊຶ່ງລວມມີໜ້າວຽກຕ່າງໆ ເປັນຕົ້ນແມ່ນ ແຜນງານການ ຈັດຕັ້ງປະຕິບັດໂຄງການຢ່າງລະອຽດ, ການຮັບຮອງຕາໜ່າງເສັ້ນທາງລົດເມດ່ວນ (BRT), ການທົບທວນຄືນ ໂຄງສ້າງທຸລະກິດ ລວມທັງການຈອດລົດ ແລະ ການສຶກສາກ່ຽວກັບຮູບແບບລົດຖີບໄຟຟ້າ (Pedicab). ສຳລັບແຜນ ຈຸດສຸມໃນຕໍ່ໜ້າ ເຊັ່ນ: ການອອກແບບລະອຽດໃຫ້ສຳເລັດໃນເດືອນ 12/2019, ເລີ້ມລົງມືກໍ່ສ້າງໃນເດືອນ ມິຖຸນາ 2020 ແລະ ຄາດໝາຍໃຫ້ສຳເລັດໃນເດືອນກໍລະກົດ 2021. ນອກຈາກນັ້ນ, ໂຄງການຍັງມີແຜນຈັດຕັ້ງໂຄງການ ທົດລອງ (Demonstration) ເພື່ອແກ້ໄຂສະພາບການສັນຈອນແອອັດໃນເຂດຊຸມຊົນເມືອງ, ປັບປຸງການຈອດລົດ ແຄມທາງ, ປັບປຸງທາງຍ່າງ ແລະ ການໃຫ້ບໍລິການລົດຖີບໄຟຟ້າ (Pedicab) ໃນຕົວເມືອງນະຄອນຫຼວງວຽງຈັນ ຊຶ່ງຄາດວ່າຈະໃຫ້ບໍລິການໃນທ້າຍປີ 2019 ແລະ ຕົ້ນປີ 2020. ໂຄງການໄດ້ນຳໃຊ້ເງິນບ້ວງກູ້ຢືມຈາກທະນາຄານພັດທະນາອາຊີ (ADB) ເປັນຈໍານວນທັງໝົດ US$322,566. ການຈັດຕັ້ງປະຕິບັດໂຄງການໄດ້ຮັບການຕິດຕາມ ກວດກາຢ່າງຕໍ່ເນື່ອງ ແລະ ມີບົດລາຍງານປະຈຳໄຕມາດ ໄດ້ສັງລວມໄວ້ໃນເວັບໄຊນີ້. ລາຍລະອຽດສາມາດ
ຕິດຕໍ່ພົວພັນ: ທ່ານ ວິໄລພັນ ໄຊຍະວົງ, ຮັກສາການຫົວໜ້າກົມ, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ອີເມວ: vilayphanh_sayavong@yahoo.com ຫຼື ແຟັກ +856-21-415563.



ຄວາມຄືບໜ້າໂດຍລວມ

ໂຄງການຖືກຮັບຮອງໃນເດືອນສິງຫາ ປີ 2016. ການຈັດຕັ້ງປະຕິບັດເລີ່ມຕົ້ນແຕ່ເດືອນສິງຫາ ປີ 2018 ແລະ ຄາດຄະເນສຳເລັດໃນປີ 2022.

ຄະນະຊີ້ນຳໂຄງການໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງ ຊຶ່ງປະກອບດ້ວຍພາກສ່ວນຕ່າງໆເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການນະຄອນຫຼວງວຽງຈັນ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຜນການ ແລະ ການລົງທຶນ. ຄະນະປະສານງານໂຄງການ (PCU) ກໍໄດ້ຮັບການສ້າງຕັ້ງຂຶ້ນເພື່ອຈັດຕັ້ງປະຕິບັດໂຄງການ ປະກອບດ້ວຍ ກົມຂົນສົ່ງ, ກົມເຄຫາ-ຜັງເມືອງ, ກົມການເງິນ, ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ນວ. ຊ່ຽວຊານດ້ານການຂົນສົ່ງໃນຕົວເມືອງ (UTA) ປະຈຳການຢູ່ກົມຂົນສົ່ງ ໄດ້ເລີ່ມເຮັດວຽກໃນເດືອນຕຸລາ 2016 ເພື່ອຊຸກຍູ້ຄະນະປະສານງານໂຄງການໃນການຈັດຕັ້ງປະຕິບັດໂຄງການ. ສ່ວນທີ່ປຶກສາຈັດຕັ້ງປະຕິບັດໂຄງການ (PIC) ເລີ່ມເຂົ້າປະຈຳການແຕ່ວັນທີ 23 ກໍລະກົດ 2018 ເພື່ອບໍລິຫານຈັດການໂຄງການ, ອອກແບບລະອຽດ ແລະ ຕິດຕາມ ກວດກາການກໍ່ສ້າງ ຊຶ່ງສັນຍາຈັດຈ້າງຈະສິ້ນສຸດລົງໃນເດືອນມິຖຸນາ (6) ປີ 2022. ນອກຈາກນັ້ນ, ທະນາຄານພັດທະນາອາຊີ (ADB) ກໍໄດ້ສະໜອງການຊ່ວຍເຫຼືອລ້າເພີ່ມເຕີມທາງວິຊາການ (TransactionTechnical Assistance “TRTA”) ຈຳນວນ 1,5 ລ້ານໂດລາສະຫະລັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະກອນທີ່ມີສ່ວນຮ່ວມໃນໂຄງການ ໂດຍສະເພາະແມ່ນພະນັກງານຂັ້ນການນຳເພື່ອໃຫ້ມີຄວາມພ້ອມໃນການຕັດສິນໃຈຈັດຕັ້ງປະຕິບັດໂຄງການ. ຄະນະທີ່ປຶກສາ TRTA ເລີ້ມເຂົ້າປະຈຳການໃນເດືອນສິງຫາ 2018 ແລະ ຈະໝົດສັນຍາໃນເດືອນທັນວາ 2020.

 ຮອດວັນທີ 30 ພະຈິກ 2019, ໂຄງການມີຄວາມຄືບໜ້າທັງໝົດ 25.2% ທຽບກັບແຜນການ, ໂດຍສຳເລັດໜ້າວຽກ ຕົ້ນຕໍຈຳນວນໜຶ່ງຄື: ການອອກແບບເບື້ອງຕົ້ນໂຄງການ, ສ້າງແຜນດຳເນີນງານ ແລະ ແຜນທຸລະກິດການໃຫ້ບໍລິການ ລົດເມດ່ວນ. ຄາດໝາຍສຳເລັດພາຍໃນເດືອນກຸມພາ ປີ 2020 ລວມມີ ການອອກແບບລະອຽດ ແລະ ເອກະສານປະມູນ ໂຄງການ; ພາຍໃນເດືອນກັນຍາ 2020 ຈະຈັດຕັ້ງປະມູນວຽກກໍ່ສ້າງ ແລະ ເຊັນສັນຍາກໍ່ສ້າງ ແລະ ການກໍ່ສ້າງຈະໃຫ້ ສຳເລັດໃນປີຖັດໄປພາຍໃນເດືອນກັນຍາ 2021. ທ້າຍເດືອນພະຈິກ 2021, ເປີດທົດລອງໃຫ້ບໍລິການລົດເມດ່ວນ. ມາຮອດປະຈຸບັນ, ໂຄງການປະຕິບັດລາຍຈ່າຍທັງໝົດ 2,4 ລ້ານໂດລາສະຫະລັດ ເພື່ອຊຳລະຄ່າທີ່ປຶກສາ ຊ່ຽວຊານຕ່າງປະເທດ ແລະ ລາຍຈ່າຍຕ່າງໆທີ່ກຳນົດໃນສັນຍາຂອງໂຄງການ.

 ຕົ້ນເດືອນພະຈິກ 2019, ໂຄງການສົມທົບກັບຄະນະຮ່ວມວຽກຈາກທະນາຄານພັດທະນາອາຊີ ຈັດຕັ້ງ ການ​ປະ​ເມີນ​ໂຄງ​ການ​ກາງ​ສະ​ໄໝ (Midterm Review “MTR”) ກ່ຽວກັບການດຳເນີນໂຄງການໃນໄລຍະຜ່ານມາ ໂດຍໄດ້ເອກກະພາບ ກຳນົດແຜນການຈັດຕັ້ງປະຕິບັດ ແລະ ຄາດໝາຍສຳເລັດໂຄງການແຕ່ລະໄລຍະດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ. ພິເສດ ແມ່ນເຫັນດີສືບຕໍ່ຂະຫຍາຍເວລາສັນຍາກູ້ຢືມເງິນ ແລະ ສັນຍາຊ່ວຍເຫຼືອລ້າຈົນຮອດທ້າຍປີ 2022. ນອກຈາກນັ້ນ, ທາງຜູ້ໃຫ້ທຶນຍັງແຈ້ງເຈດຈຳນົງຊ່ວຍເຫຼືອເພີ່ມເຕີມເພື່ອຈັດຊື້ພາຫະນະທີ່່ຈະນຳໃຊ້ເປັນລົດເມດ່ວນຈາກລົດທີ່ໃຊ້ນ້ຳມັນມາເປັນລົດທີ່ໃຊ້ພະລັງງານໄຟຟ້າຈາກ ແທນ.

ການຈັດຕັ້ງປະຕິບັດໂຄງການໄດ້ຮັບການຕິດຕາມກວດກາຢ່າງຕໍ່ເນື່ອງ ແລະ ມີບົດລາຍງານປະຈຳໄຕມາດໄດ້ສັງລວມໄວ້ໃນເວັບໄຊນີ້.ລາຍລະອຽດສາມາດຕິດຕໍ່ພົວພັນ: ທ່ານ ດຣ. ບຸນຕາ ອ່ອນນາວົງ, ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ອີເມວ: bounta_ov@yahoo.com ຫຼື ແຟັກ+856-21-415563.

ຍັງບໍ່ມີລາຍງານ

ການຈັດຊື້-ຈັດຈ້າງ

ແຜນການຈັດຊື້-ຈັດຈ້າງ

ການການຈັດຊື້-ຈັດຈ້າງຂອງໂຄງການ

ແຜນການຈັດຊື້-ຈັດຈ້າງທີ່ດໍາເນີນຢູ່

ທີ່ປຶກສາການຈັດຕັ້ງປະຕິບັດໂຄງການ

ກອບການເຮັດວຽກ

ລາຍຊື່ຂອງຜູ້ສະໝັກປະເມີນຄຸນສົມບັດກ່ອນປະມູນ

ສັນຍາການວ່າຈ້າງ
ທີ່ປຶກສາດ້ານການຂົນສົ່ງໃນຕົວເມືອງ. ມູນຄ່າສັນຍາ 541,000 ໂດຣາສະຫະລັດ
 
ການເຊື່ອມໂຍງ

ຂໍ້ມູນໂຄງການທະນາຄານພັດທະນາອາຊີ

ໜ່ວຍງານເຊື່ອມໂຍງຂອງທະນາຄານພັດທະນາອາຊີ

ນະໂຍບາຍຕ້ານການສໍ້ໂກງຂອງທະນາຄານເອີຣົບ ເພື່ອ ການລົງທຶນ

ຄູ່ມືການຈັດຊື້ຈັດຈ້າງຂອງທະນາຄານເອີຣົບ ເພື່ອ ການລົງທຶນ

Attachments:

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250